ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Suu Kyi ຮຽກຮ້ອງ ໃຫ້ນາໆຊາດ ຊ່ວຍສັງເກດ ການເລືອກຕັ້ງ ໃນມຽນມາ


ຜູ້ນຳຝ່າຍຄ້ານ ທ່ານນາງ Aung San Suu Kyi ກຳລັງກ່າວເຖິງ “ສິ່ງທີ່ຄວນຮູ້ ກ່ຽວກັບການເລືອກຕັ້ງ” ທີ່ເມືອງ Ho-Pong ລັດ Shan ທາງພາກໃຕ້ ປະເທດມຽນມາ.
ຜູ້ນຳຝ່າຍຄ້ານ ທ່ານນາງ Aung San Suu Kyi ກຳລັງກ່າວເຖິງ “ສິ່ງທີ່ຄວນຮູ້ ກ່ຽວກັບການເລືອກຕັ້ງ” ທີ່ເມືອງ Ho-Pong ລັດ Shan ທາງພາກໃຕ້ ປະເທດມຽນມາ.

ຜູ້ນຳ​ຝ່າ​ຍຄ້ານ ມຽນມາ ທ່ານ​ນາງ Aung San Suu Kyi ກຳ
ລັງ​ຮຽກຮ້ອງ ໃຫ້​ນາໆ​ຊາດຈັດການ​ສັງ​ເກດ​ການຢ່າງແຂງຂັນ
ເບິ່ງການ​ເລືອກ​ຕັ້ງ​ທົ່ວ​ໄປ ໃນປະເທດຂອງທ່ານນາງ ທີ່​ຈະຈັດ
ຂຶ້ນເປັນຄັ້ງ​ທຳ​ອິດ​ ນັບແຕ່ການປົກຄອງຂອງພວກທະຫານ
ເປັນ​ເວລາ​ຫລາ​ຍສິບ​ປີ ​ໄດ້​ສິ້ນ​ສຸດ​ລົງ​ໃນ​ປີ 2011.

ຢູ່​ໃນ​ວີ​ດີ​ໂອ ທີ່ນຳອອກເຜີຍແຜ່ໃນ​ວັນ​ອັງຄານ​ມື້​ນີ້ ຢູ່​ໜ້າ
Facebook ຂອງ ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ
ຫຼື NLD ຊຶ່ງເປັນຜູ້​ຊຸກຍູ້ປະຊາທິປະໄຕມາເປັນເວລາດົນນານ
ແລ້ວນັ້ນ ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງໃນຄັ້ງນີ້ຈະ​ເປັນ “​ເທື່ອ
ທຳ​ອິດໃນ​ຮອບຫລາຍ​ສິບ​ປີ ທີ່ປະຊາຊົນ​ຂອງ​ພວກ​ເຮົາຈະມີ​
ໂອກ​າດພາໃຫ້ມີ​ການ​ປ່ຽນ​ແປງ​ຢ່າງ​ແທ້​ຈິງເກີດຂຶ້ນ.”

ທ່ານ​ນາງໄດ້​ກ່າວຢູ່ໃນວີດີໂອ​ເປັນ​ພາສາ​ອັງກິດ​ວ່າ “ນີ້​ແມ່ນ​ໂອກາດ​ທີ່ພວກ​ເຮົ​າ ບໍ່ສາມາດ
ປ່ອຍ​ໃຫ້ລອດມື​ໄປໄດ້. ພວກ​ເຮົາ​ຫວັງ​ວ່າ​ ໂລກ​ທັງ​ໝົດ​ເຂົ້າ​ໃຈດີ​ວ່າ ມັນມີ​ຄວາມ​ສຳຄັນ
ຫຼາຍ​ເທົ່າ​ໃດແກ່​ພວກ​ເຮົາ ​ເພື່ອ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຢ່າງ​ເສລີ ​ແລະ​ທ່ຽງ​ທຳ ​ແລະ​ເຮັດ​ໃຫ້
​ເປັນ​ທີ່​ແນ່ໃຈ​ວ່າ ຜົນ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວນີ້​ເປັນ​ທີ່​ນັບຖື ຈາກ​ທຸກພັກຝ່າຍ​ກ່ຽວ​ຂ້ອງ​ທັງ​
ໝົດ.”

ທ່ານນາງເວົ້າວ່າ “ກະລຸນາ​ຊ່ວຍ​ພວກ​ເຮົາ ​ໂດຍ​ສັງ​ເກດ​ການ​ວ່າ​ ມີ​ຫຍັງ​ເກີດ​ຂື້ນ ກ່ອນ
​ການ​ເລືອກ​ຕັ້ງ ​ໃນ​ລະຫວ່າງເລືອກ​ຕັ້ງ ​ແລະ​ສຳຄັນ​ທີ່​ສຸດ​ຫລັງ​ຈາກ​ການ​ເລືອກ​ຕັ້ງແລ້ວ.
ນີ້​ແມ່ນ​ການ​ປະກອບສ່ວນທີ່ີດີທີ່ສຸດ​ທີ່​ທ່ານ​ສາມາດ​ເຮັດໄດ້ ​ເພື່ອ​ໃຫ້ເກີດສັນຕິພາບ ແລະ
ກ້າວໜ້​າຢູ່​ໃນ​ປະ​ເທດ​ນີ້ ​ໂດຍ​ຄໍ້າປະກັນ​ວ່າ ປະຊາຊົນ​ຂອງ​ພວກ​ເຮົາມີ​ຄວາມ​ຮູ້ສຶກ​ວ່າ ຄວາມໄຝ່ຝັນຂອງເຂົາເຈົ້າ​ໄດ້​ຮັບ​ການ ເຄົາລົບນັບຖື.”

ວັນ​ອັງຄານ​ມື້​ນີ້ ​ເປັນ​ຂີດ​ໝາຍເລີ້ມ​ຕົ້ນຢ່າງເປັນ​ທາງ​ການ ​ຂອງ​ລະ​ຍະການໂຄສະນາ​ຫາ​
ສຽງ ສຳລັບການເລືອກຕັ້ງ​ໃນ​ວັນ​ທີ 8 ​ເດືອນ​ພະຈິກຈະ​ມາ​ເຖິງ​ນີ້ ຊຶ່ງ​ຈະ​ເລືອກເອົາ​ສະພາ
​ແລະ​ຫລັງ​ຈາກ​ນັ້ນ ສະພາດັ່ງກ່າວກໍຈະ​ເລືອກເອົາ​ປະທານາ ທິບໍດີ.

ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຄາດ​ວ່າ​ ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ
​ຫລວງຫລາຍ​ໃນ​ການ​ເລືອກ​ຕັ້ງນີ້ ​ແຕ່ ທ່ານ​ນາງ Aung San Suu Kyi ບໍ່​ສາມາ​ດ​ເປັນ
​ປະທານາທິບໍດີໄດ້ ​ເນື່ອງ​ຈາກ​ວັກນຶ່ງ​ຢູ່ໃນລັດ​ຖະທຳ​ມະນູນ ໄດ້ຫ້າມ​ທ່ານ​ນາງ ​ເພາະວ່າ
ລູກ​ຊາຍສອງ​ຄົນ​ຂອງ​ທ່ານ​ນາງ​ຖື​ສັນຊາດ​ຕ່າງປະ​ເທດ​.

ຜູ້ນຳ​ຝ່າ​ຍຄ້ານ ມຽນມາ ທ່ານ​ນາງ Aung San Suu Kyi ກຳລັງ​ຮຽກຮ້ອງ ໃຫ້​ນາໆຊາດ
ຈັດການ​ສັງ​ເກດ​ການຢ່າງແຂງຂັນ ເບິ່ງການ​ເລືອກ​ຕັ້ງ​ທົ່ວ​ໄປໃນປະເທດຂອງທ່ານນາງ
ທີ່​ຈະຈັດຂຶ້ນເປັນຄັ້ງ​ທຳ​ອິດ​ ນັບແຕ່ການປົກຄອງຂອງພວກທະຫານເປັນ​ເວລາຫລາ​ຍສິບ​ປີ ​ໄດ້​ສິ້ນ​ສຸດ​ລົງ​ໃນ​ປີ 2011.

ຢູ່​ໃນ​ວີ​ດີ​ໂອ ທີ່ນຳອອກເຜີຍແຜ່ໃນ​ວັນ​ອັງຄານ​ມື້​ນີ້ ຢູ່​ໜ້າ Facebook ຂອງ ພັກ​ສັນນິບາດ
ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕຫຼື NLD ຊຶ່ງເປັນຜູ້​ຊຸກຍູ້ປະຊາທິປະໄຕມາເປັນເວລາດົນ
ນານແລ້ວນັ້ນ ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງໃນຄັ້ງນີ້ຈະ​ເປັນ “​ເທື່ອທຳ​ອິດ ​ໃນ​ຮອບຫລາຍ​
ສິບ​ປີ ທີ່ປະຊາຊົນ​ຂອງ​ພວກ​ເຮົາຈະມີ​ໂອກ​າດພາໃຫ້ມີ​ການ​ປ່ຽນ​ແປງ​ຢ່າງ​ແທ້​ຈິງເກີດຂຶ້ນ.”

