ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ອອງຊານຊູຈີ ກ່າວວ່າ ການປະຕິຮູບ ໃນມຽນມາ ຕົກຢູ່ໃນສະພາບ "ບໍ່ໄປບໍ່ມາ"


ທ່ານນາງອອງຊານອອງຊານຊູຈີ ຜູ້ນຳຝ່າຍຄ້ານມຽນມາ ກ່າວປາໄສ ທີ່ສະໜາມກີລາ Boseinman ທີ່ຢ້າງກຸ້ງ.
ທ່ານນາງອອງຊານອອງຊານຊູຈີ ຜູ້ນຳຝ່າຍຄ້ານມຽນມາ ກ່າວປາໄສ ທີ່ສະໜາມກີລາ Boseinman ທີ່ຢ້າງກຸ້ງ.

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ນຳ​ຝ່າຍ​ຄ້ານ​ມຽນມາ ກ່າວ​ວ່າ ການ
​ດຳ​ເນີນ ຂັ້ນ​ຕອນ​ການ​ປະຕິ​ຮູບ​ຂອງ​ປະ​ເທດ​ໄດ້​ຕົກ​ຢູ່​ໃນ​ສະ
ພາບ​ບໍ່​ໄປ​ບໍ່​ມາ ​ໄດ້ ຫຼາຍ​ເດືອນ​ແລ້ວ ​ແລະ​ເຕືອນ​ສະຫະລັດ
​ແລະ​ປະ​ເທດ​ອື່ນໆ ​ຢ່າ​ໄດ້​ສະ​ແດງ​ຄວາມ​ເຫັນ​ໃນ​ແງ່​ດີ​ຫຼາຍ
​ເກີນ​ໄປ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ “ຄວາມ​ຈິງ​ແລ້ວ​ຂ້າພະ​ເຈົ້າ​
ຢາກ​ທຳ​ການ​ທ້າ​ທາຍ​ຕໍ່​ພວກ​ທີ່​ເວົ້າ​ມາ​ຢ່າງ​ຫຼວງ​ຫຼາຍ
ກ່ຽວ​ກັບ​ການ​ດຳ​ເນີນ​ຂັ້ນ​ຕອນ​ການ​ປະຕິ​ຮູບ ນັ້ນວ່າ
ບາດກ້າວ​ຕ່າງໆກ່ຽວກັບ​ການ​ປະຕິ​ຮູບ ທີ່​ສຳຄັນ​ນັ້ນ​ມີ​
ຫຍັງ​ແດ່​ໃນ​ຮອບ 24 ​ເດືອນ​ຜ່ານ​ມານີ້ ແລະມັນຄືສິ່ງ
ທີ່​ສະຫະລັດ​ຄວນ​ຈະ​ຄຶດ ຢ່າງ​ຈິງ​ຈັງ​ແທ້ໆ​ເຊັ່ນ​ກັນ.”

ທີ່​ກອງ​ປະຊຸມ​ຕໍ່​ນັກ​ຂ່າວ​ທີ່​ຢ້າງ​ກຸ້ງ ​ໃນ​ວັນ​ພຸດ​ວານ​ນີ້ ທ່ານ​ນາງ​ອອງ ຊານຊູ​ຈີ ກ່າວ​ຕື່ມ​ວ່າ ການ​ພົບ​ປະກັນ​ຂອງ​ທ່ານ​ນາງ​ກັບ​ປະທານາທິບໍດີ Thein Sein ​ແລະ​ພວກ​ນາຍ​ພົນ​ຂັ້ນ​ສູງ ​ໃນ​ສັບປະດາ​ແລ້ວ​ນີ້ ພຽງ​ແຕ່​ເປັນ​ການ​ເລີ້ມ​ຕົ້ນ​ຂອງ​ການ​ດຳ​ເນີນ​ຂັ້ນ​ຕອນ​ຕໍ່​ໄປ​ເທົ່າ​ນັ້ນ.

ສານ​ຂອງ​ທ່ານນາງອອງຊານ ຊູຈີຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະແໜງ​ ສັນຕິພາບ ມີ​ຂຶ້ນ​ນຶ່ງ​ສັບປະດາ ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ອາ​ຊຽນ​ໄຂ​ຂຶ້ນ​ໃນ​ມຽນມາກັບ​ປະທານາທິບໍດີ​ບາຣັກ ໂອ​ບາ​ມາ​ແຫ່ງສະຫະລັດ ​ແລະ​ຜູ້ນຳ​ອື່ນໆ​ຂອງ​ໂລກ​ຈະ​ໄປ​ຮ່ວມ​ນຳ​ນັ້ນ.

XS
SM
MD
LG