ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Aung San Suu Kyi ຢ້ຽມຢາມ ລັດ Rakhine ທີ່ເກີດຄວາມວຸ້ນວາຍ


ຜູ້ຊາຍຊາວອົບພະຍົບໂຣຮິຢາຄົນນຶ່ງ ຊ່ອຍພວກເດັກນ້ອຍຍ່າງ
ຜ່ານຂີ້ຕົມ ຫຼັງຈາກຍ່າງຜ່າແມ່ນ້ຳ Naf ໃນຊາຍແດນ Bangladesh ຕິດກັບມຽນມາ ໃນເມືອງ Palong Khali,
ໃກ້ເມືອງ Cox’s Bazar, Bangladesh, 1 ພະຈິກ, 2017.
ຜູ້ຊາຍຊາວອົບພະຍົບໂຣຮິຢາຄົນນຶ່ງ ຊ່ອຍພວກເດັກນ້ອຍຍ່າງ ຜ່ານຂີ້ຕົມ ຫຼັງຈາກຍ່າງຜ່າແມ່ນ້ຳ Naf ໃນຊາຍແດນ Bangladesh ຕິດກັບມຽນມາ ໃນເມືອງ Palong Khali, ໃກ້ເມືອງ Cox’s Bazar, Bangladesh, 1 ພະຈິກ, 2017.

​ຜູ້ນຳ​ມຽນມາ ທ່ານ​ນາງ Aung San Suu Kyi ​ໄດ້​ເດີນທາງ​ໄປ​ຍັງ​ລັດ Rakhine ຊຶ່ງ
ເປັນລັດທີ່ພວມປະສົບບັນຫາ ໃນພາກ​ເໜືອຂອງ​ປະ​ເທດ ​ເປັນ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​
ເລີ້ມ​ມີ​ການ​ປາບປາມທາງທະຫານ​ຢ່າງ​ໂຫດຮ້າຍຕໍ່​ພວກຊົນ​ກຸ່ມ​ນ້ອຍຊາວມຸສລິ​ມ​ໂຣ
​ຮິ​ຢາ.

​ໂຄສົກ​ຂອງ​ທ່ານ​ນາງ Aung San Suu Kyi ​ໄດ້​ກ່າວ​ວ່າ ທ່ານ​ນາງ ​ນາງ​ກຳລັງ​ມຸ່ງ​ໜ້າ​ໄປເມືອງຊາຍ​ແດນ Maungdaw ຈາກ​ເມືອງ Sittwe ​ເມືອງຂອງ​ຫຼວງລັດ Rakhine
ບ່ອນ​ທີ່​ທ່ານ​ໄດ້​ໄປ​ຮອດ​ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້.

​ທ່ານນາງອອງຊານ ຊູຈີ ຜູ້ທີ່ໄດ້ຮັບລາງວັນ​ໂນ​ແບ​ລຂະແໜງສັນຕິພາບ ​ໄດ້ຖືກຕ້ອງຕິ
ຈາກ​ປະຊາ​ຄົມນາໆ​ຊາດກ່ຽວ​ກັບ​ການ​ຮັບມືຢ່າງ​ເຊື່ອງ​ຊ້າຕໍ່​ວິ​ກິດ​ການ​ດັ່ງກ່າວ​ນີ້.
ໃນຂັ້ນຕົ້ນທ່ານ​ນາງຢືນຢັດ​ວ່າ “ມີການໃຫ້ຂໍ້ມູນທີ່ຜິດພາດຢ່າງໃຫຍ່ຫຼວງ” ກ່ຽວ​ກັບສະພາບການຂອງຊາວໂຣ​ຮິ​ຢາ.

ການ​ໂຈມ​ຕີ​ຂອງ​ພວກຫົວ​ຮຸນ​ແຮງໂຣ​ຮິ​ຢາ ​ຕໍ່​ຄ້າຍ​ຕຳຫຼວດ​ໃນພາກ​ເໜືອລັດ Rakhine
​ເມື່ອເດືອນ​ສິງຫາ​ຜ່ານ​ມາ​ນີ້ ພາ​ໃຫ້ພວກ​ທະຫານເລີ້ມທຳການໂຈມຕີຈູດທຳລາຍຕໍ່
ໝູ່​ບ້ານ​ຂອງ​ຊາວ​ໂຣ​ຮິ​ຢາ ທີ່​ພາ​ໃຫ້​ຊາວໂຣຮິງຢາ 600 ພັນ​ຄົນຫລົບໜີຈາກລັດ
Rakhine ເຂົ້າ ​ໄປ​ໃນ Bangladesh, ຊຶ່ງ​ສ່ວນ​ໃຫຍ່ແລ້ວແມ່ນ​ໄດ້​ເຂົ້າ​ໄປ​ໃນ​ເຂດ
ເມືອງ Cox’s Bazar. ​ເກືອບ​ວ່າ 60 ​ເປີ​ເຊັນ​ຂອງ​ຊາວ​ອົບ​ພະຍົບພວກ​ນີ້​ແມ່ນ​ພວກ
​ເດັກນ້ອຍ.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ເຖິງ​ການໂຈມຕີຕໍ່ຊາວມຸສລິມໂຣຮິງຢານີ້ນີ້​ວ່າ
​“ເປັນ​ຕົວຢ່າງຢູ່ໃນປື້ມກ່ຽວກັບການ​ໂຈມ​ຕີ​ກວດລ້າງ​ຊົນຊາດຊົນເຜົ່າອັນນຶ່ງ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG