ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ທ່ານ​ນາງ Aung San Suu Kyi ​ຢ້ຽມຢາມ ອອສເຕຣເລຍ (ວີດີໂອ)


ທ່ານນາງ Aung San Suu Kyi (ຂວາ) ແລະ ຜູ້ປົກຄອງລັດ New South Wale (ຊ້າຍ) ທ່ານນາງ Marie Bashir ທີ່ນະຄອນ Sydney
ຜູ້​ນໍາປະ​ຊາ​ທິປະ​ໄຕຂອງມຽນມາ ທ່ານ​ນາງ Aung San Suu
Kyi ​ໄດ້​ຖືກ​ຮັບ​ຕ້ອນ​ຈາກບັນດາ​ຜູ້​ສະໜັບສະໜູນ​ຫຼາຍ​ສິບ​ຄົນ
​ໃນ​ຂະນະ​ທີ່ທ່ານ​ນາງ​ເດີນ ທາງ​ໄປ​ເຖິງ ​ສະໜາມ​ບິນ​ນະຄອນ
Sydney ​ໃນ​ວັນ​ພຸດ​ມື້​ນີ້ ອັນ​ເປັນ​ການ​ເດີນທາງ ໄປ​ຢ້ຽມຢາມ
ອອສ​ເຕຣ​ເລຍ​ ເປັນເທື່ອ​ທໍາ​ອິດ.

ຜູ້ແທນ​ຝ່າ​ຍຄ້ານຂອງ​ມຽນມາ​ທ່ານນີ້ ​ໄດ້​ກ່າວ​ຕໍ່​ບັນດາ​ນັກຂ່າ​ວ
ວ່າ ທ່າ​ນນາງ ຫວັງ​ວ່າ​ຈະ​ໃຊ້​ເວລາ​ຫ້າ​ມື້​ຂອງ​ການຢ້ຽມຢາມເພື່ອ​
ອະພິ​ບາຍ​ວ່າ ​ເປັນ​ຫຍັງພັກ​ຂອງ​ທ່າ​ນນາງຈຶ່ງ​ໃຫ້ການສະໜັບສະ
ໜູ​ນ​ປະຊາທິປະ​ໄຕ​ໃນມຽນມາ ຊຶ່ງກໍາລັງ​ຫັນປ່ຽນ ຈາກ​ການ​ປົກ
ຄອງ​ແບບໂຫດຮ້າຍ​ຂອງທະຫານເປັນ​ເວລາ​ຫລາຍສິບ​ປີ ນັ້ນ.

ທ່ານ​ນາງ​ອອງຊານ​ ຊູ​ຈີ ​ເວົ້າວ່າ “ຂ້າພະ​ເຈົ້າ ກໍາລັງ​ມີ​ຄວາ​ມຮູ້ສຶກວ່າ​ມັນ​ເປັນ​ຢ່າງ​ໃດບໍ່​ຮູ້ ​ເພາະ
ວ່າ ນີ້ແມ່ນການ​ເດີນທາງ​ລົງ​ມາ​ໃຕ້​ເສັ້ນ​ສູນ​ສູດ​ເປັນ​ເທື່ອ​ທຳ ອິດ. ມັນ​ມີ​ຄວາມ​ຮູ້​ສື​ກ​ແປກໆໜ້ອຍ
​ນຶ່ງ ​ແລະ​ຍັງ​ຈະ​ອະພິ​ບາຍ​ໃຫ້​ຮູ້​ວ່າ ພວ​ກ​ເຮົາ​ກໍາລັງເຮັດ​ຫຍັງ​ຢູ່​ໃນມຽນມາ ຂະນະ​ນີ້.”

ຫລາຍ​ສິບ​ຄົນ ທີ່​ພາ​ກັນໄປເຕົ້າ​ໂຮມ​ກັນ​ຢູ່​ສະໜາມບິນ ກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ຕື່ນ​ເຕັ້ນ​ ​ໃນ​ທີ່​
ສຸດ​ທີ່​ໄດ້​ພົບ​ກັບຜູ້​ທີ່ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນ ຕິພາບ.

ທ່ານ​ນາງ Aung San Suu Kyi ຕໍ່​ມາ​ໄດ້​ຮັບ​ປະລິນຍາເອກ ກຽດນິຍົມ ​ໃນ​ວັນ​ພຸດ​ມື້​ນີ້ຈາກ​ມະ
ຫາວິທະຍາ​ໄລ Sydney ແລະມະຫາວິທະຍາ​ໄລ Technology ໃນລະຫວ່າງພິທີ ທີ່​ຈັດ​ຂຶ້ນທີ່
ໂຮງ​ມະຫໍລະສົບ​ແຫ່ງ​ຊາດ Sydney Opera House ທີ່​ມີ​ຊື່​ສຽງ​ຂອງ​ອອສ​ເຕຣ​ເລຍ​ນັ້ນ.

ທ່ານ​ນາງ ຍັງ​ຈະ​ໄດ້​ກ່າວ​ຄໍາ​ປາ​ໄສ​ຫລາຍໆ​ຄັ້ງ ​ໃນ​ຂະນະ​ທີ່​ຢ້ຽມຢາມນະຄອນ Canbera ​ແລະ
Melbourne ​ໃນ​ທ້າຍ​ອາທິດ​ນີ້.

ທ່ານນາງ Aung San Suu Kyi ຢ້ຽມຢາມ ປະເທດ ອອສເຕຣເລຍ
please wait

No media source currently available

0:00 0:00:33 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ລາຍການວິ​ທະ​ຍຸ-ໂທ​ລະ​ພາບ ວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG