ຜູ້ນໍາຝ່າຍຄ້ານຂອງມຽນມາ ທ່ານນາງອອງຊານ ຊູຈີ ໄດ້ຮ້ອງ
ເຊຍໃຫ້ກຳລັງໃຈແກ່ພວກນັກກິລາທີ່ເຂົ້າຮ່ວມການແຂ່ງຂັນ
ກິລາໂອລິມປິກລະດູໜາວ ພິເສດສໍາລັບຄົນພິການປີ 2013
ທີ່ເມືອງ Pyeongchang ຊຶ່ງເປັນແຫຼ່ງທ່ອງທ່ຽວສໍາລັບຫລິ້ນ
ສະກີ ຂອງເກົາຫລີໃຕ້ ໃນວັນພຸດມື້ນີ້.
ຜູ້ສະໜັບສະໜຸນປະຊາທິປະໄຕທີ່ສໍາຄັນທ່ານນີ້ ໄປຮ່ວມກອງ
ປະຊຸມສຸດຍອດດ້ານການພັດທະນາຂອງໂລກຊຶ່ງຈັດຂຶ້ນຄຽງຄູ່
ກັບການແຂ່ງຂັນກິລາ ດັ່ງກ່າວ. ໃນການກ່າວຢູ່ກອງປະຊຸມຖະ
ແຫລງຂ່າວນັ້ນ ທ່ານນາງໄດ້ປຽບທຽບເວລາໃນຊຸມປີທີ່ທ່ານ
ນາງຖືກກັກບໍລິເວນຢູ່ນັ້ນ ໃສ່ກັບປະສົບການຂອງພວກນັກກິ
ລາພິການ.
ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງສັນຕິພາບທ່ານນີ້ເວົ້າວ່າ ທ່ານນາງ “ຮູ້ສຶກວ່າ ຕົນຍັງບໍ່ອົດທົນເກັ່ງ” ເທົ່າກັນກັບພວກນັກກິລາ ທີ່ມີຄວາມມຸ້ງໝັ້ນ ຕັ້ງໃຈຫລາຍພັນຄົນ ທີ່
ເຂົ້າຮ່ວມໃນການແຂ່ງຂັນດັ່ງກ່າວນີ້. ທ່ານນາງເວົ້າວ່າ ການເປີດໂອກາດໃຫ້ພວກຄົນພິ ການ ສາມາດເຮັດກິດຈະກໍາຕ່າງໆຢ່າງຫ້າວຫັນໃນຊຸມຊົນຂອງເຂົາເຈົ້ານັ້ນ ແມ່ນສໍາຄັນ ຫລາຍ ແລະການເຂົ້າຮ່ວມ ກິດຈະກໍາຕ່າງໆ ແມ່ນກະແຈສໍາຄັນໃນການຮັບປະກັນສິດທິ ມະນຸດ.
ທ່ານນາງຍັງໄດ້ກ່າວເຖິງຄວາມເຄັ່ງຕຶງທາງສາສະໜາ ຢູ່ໃນມຽນມາ ໂດຍ ໄດ້ເນັ້ນວ່າ ການທີ່ “ມີສັກສະນະແຕກຕ່າງຫຼືບໍ່ຄືກັບໝູ່ຜູ້ອື່ນ” ນັ້ນບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ສັງຄົມແຕ່ຢ່າງ ໃດ.
ປະມວນພາບຫລ້າສຸດກ່ຽວກັບການເຄື່ອນໄຫວຂອງທ່ານນາງອອງຊານ ຊູຈີ: