ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ຊູຈີ ຂໍຮ້ອງ ໃຫ້ສືບສວນ ການປາບປາມ ພວກປະທ້ວງ (ສະໄລດ໌)


ທ່ານນາງ ຊູຈີ ຂະນະພົບປະກັບພະສົງເພື່ອສອບຖາມເຫດການປະ ທ້ວງຢູ່ບໍ່ແຮ່ທອງແດງ ທີ່ເມືອງ Monywa
ທ່ານນາງ ຊູຈີ ຂະນະພົບປະກັບພະສົງເພື່ອສອບຖາມເຫດການປະ ທ້ວງຢູ່ບໍ່ແຮ່ທອງແດງ ທີ່ເມືອງ Monywa

ທ່ານນາງອອງຊານ ຊູຈີ ໄດ້ໃຊ້ເວລາເປັນມື້ທີສອງ ຢູ່ທີ່ບໍ່ທອງແດງທີ່ຈີນເປັນເຈົ້າຂອງ ທີ່ເມືອງ Monywa ທາງພາກກາງຂອງມຽນມາ ເພື່ອສຶກສາເບິ່ງການປະທ້ວງຢູ່ນັ້ນ.

ທ່ານນາງອອງຊານ ຊູຈີ ຜູ້ນໍາຝ່າຍຄ້ານຂອງມຽນມາໄດ້ໃຊ້ເວລາ
ເປັນມື້ທີສອງໃນວັນສຸກຜ່ານມານີ້ ຢູ່ທີ່ບໍ່ທອງແດງ ທີ່ຈີນເປັນເຈົ້າ
ຂອງທີ່ເມືອງ Monywa ທາງພາກກາງຂອງມຽນມາ. ປະຊາຊົນ
ໃນເຂດທ້ອງຖິ່ນພາກັນໂກດແຄ້ນກ່ຽວກັບເງິນຊົດເຊີຍທີ່ເຂົາເຈົ້າ
ໄດ້ຮັບຈາກການນຳໃຊ້ທີ່ດິນຂອງພວກເຂົາເຈົ້າກ່ຽວກັບພວກຄົນ
ງານຊາວຈີນ ທີ່ຍາດເອົາ ວຽກເອົາການເກືອບທັງໝົດນຳບໍ່ແຮ່ດັ່ງ
ກ່າວ ແລະຄວາມສ່ຽງທີ່ໂຄງການນີ້ຈະສົ່ງຜົນກະທົບຕໍ່ສະພາບ
ແວດລ້ອມ.

ທ່ານນາງອອງຊານ ຊູຈີ ຜູ້ນໍາຝ່າຍຄ້ານຂອງມຽນມາ ໄດ້ພົບປະ
ກັບພວກຊາວບ້ານ ແລະກໍາລັງຮັກສາຄວາມປອດໄພ ໃນມື້ຫຼັງ
ຈາກພວກປະທ້ວງ ທີ່ບໍ່ທອງແດງ Monywa ຖືກຂັບໄລ່ໃຫ້ສະ
ຫຼາຍຕົວ ໃນການປາບປາມທີ່ເປັນເຫດໃຫ້ພວກປະທ້ວງຫຼາຍສິບຄົນ ໄດ້ຮັບບາດເຈັບ.

ນອກນີ້ແລ້ວທ່ານນາງ ຊູຈີ ຍັງໄດ້ພົບປະກັບບັນດາເຈົ້າໜ້າທີ່ຂອງບໍລິສັດ United Myannar Economic Holding ຈໍາກັດ ຊຶ່ງເປັນບໍລິສັດ ໃນເຄືອຂອງທະຫານທີ່ເປັນ ພາຄີກັບບໍລິສັດ Wan Bao ທີ່ຈີນເປັນເຈົ້າຂອງ ໃນໂຄງການຂະຫຍາຍບໍ່ແຮ່ດັ່ງກ່າວນີ້.

ທ່ານ Ohn Kyaing ໂຄສົກພັກຝ່າຍຄ້ານຂອງທ່ານນາງ ເວົ້າວ່າ ທ່ານນາງຊູຈີ ມີແຜນ ການທີ່ຈະເປັນຜູ້ເຈລະຈາໄກ່ເກ່ຍກ່ຽວກັບບັນຫານີ້ ລະຫວ່າງທັງສອງຝ່າຍ ແລະທ່ານ ນາງກໍຮູ້ສຶກເສຍໃຈທີ່ສຸດຕໍ່ເຫດຮ້າຍທີ່ເກີດ ຂຶ້ນ ເມື່ອຕອນເຊົ້າມື້ຜ່ານມານັ້ນ

ໂຄສົກ Kyaing ເວົ້າວ່າ: “ທ່ານນາງຊູຈີ ຮູ້ສຶກເສຍໃຈຫຼາຍທີ່ສຸດກ່ຽວ ກັບການ ປາບປາມພວກປະທ້ວງ ຊຶ່ງທ່ານນາງຍັງໄດ້ຂໍຮ້ອງໃຫ້ເຈົ້າໜ້າທີ່ ປ່ອຍຕົວພວກ ປະທ້ວງທັງໝົດທີ່ຖືກຈັບກຸມນັ້ນ. ການກະທໍາທີ່ເກີນເຫດ ໃນການປາບປາມ ພວກປະທ້ວງ ຊຶ່ງຕໍາຫຼວດເວົ້າວ່າ ພວກເຂົາເຈົ້າກໍບໍ່ຄິດວ່າມັນຈະເປັນການກະ ທໍາທີ່ຮຸນແຮງເຖິງປານນັ້ນ ແລະບັດນີ້ທ່ານນາງຊູຈີ ພວມພະຍາຍາມຫາທາງ ແກ້ໄຂຢ່າງສັນຕິກ່ຽວກັບໂຄງການບໍ່ທອງແດງລັດປະດອງ. ໂດຍທີ່ທ່ານນາງຈະ ນໍາສະເໜີຕໍ່ສະພາແຫ່ງຊາດ ໃນບໍ່ຊ້ານີ້ ເພື່ອໃຫ້ສະພາຈັດຕັ້ງກໍາມະການສອບ ສວນຄະນະນຶ່ງຂຶ້ນມາກ່ຽວກັບໂຄງການນີ້.”

ທ່ານ Maung Zarni ຈາກໂຮງຮຽນເສດຖະກິດລອນດອນ ກ່າວວ່າ ຝ່າຍຕໍາຫຼວດກໍເວົ້າ ວ່າ ພວກເຂົາເຈົ້າໄດ້ໃຊ້ແຕ່ທໍ່ຊີດນໍ້າຂະໜາດໃຫຍ່ ແລະລະ ເບີດນໍ້າຕາເທົ່ານັ້ນ ແຕ່ຈາກ ການໄດ້ຮັບບາດເຈັບ ຂອງພວກປະທ້ວງທີ່ຖືກ ຂັບໄລ່ໃຫ້ສະຫຼາຍຕົວໄປນັ້ນ ຊີ້ແນະວ່າ ໄດ້ມີການນຳໃຊ້ອາວຸດບາງຊະນິດ ໂດຍພວກຕໍາຫຼວດປາບຈະລາຈົນທີ່ບໍ່ມີປະສົບພະ ການມາກ່ອນ.

ທ່ານ ຊານີ ເວົ້າວ່າ: ພວກຕໍາຫຼວດແມ່ນໄດ້ໃຊ້ກໍາລັງເກີນຂອບເຂດ ຄືໂດຍເບື້ອງຕົ້ນນັ້ນ ພວກເຂົາເຈົ້າໄດ້ໃຊ້ບັ້ງສີດທີ່ບັນຈຸສານເຄມີ ທີ່ເຜົາໄໝ້ ຜິວໜັງ ມີພະສົງປະມານສີ່ສິບອົງ ທີ່ໄດ້ຮັບບາດເຈັບສາຫັດ ພະບາງອົງ ໄດມີຜິວໜັງລອກອອກມາ ແລະທ່ານກໍຄົງຮູ້ດີ ມະຫາຊົນພາກັນໂກດແຄ້ນທີ່ສຸດ ທີ່ໄດ້ເຫັນພະສົງຫຼາຍສິບອົງຕົກຢູ່ໃນສະພາບເຊັ່ນນັ້ນ ໂຮມທັງສາມະ ເນນນ້ອຍທັງຫຼາຍທີ່ຕ້ອງຖືກຍິງລະເບີດໄຟໃສ່ໂດຍທະຫານຂອງປະທາ ນາທິບໍດີ ທຽນ ເຊນ ນັ້ນນໍາ.

ເມື່ອວັນພະຫັດອາທິດຜ່ານມານີ້ ກະຊວງຖະແຫຼງຂ່າວຂອງມຽນມາ ໄດ້ພິມເຜີຍແຜ່ຖະ ແຫຼງການສະບັບນຶ່ງ ໃນລັກສະນະກ່າວປ້ອງກັນການກະທໍາຂອງພວກເຈົ້າໜ້າທີ່ຮັກສາ ຄວາມປອດໄພ ແຕ່ຕໍ່ມາບໍ່ດົນກໍໄດ້ຖອນຖະແຫຼງການສະບັບດັ່ງກ່າວ ຊຶ່ງໃນມື້ວັນສຸກ ຜ່ານມາ ສື່ມວນຊົນກໍຍັງບໍ່ສາມາດຕິດຕໍ່ຫາເຈົ້າໜ້າທີ່ເພື່ອຂໍຄວາມຄິດເຫັນກ່ຽວກັບ ເລື່ອງນີ້.

ສ່ວນສະຖານທູດຈີນທີ່ນະຄອນຢ່າງກຸ້ງ ກໍໄດ້ອອກຖະແຫຼງການສະບັບນຶ່ງ ຫຼັງຈາກໄດ້ມີ ການ ປາບປາມຜ່ານພົ້ນໄປແລ້ວນັ້ນ ໂດຍກ່າວວ່າ ຂໍ້ຂັດແຍ້ງ ກັນລະຫວ່າງພວກຊາວ ບ້ານແລະພວກພັດທະນາໂຄງການບໍ່ແຮ່ ຈະໄດ້ຮັບ ການແກ້ໄຂຮ່ວມກັນໂດຍຜ່ານການ ເຈລະຈາຕໍ່ຮອງກັນ ແລະທາງສະຖານທູດຈີນກໍຫວັງວ່າ ຢາກຈະໃຫ້ມີສະພາບການທີ່ດີ ເພື່ອໃຫ້ການປະຕິບັດງານ ຂອງໂຄງການດັ່ງກ່າວ ດຳເນີນໄປດ້ວຍຄວາມລາບລື່ນ ຊຶ່ງ ທ່ານ Gao Mingbo ໂຄສົກສະຖານທູດຈີນກ່າວຊີ້ແຈງວ່າ:

ໂຄສົກ Mingbo ເວົ້າວ່າ: “ຄວາມສົນໃຈແທ້ໆຂອງຝ່າຍຈີນນັ້ນ ກໍຄືວ່າພວກເຮົາ ຈະເຮັດໃຫ້ເປັນທີ່ແນ່ໃຈວ່າ ສິດທິທາງກົດໝາຍຂອງພວກນັກລົງ ທຶນຈີນແມ່ນ ໄດ້ຮັບການ ປົກປ້ອງຄຸ້ມຄອງໃນກໍລະນີສະເພາະໃດນຶ່ງ ເພາະເຫດນີ້ ພວກເຮົາ ຈຶ່ງອອກຖະແຫຼງການ ເພື່ອຕອບໂຕ້ກັບຄວາມເປັນຫ່ວງບາງປະການ.”

ເມື່ອປີຜ່ານມາ ລັດຖະບານມຽນມາໄດ້ຢຸດການກໍ່ສ້າງໂຄງການເຂື່ອນໄຟ ຟ້າພະລັງນໍ້າ Myitsone ທີ່ໄດ້ຮັບການສະໜັບສະໜຸນຈາກຈີນ ຫຼັງຈາກຖືກກົດດັນໂດຍພວກປະທ້ວງ ຢ່າງຮຸນແຮງນັ້ນ.

XS
SM
MD
LG