ທ່ານ​ນາງໄດ້​ກ່າວຢູ່ໃນວີດີໂອ​ເປັນ​ພາສາ​ອັງກິດ​ວ່າ “ນີ້​ແມ່ນ​ໂອກາດ​ທີ່ພວກ​ເຮົ​າ ບໍ່ສາມາດປ່ອຍ​ໃຫ້ລອດມື​ໄປໄດ້. ພວກ​ເຮົາ​ຫວັງ​ວ່າ​ ໂລກ​ທັງ​ໝົດ​ເຂົ້າ​ໃຈດີ​ວ່າ ມັນມີ​ຄວາມ​ສຳຄັນ
ຫຼາຍ​ເທົ່າ​ໃດແກ່​ພວກ​ເຮົາ ​ເພື່ອ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຢ່າງ​ເສລີ ​ແລະ​ທ່ຽງ​ທຳ ​ແລະ​ເຮັດ​ໃຫ້​
ເປັນ​ທີ່​ແນ່ໃຈ​ວ່າ ຜົນ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວນີ້​ເປັນ​ທີ່​ນັບຖື ຈາກ​ທຸກພັກຝ່າຍ​ກ່ຽວ​ຂ້ອງ​ທັງ​
ໝົດ.”

ທ່ານນາງເວົ້າວ່າ “ກະລຸນາ​ຊ່ວຍ​ພວກ​ເຮົາ ​ໂດຍ​ສັງ​ເກດ​ການ​ວ່າ​ ມີ​ຫຍັງ​ເກີດ​ຂື້ນ ກ່ອນ
​ການ​ເລືອກ​ຕັ້ງ ​ໃນ​ລະຫວ່າງເລືອກ​ຕັ້ງ ​ແລະ​ສຳຄັນ​ທີ່​ສຸດ​ຫລັງ​ຈາກ​ການ​ເລືອກ​ຕັ້ງແລ້ວ.
ນີ້​ແມ່ນ​ການ​ປະກອບສ່ວນ ທີ່ີດີທີ່ສຸດ​ທີ່​ທ່ານ​ສາມາດ​ເຮັດໄດ້ ​ເພື່ອ​ໃຫ້ເກີດສັນຕິພາບ ແລະ​
ກ້າວໜ້​າຢູ່​ໃນ​ປະ​ເທດ​ນີ້ ​ໂດຍ​ຄໍ້າປະກັນ​ວ່າ ປະຊາຊົນ​ຂອງ​ພວກ​ເຮົາມີ​ຄວາມ​ຮູ້ສຶກ​ວ່າຄວາມໄຝ່ຝັນຂອງເຂົາເຈົ້າ​ໄດ້​ຮັບ​ການ ເຄົາລົບນັບຖື.”

ວັນ​ອັງຄານ​ມື້​ນີ້ ​ເປັນ​ຂີດ​ໝາຍເລີ້ມ​ຕົ້ນ ຢ່າງເປັນ​ທາງ​ການ​ຂອງ​ລະ​ຍະການໂຄສະນາ​ຫາ
​ສຽງ ສຳລັບການເລືອກຕັ້ງ​ໃນ​ວັນ​ທີ 8 ​ເດືອນ​ພະຈິກຈະ​ມາ​ເຖິງ​ນີ້ ຊຶ່ງ​ຈະ​ເລືອກເອົາ​ສະພາ
​ແລະ​ຫລັງ​ຈາກ​ນັ້ນ ສະພາດັ່ງກ່າວກໍຈະ​ເລືອກເອົາ​ປະທານາ ທິບໍດີ.

ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຄາດ​ວ່າ​ ຈະ​ໄດ້​ຮັບ​ການ​ສະໜັບສະ ໜູນ​ຢ່າງ
​ຫລວງຫລາຍ​ໃນ​ການ​ເລືອກ​ຕັ້ງນີ້ ​ແຕ່ ທ່ານ​ນາງ Aung San Suu Kyi ບໍ່​ສາມາ​ດ​ເປັນ
​ປະທານາທິບໍດີໄດ້ ​ເນື່ອງ​ຈາກ​ວັກນຶ່ງ​ຢູ່ໃນລັດ​ຖະທຳ​ມະນູນ ໄດ້ຫ້າມ​ທ່ານ​ນາງ ​ເພາະວ່າ
ລູກ​ຊາຍສອງ​ຄົນ​ຂອງ​ທ່ານ​ນາງ​ຖື​ສັນຊາດ​ຕ່າງປະ​ເທດ​.

Myanmar Election
please wait
Embed

No media source currently available

0:00 0:02:10 0:00

XS
SM
MD
LG