ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອອງ ຊານ ຊູຈີ ກ່າວວ່າ ທ່ານນາງກ້າພໍ ທີ່ຈະສະມັກ ເປັນປະທານາທິບໍດີ (ວີດີໂອ)


ທ່ານນາງອອງຊານ ຊູຈີ ຜູ້ນໍາ ພັກສັນນິບາດແຫ່ງຊາດ
ເພື່ອປະຊາທິປະໄຕ ໃນມຽນມາ
ທ່ານນາງອອງຊານ ຊູຈີ ຜູ້ນໍາ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ໃນມຽນມາ
ຫົວໜ້າຝ່າຍຄ້ານຂອງມຽນມາ ທ່ານນາງອອງ ຊານ ຊູຈີ ກ່າວວ່າ
ທ່ານນາງມີຄວາມກ້າຫານພຽງພໍ ທີ່ຈະລົງສະມັກເລືອກຕັ້ງເປັນ
ປະທານາທິບໍດີ ຖ້າຫາກວ່າປະຊາຊົນມີຄວາມປະສົງເຊ່ນນັ້ນ.

ທ່ານນາງອອງຊານ ຊູຈີ ຜູ້ທີ່ໄດ້ຮັບລາງວັນໂນແບລ ຂະແໜງ
ສັນຕິພາບ ໄດ້ກ່າວເຊ່ນນັ້ນໃນວັນຈັນວານນີ້ ໃນກອງປະຊຸມ
ໃຫ້ສໍາພາດຂ່າວ ຢູ່ສໍານັກງານໃຫຍ່ຂອງພັກສັນນິບາດແຫ່ງຊາດ
ເພື່ອປະຊາທິປະໄຕ ຂອງທ່ານ ທີ່ນະຄອນຢ່າງກຸ້ງ.

ລັດຖະທໍາມະນູນສະບັບປະຈຸບັນຂອງມຽນມາ ຫ້າມບໍ່ໃຫ້ທ່ານ
ນາງກໍາຕໍາແໜ່ງສູງສຸດຂອງປະເທດ ແຕ່ທ່ານນາງອອງຊານ ຊູຈີ
ໄດ້ບອກກັບບັນດານັກຂ່າວວ່າ ກົດລະບຽບດັ່ງກ່າວນັ້ນ ຈະບໍ່ມີ
ບັນຫາອີກຕໍ່ໄປ ໃນບໍ່ຊ້ານີ້.

“ຂ້າພະເຈົ້າເປັນຜູ້ນໍາພັກການເມືອງ. ໃນຖານະຜູ້ນໍາຂອງພັກການເມືອງນັ້ນ, ຂ້າພະເຈົ້າກໍຈະຕ້ອງມີຄວາມກ້າຫານທີ່ຈະເປັນປະທານາທິບໍດີໄດ້ນໍາ ຖ້ານັ້ນຄື
ສິ່ງທີ່ປະຊາຊົນຕ້ອງການ ແລະຂ້າພະເຈົ້າກໍຈະປະຕິບັດຕາມ. ກ່ຽວກັບບັນຫາ
ດັ່ງກ່າວນີ້ ກົດໝາຍລັດຖະທໍາມະນູນນັ້ນແມ່ນສາມາດດັດແກ້ໄດ້ ຢູ່ໃນ ສະພາ.
ການແກ້ໄຂກົດລັດຖະທໍາມະນູນນັ້ນ ເປັນນຶ່ງໃນນະໂຍບາຍຕ່າງໆຂອງພວກເຮົາ
ຢູ່ແລ້ວ ນັບຕັ້ງແຕ່ພວກເຮົາໄດ້ເຂົ້າຮ່ວມໃນການເລືອກຕັ້ງຄັ້ງພິເສດນັ້ນ
ແລະພວກເຮົາກໍຈະສືບຕໍ່ພະຍາຍາມດັດແກ້ໄປເລື້ອຍໆ ບໍ່ແມ່ນແຕ່ພຽງ ເພື່ອໃຫ້
ຂ້າພະເຈົ້າໄດ້ເປັນປະທານາທິບໍດີເທົ່ານັ້ນ ແຕ່ຈະດັດແກ້ໃນຂໍ້ອື່ນໆອີກນໍາ.”


ທ່ານນາງອອງຊານ ຊູຈີ ຫາກໍກັບຄືນສູ່ມຽນມາ ຫຼັງຈາກທີ່ໄດ້ເຄື່ອນໄຫວຢ້ຽມຢາມສະຫະ
ລັດ ເປັນເວລາ 2 ອາທິດ.

ຄໍາເຫັນຂອງທ່ານນາງ ມີຂຶ້ນ ໃນໄລຍະທີ່ປະທານາທິບໍດີ Thein sein ໄດ້ເດີນທາງອອກ
ນອກປະເທດ ໄປຢ້ຽມຢາມເກົາຫຼີໃຕ້ຢ່າງເປັນທາງການ ຊຶ່ງການຢ້ຽມຢາມກຸງໂຊລແມ່ນ
ເປັນບາດກ້າວອັນຫລ້າສຸດ ໃນການດໍາເນີນຄວາມພະຍາຍາມຢູ່ຕໍ່ມາຂອງທ່ານ ເພື່ອຟື້ນ
ຟູພາບພົດແລະເສດຖະກິດຂອງປະເທດຂອງທ່ານ.

ວີດີໂອ: ທ່ານນາງອອງ ຊານ ຊູຈີ ພົບປະກັບ ຊາວມຽນມາໃນສຫະລັດ
ເມື່ອເດືອນສິງຫາຜ່ານາມາ ແລະຮຽກຮ້ອງໃຫ້ສ້າງຄວາມຖືກຕ້ອງປອງດອງກັນ:


Burma's Aung San Suu Kyi: Focus on Reconciliation
please wait

No media source currently available

0:00 0:02:37 0:00
ລິງໂດຍກົງ
XS
SM
MD
LG