ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງຊູຈີ ຈະພົບປະ ກັບເລຂາທິການ ສປຊ (ວີດີໂອ)


ທ່ານນາງ Aung San Suu Kyi ຜູ້ນໍາປະຊາທິປະໄຕຂອງມຽນມາ ຈະພົບປະກັບເລຂາທິການໃຫຍ່ ສະຫະປະຊາຊາດ
ທ່ານນາງ Aung San Suu Kyi ຜູ້ນໍາປະຊາທິປະໄຕຂອງມຽນມາ ຈະພົບປະກັບເລຂາທິການໃຫຍ່ ສະຫະປະຊາຊາດ
ຜູ້​ນໍາ​ຝ່າຍ​ຄ້ານ​ມຽນມາ ທ່ານ​ນາງ Aung San Suu Ki
ຈະພົບ​ປະ​ກັບ​ ​ເລຂາທິການ​ໃຫຍ່ ສະຫະ​ປະ​ຊາ​ຊາດ
ທ່ານ Ban Ki-moon ທີ່​ນະຄອນ​ນິວຢອກ ​ໃນ​ວັນ​ສຸກ
ມື້​ນີ້ ​ໃນ​ຂະນະ​ທີ່ທ່ານ​ນາງ​ ສືບ​ຕໍ່​ການ​ຢ້ຽມຢາມ​ສະຫະລັດ
ເປັນ​ເວລາ 17 ວັນ.

ນັກ​ເຄື່ອນ​ໄຫ​ວ​ເພື່ອ​ປະຊາທິປະໄຕທ່ານ​ນີ້ກັບຄືນໄປນະຄອນ​ນິວຢອກອີກ ບ່ອນ​ທີ່ທ່ານ​ນາງ ເຄີຍ​ໄດ້​ເຮັດ​ວຽກ ​ຢູ່ທີ່​ສຳນັກງານ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ​ເມື່ອ 40 ປີ​ກ່ອນ ຊຶ່ງ​ເປັນ​ພາກ​ສ່ວນນຶ່ງ​ ໃນ​ການ​ຢ້ຽມຢາມ​ສະຫະລັດ​ຄັ້ງ​ທໍາ​ອິດ ຂອງ​ທ່ານ​ນາງ ນັບ​ຕັ້ງ​ແຕ່​ໄດ້​ຖື​ກ​ປ່ອຍ​ຈາກ​ການກັກ​ບໍລິ​ເວນ ​ໃນ​ປີ 2010​.

ທ່ານ​ນາງຊູ​ຈີ ອາ​ຍຸ 67 ປີ ​ທີ່​ເຄີຍໄດ້​ຮັບ​ລາງວັນ Nobel ​ຂະແໜງ​ສັນຕິພາບ​ນັ້ນ ​ແມ່ນ​ເກືອບ​ວ່າ​ ບໍ່​ມີ​ເວລາ​ຫວ່າງ​ເລີຍ ນັບ​ຕັ້ງ​ແຕ່​ໄດ້​ເດີນ​ທາງ​ມາ​ເຖິງສະຫະ ລັດ ​ໂດຍ​ທີ່ທ່ານ​ນາງ ໄດ້ພົບ​ປະ​ກັບປະທານາທິບໍດີ Barack Obama ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ພ້ອມ​ທັງ​ໄດ້​ຮັບ​ຫຼຽນຄຳ​ກຽດຕິຍົດ​ຈາກ​ລັດຖະສະພາ​ສະຫະລັດ ​ໃນພິທີ​ອັນ​ສະງ່າ​ຜ່າ​ເຜີຍ ທີ່ຈັດ ຂຶ້ນ​ຢູ່ຕຶກຫໍ​ລັດຖະສະພາ.

ໃນການ​ໃຫ້​ປະ​ຖະ​ກະ​ຖາ ​ທີ່ມະຫະວິທະຍາ​ໄລ​ແຫ່ງ​ນຶ່ງ ໃນກຸງ​ວໍ​ຊິງ​ຕັນ ​ໃນ​ວັນ​ພະຫັດວານ​ນີ້ ທ່ານ​ນາງ​ໄດ້​ຮຽກຮ້ອງ​ໃຫ້ປະຊາ​ຄົມ​ມຽນມາ ຢູ່​ໃນ​ສະຫະລັດ ຈົ່ງ​ໄດ້​ໃຫ້ການ​ສະໜັບ ສະໜຸນ ຕໍ່​ຂະ​ບວນການ​ເຄື່ອນ​ໄຫວ​ເພື່ອ​ປະຊາ​ທິປະໄຕ ຢູ່​ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ. ​ແຕ່​ນອກ​ນັ້ນ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ນັກ​ເຄຶື່ອນ​ໄຫວ ​ຈົ່ງສືບ​ຕໍ່​ຊຸກຍູ້ ການ​ປະຕິ​ຮູບ​ຢູ່​ໃນ​ມຽນມາ ທີ່​ຫາ​ກໍ່​ໂຜ່​ໂຕ​ຂື້ນ​ມາ​ ຈາກ​ການ​ປົກ​ຄອງແບບ​ຜະ​ເດັດ​ການ​ທີ່​ໂຫດຮ້າຍ​ຂອງທະຫານເປັນ​ເວລາ​ຫລາຍ​ສິບ​ປີນັ້ນ.

ເບິ່ງວີດີໂອ ທ່ານນາງອອງຊານ ຊູຈີ ພົບປະກັບຊາວມຽນມາ ຢູ່ສະຫະລັດ

XS
SM
MD
LG