ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ທ່ານນາງ Aung San Suu Kyi ຢູ່ກາງເວທີ ການເຈລະຈາ ສັນຕິພາບ


ທ່ານນາງ Aung San Suu Kyi ແຫ່ງມຽນມາ ນັ່ງຍິ້ມຫົວໃນ ຂະນະ ທີ່ໄປເຖິງບ່ອນກ່າວຄຳປາໄສ ລະຫວ່າງ ລັດຖະບານ ທະຫານ ແລະບັນດາຜູ້ຕາງໜ້າເຜົ່າຕ່າງໆ.

ຜູ້ນຳພັກ​ສັນນິບາດແຫ່ງ​ຊາດເພື່ອ​ປະຊາທິປະໄຕຂອງມຽນມາ
ທ່ານ​ນາງ Aung San Suu Kyi ​ຮຽກຮ້ອງ​ໃຫ້​ທຸກ​ພັກຝ່າຍ​ທັງ
ໝົດເຂົ້າຮ່ວມ ຢູ່​ໃນການເ​ຈລະ​ຈາ​ສັນຕິ​ພາບ​ ຮອບ​ໃໝ່​ສຸດ ລະ
ຫວ່າງ​ບັນດາ​ກຸ່ມກຳລັງ​ປະກອບ​ອາ​ວຸດ​ເຜົ່າ​ຕ່າງໆ ​ແລະລັດຖະ
ບານ​ເຄິ່ງພົນລະ​ເຮືອນ ​ທີ່ພວມ​ຈະ​ພົ້ນ ຈາກ​ຕຳ​ແໜ່​ງ ຂອງ​ປະ
​ເທດ.

ທ່ານ​ນາງ Suu Kyi ກ່າວ​ວ່າ “ໃນ​ບັດ​ນີ້ ​ອີງ​ຕາມຄຳ​ສັ່ງ​ແລ້ວ
ມັນເປັນ ​ສິ່ງຖືກຕ້ອງ​ທີ່​ຈະ​ເຮັດ ​ໃນອັນ​ທີ່​ປະຊາຊົນ​ຕ້ອງການ
ຢາກ​ໃຫ້​ເຮົາ​ເຮັດ ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ເອົາ​ຄວາມ​ຮັບຜິດ
ຊອບ​ໃນ​ການ​ສ້າງສັນ​ຕິ​ພາບ ຢ່າງ​ເປັນ​ການ​ຖາວອນພາຍ​ໃນ​
ປະ​ເທດ. ຂ້າພະ​ເຈົ້າ​ຫວັງ​ວ່າທຸກໆ​ຄົນ​ຈະ​ຊ່ວຍ​ພວກ​ເຮົາ.”

ທ່ານ​ນາງ Suu Kyi ຜູ້ໄດ້​ຮັບ​ລາງວັນ Nobel ຂະ​ແໜງ​ສັນ​ຕິ​ພາບ ໃຫ້​ຄວາມ​ເຫັນ​ດັ່ງກ່າວ
ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ວັນ​ເປີດສົນທະນາ​ທີ່​ນະ ຄອນຫລວງ Naypyitaw. ຄຳ​ຖະ​ແຫລ​ງ
ຂອງ​ທ່ານນາງ ​ແມ່ນ​ເປັນ​ຂີດ​ໝາຍ​ເທື່ອ​ທຳ​ອິດ ​ໃນ​ການເຂົ້າພົວພັນ​ກັບຂັ້ນຕອນ​ສັນຕິ
ພາບ ທີ່​ກຳລັງ​ດຳ​ເນີນ​ຢູ່​ໃນ​ເວລາ​ນີ້ ​ແລະ​ອາດ​ເປັນ​ການ​ວາງ​ພື້ນ​ຖານໄປ​ສູ່ການຕົກລົງ
ຂຶ້ນສຸດ​ທ້າຍ ​ເວລາ​ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະໄຕ ຂອງ​ທ່ານ​ນາງ ​ເຂົ້າກຳ
​ອຳນາດ​ໃນ​ເດືອນ​ມີນາ ສີ່​ເດືອນ​ຫລັງ​ຈາກ​ພັກ​ຂອງ​ທ່ານ​ນາງ​ໄດ້ຮັບ​ໄຊຊະນະ​ຢ່າ​ງຖ້ວມ
​ລົ້ນ ​ຢູ່​ໃນ​ການ​ເລືອກ​ຕັ້ງ​ຢ່າງ​ເສລີ ​ເທື່ອ​ທຳ​ອິດ​ຂອງ​ປະ​ເທດ ໃນຮອບ​ຊາວ​ຫ້າ​ປີທີ່​ຜ່າ​ນມາ.

ປະ​ທານາທິບໍດີ Thein Sein ​ແລະ​ຜູ້​ບັນຊາ​ການທະຫານ​ທີ່​ມີ​ອິດທິພົນ ທ່ານ Min Aung
Hlaing ​ໄດ້ເຂົ້າຮ່ວມຢູ່​ໃນການ​ເປີດ​ຮອບ​ທຳ​ອິດ​ໃນ​ວັນ​ອັງຄານ​ມື້​ນີ້. ລັດຖະບານ​ທ່ານ
Thein Sein ​ໄດ້​ເຈລະຈາ ​ກັບ​ບັນ ດາກຳລັງ​ກະບົດ ນັບ​ແຕ່ໄດ້ເຂົ້າກໍາ​ອຳນາດໃນ​ປີ
2011 ຫຼັງຈາກ​ການ​ປົກຄອງເປັນ​ເວລາ​ດົນນານ​ຂອງ​ທະຫານ ຊຶ່ງຄວາມ​ພະ​ຍາ​ຍາມ​ເຫຼົ່າ
​ນັ້ນ​ໄດ້​ເຮັດ​ໃຫ້​ມີ​ການ​ຕົກ​ລົງ​ຢຸດ​ຍິງ​ ກັບກຸ່ມ​ກະບົດ​ຈຳນວນ​ໜຶ່ງ ​ທີ່​ໄດ້​ສູ້​ລົບ​ເປັນ​ເວລາ
​ຫລາຍ​ປີ ​ເພື່ອຢາກ​ໃຫ້​ມີ​ປົກຄອງ​ຕົນ​ເອງ​ຫລາຍ​ຂື້ນ.

​ແຕ່່​ວ່າ​ພວກກະບົດຫຼາຍກຸ່ມ ​ໄດ້​ປະຕິ​ເສດ​ບໍ່​ຍອມເຂົ້າ​ຮ່ວມ ​ໃນ​ການ​ເຈ ລະຈາ​ກ່ອນ​ໜ້ານີ້
ຫລື​ລົງ​ນາມ​ໃນ​ຂໍ້​ຕົກລົງ ​ແລະ​ການ​ສູ້​ລົບ​ກັນ ​ຍັງດຳ​ເນີນ​ຢູ່​ຕໍ່​ໄປ ລະຫວ່າງພວກ​ກະບົດ
​ແລະ​ລັດຖະບານ.

Myanmar Peace Talks
please wait
Embed

No media source currently available

0:00 0:01:08 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG