ຜູ້ນຳພັກຝ່າຍຄ້ານຂອງມຽນມາ ທ່ານນາງ Aung San Suu Kyi
ກ່າວວ່າ ນາງ ແລະບັນດາຜູ້ສະໜັບສະໜຸນນາງ ຈະສືບຕໍ່ຊຸກຍູ້
ໃຫ້ດັດແກ້ ມາດຕານຶ່ງ ຂອງລັດຖະທຳມະນູນ ທີ່ຫ້າມນາງ ຈາກ
ການລົງແຂ່ງຂັນ ເປັນປະທານາທິບໍດີ ໃນປີໜ້ານີ້.
ໃນຄຳສຳພາດ ພິເສດ ກັບວີໂອເອ ພາສາມຽນມາ ເມື່ອວັນອາທິດ
ວານນີ້ ທ່ານນາງ ຊູ ຈີ ຜູ້ທີ່ໄດ້ຮັບລາງວັນ Nobel ດ້ານສັນຕິພາບ
ກ່າວວ່າ ມັນມີຄວາມຈຳເປັນທີ່ສຸດ ທີ່ນາງ ແລະ ບັນດາຜູ້ສະໜັບ
ສະໜຸນນາງ ສືບຕໍ່ ຮຽກຮ້ອງໃຫ້ມີການປ່ຽນແປງ.
ທ່ານນາງ ຊູ ຈີ ເວົ້າວ່າ “ພວກເຮົາ ບໍ່ໄດ້ຄາດຄິດໄວ້ເລີຍວ່າ ມັນຈະເປັນເລື້ອງງ່າຍ ແຕ່ ພວກເຮົາກໍເຊື່ອວ່າ ມັນອາດເປັນໄປໄດ້ຢູ່. ຄຳຖາມກໍຄືວ່າ ເວລາໃດ! ຖ້າພວກເຮົາສາມາດປ່ຽນແປງ ລັດຖະທຳມະນູນໄດ້ໄວທໍ່ໃດ ມັນກໍຈະເປັນການດີຫຼາຍສຳຫລັບປະເທດ. ພວກເຮົາຈະຕ້ອງມີຄວາມກ້າຫານ ແລະ ຄວາມສາມາດ ທີ່ຈະປ່ຽນແປງ ອັນໃດກໍຕາມ ທີ່ມີຄວາມຈຳເປັນຕ້ອງປ່ຽນແປງ ສຳຫລັບ ຄວາມກ້າວໜ້າຂອງປະເທດ.”
ທ່ານນາງ ຊູ ຈີ ຍັງກ່າວອີກວ່າ ພັກສັນນິບາດແຫ່ງຊາດ ເພື່ອ
ປະຊາທິປະໄຕ ຫຼື NLD ຂອງທ່ານນາງ ແມ່ນພ້ອມແລ້ວ ກ່ຽວກັບ
ເລື້ອງນີ້ ເພື່ອຊາວມຽນມາທັງໝົດ.
ທ່ານນາງ Suu Kyi ເວົ້າຕໍ່ໄປວ່າ “ສະນັ້ນ ເປັນຫຍັງ ທ່ານ
ຈຶ່ງບໍ່ເປີດໃຫ້ມີການລົງ ປະຊາມະຕິ ທົ່ວປະເທດ? ພວກເຮົາ
ພ້ອມແລ້ວທີ່ຈະເຮັດດັ່ງນັ້ນ ແລະ ໃນທາງນັ້ນ ທ່ານ ສາມາດ
ຮູ້ຈັກ ຄວາມຄິດເຫັນຂອງຄົນອື່ນໆອີກ ເຊັ່ນກັນ.”
ທ່ານ ນາງ ກ່າວຕອບຜູ້ນຳທະຫານມຽນມາ ທ່ານ Min Aung Hlaing ຜູ້ທີ່ໄດ້ປະຕິເສດ ຄວາມພະຍາຍາມຂອງພັກ NLD ທີ່ໄດ້ເກັບກຳເອົາ 5 ລ້ານ ລາຍເຊັນ ເພື່ອດັດແກ້ລັດຖະທຳມະນູນ.
ໃນການສຳພາດ ເປັນພິເສດ ທີ່ບໍ່ເຄີຍມີມາກ່ອນ ແກ່ ວີໂອເອ ພາສາມຽນມາ ໃນວັນເສົາຜ່ານມາ ພົນເອກດັ່ງກ່າວ ເວົ້າວ່າ ມາດຕາໃນລັດຖະທຳມະນູນ ທີ່ມີຄຳຖາມນັ້ນ ແມ່ນບໍ່ໄດ້ແນໃສ່ ທ່ານນາງ ອອງ ຊານ ຊູ ຈີ.