ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມຽນມາ ທັບມ້າງ ການປະທ້ວງ ທີ່ບໍ່ທອງແດງ Letpadaung (ສະໄລດ໌)


ຮູບພາບໄຟໄໝ້ເຕັ້ນຂອງພວກປະທ້ວງ ຈາກການບຸກຂອງຕໍາຫຼວດ ປາບຈະລາຈົນ
ຮູບພາບໄຟໄໝ້ເຕັ້ນຂອງພວກປະທ້ວງ ຈາກການບຸກຂອງຕໍາຫຼວດ ປາບຈະລາຈົນ
ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ມຽນມາ ​ໄດ້​ໃຊ້​ທໍ່​ສີດ​ນໍ້າ​ຂະໜາດ​ໃຫຍ່ ແລະ​ອາວຸດ​ອື່ນໆ​ໃນ​ການ​ປາບ​ຈະ​ລາ​ຈົນ ບຸກ​ເຂົ້າ​ໄປໃນ​ຕອນ​ເດິກ ຂອງ​ວັນ​ພະ ຫັດ​ມື້​ນີ້ ​ເພື່ອ​ຂັບ​ໄລ່ພວກ​ປະ​ທ້ວງ​ທີ່​ປຸກ​ເຕັ້ນ ​ຢູ່​ນອກ​ບໍລິ​ເວນ​ບໍ່​ທອງ​ແດງທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ ທີ່​ຕັ້ງ​ໃນ​ເຂດ​ສອກຫຼີກ ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງ​ມຽນມາ.

ນັກ​ຂ່າວ​ຄົນ​ນຶ່ງ​ຈາກ​ວີ​ໂອ​ເອພະ​ແນ​ກພາສາ​ມຽນມາ ​ເວົ້າ​ວ່າ ມີ​ພະສົງ​ຢ່າງ ໜ້ອຍ 23 ອົງ​ໄດ້​ຮັບ​ບາດ​ເຈັບ ຊຶ່ງ​ພະ​ອົງ​ນຶ່ງ​ບາດ​ເຈັບ​ສາຫັດ ຫຼັງຈາກ ຕໍາຫຼວດ​ໄດ້​ບຸກ​ເຂົ້າ​ໄປເພື່ອ​ທັບ ມ້າງ​ເຕັ້ນ​ພວກ​ປະ​ທ້ວງ​ທີ່​ກາງ​ຢູ່​ບໍ່ທອງ​ແດງ Letpadaung. ​ເຫດ​ຮ້າຍດັ່ງ​ກ່າວນີ້​ ມີ​ຜູ້​ ຫາຍ​ສາບ​ສູນ​ສິບ​ຄົນ ​ແລະຫົກຄົນ​ຖືກ​ຈັບ​ກຸມ.

ພວກ​ປະ​ທ້ວງຫຼາຍຄົນ​ເວົ້າ​ວ່າ ຕໍາຫຼວດ​ໄດ້​ໃຊ້​ອາວຸດ​ເຄມີ​ຂັບ​ໄລ່​ພວກ​ປະ ທ້ວງ ທີ່​ໄດ້ໄໝ້​ຜິວໜັງ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ເຕັ້ນ​ຖືກ​ໄຟ​ໄໝ້. ໜັງສືພິມ ລາຍ​ສັບປະດາ The Eleven Myanmar ​ໄດ້​ລົງ​ຮູບ​ພາບ​ທີ່​ເຫັນ​ຜິວໜັງ ​ແລະ​ເສື້ອ​ຜ້າ​ຂອງ​ບັນດານັກ​ເຄື່ອນ​ໄຫວທີ່​ຖືກໄໝ້ ທີ່​ໄດ້​ຮັບ​ບາດ​ເຈັບ​ໂດຍ ອາວຸດ​ທີ່​ບໍ່​ຮູ້​ວ່າ​ເປັນປະ​ເພດ​ໃດ.

ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້ນໍາ​ຝ່າຍ​ຄ້ານ​ມຽນມາ ມີ​ກໍານົດ​ຈະ​ໄປ​ຢ້ຽມຢາມ ​ເຂດ​ດັ່ງກ່າວ​ເພື່ອ​ຮັບ​ຟັງ​ຄໍາ​ຈົ່ມ​ທຸກ​ຂອງ​ພວກ​ປະ​ທ້ວງ. ພັກ​ຂອງ​ທ່ານ​ນາງ ຮຽກຮ້ອງ​ໃຫ້​ຕັ້ງ​ຄະນະ​ກໍາມະການ​ອິດສະຫຼະຂອງ​ລັດຖະບານ​ເພື່ອ​ສືບສວນ ​ເບິ່ງ​ເລຶ່ອງນີ້.

ພວກປະ​ທ້ວງທີ່​ຖືກ​ເຈົ້າໜ້າ​ທີ່​ຂັບ​ໄລ່​ເມື່ອ​ວັນ​ພະຫັດ​ມື້​ນີ້ ​ແມ່ນ​ຈຸ​ນຶ່ງ​ໃນຫຼາຍ ຮ້ອຍ​ຄົນ​ທີ່ ພາກັນ​ຂັດ​ຄໍາ​ສັ່ງ​ຂອງ​ລັດຖະບານ​ເພື່ອຍຸຕິການ​ປະ​ທ້ວງແບບ​ຍຶດ ພື້ນ​ທີ່ ​ຕໍ່ຕ້ານໂຄງການ​ບໍ່ທອງ​ແດງທີ່​ໜຸນຫຼັງ​ໂດຍ​ຈີນ​ ​ຕັ້ງ​ຢູ່​ໃກ້​ເມືອງ Monywa ນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ​ໂຄງການ​ຂະຫຍາຍ​ບໍ່​ແຮ່​ດັ່ງກ່າວ​ທີ່​ມີ​ມູນ​ຄ່ານຶ່ງ​ພັນ​ລ້ານ​ໂດ​ລາ ​ແມ່ນ​ຈະ​ສ້າງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ ​ແລະ ບັນຫາ​ອື່ນໆ ​ແລະຍັງ​ໄດ້​ກ່າວ​ຫາ​ພວກ​ເຈົ້າໜ້າ​ທີ່ ທີ່​ໄດ້​ຍຶດ​ເອົາ​ທີ່​ດິນ​ຢ່າງ ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ເພື່ອ​ໃຊ້​ເຮັດ​ໂຄງ ການ​ດັ່ງ​ກ່າວ​ນໍາ.

ສະໄລດ໌ພາບການປະທ້ວງຕໍ່ການຂະຫຍາຍໂຄງການບໍ່ທອງແດງ ທີ່ມຽນມາ:
XS
SM
MD
LG