ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງຊູຈີ ໄດ້ຮັບ ການຕ້ອນຮັບ ຢ່າງອົບອຸ່ນ ຢູ່ອັງກິດ (ສະໄລດ໌)


ທ່ານນາງອອງຊານ ຊູຈີ ຜູ້ນຳຝ່າຍຄ້ານມຽນມາ (ທີ 2 ຈາກຂວາ) ພວມໄປຮັບປລິນຍາບັດກິຕິມະສັກ ທີ່ມະຫາວິທະ ຍາໄລ Oxford ປະເທດອັງກິດ (20 ມິຖຸນາ 2010)
ທ່ານນາງອອງຊານ ຊູຈີ ຜູ້ນຳຝ່າຍຄ້ານມຽນມາ (ທີ 2 ຈາກຂວາ) ພວມໄປຮັບປລິນຍາບັດກິຕິມະສັກ ທີ່ມະຫາວິທະ ຍາໄລ Oxford ປະເທດອັງກິດ (20 ມິຖຸນາ 2010)

ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ນໍາ​ພັກ​ຝ່າຍ​ຄ້ານ​ຂອງ​ມຽນມາ ກ່າວ​ວ່າ ປະທາ ນາ​ທິບໍດີ​ມຽນມາ ບໍ່​ຄວນ​ຈະມອງ​ເຫັນ​ ການ​ຕ້ອນ​ຮັບ​ທີ່​ອົບ​ອຸ່ນ​ທີ່​ທ່ານ​ນາງ​ໄດ້​ຮັບ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ປະ​ເທດ​ອັງ​ກິດ​ເທື່ອ​ທໍາ​ອິດ​ຂອງ​ທ່ານ​ນາງ​ໃນຮອບ 24 ປີ​ນັ້ນ ວ່າ​ເປັນ​ສິ່ງ​ທ້າທາຍ​ແຕ່​ຢ່າງ​ໃດເລີຍ.

ທ່ານ​ນາງ​ມີ​ກໍານົດ ຈະ​ໄດ້​ຮັບປະ​ຣິນຍາ​ບັດ​ກິ​ຕິ​ມະ​ສັກ ​ພ້ອມ​ກັບ​ກ່າວຄໍາ​ປາ​ໄສ ​ເມື່ອ​ວັນ​ພຸດ​ມື້​ນີ້ ທີ່​ມະຫາ​ວິທະຍາ​ໄລ Oxford ມື້​ນຶ່ງຫຼັງຈາກຝູງ​ຊົນທີ່​ອັ່ງ​ອໍ​ກັນ​ຢູ່​ທີ່​ຫ້ອງ​ປະຊຸມ​ຂອງ​ສະ​ຖາ​ບັນ​ເສດຖະກິດໃນ​ກຸງລອນ​ດອນ ​ໄດ້​ພາກັນ​ຢືນຂຶ້ນຕ້ອນຮັບ​ທ່ານ​ນາງຢ່າງ​ຟົດຟື້ນນັ້ນ.

ທ່ານ​ນາງອອງຊານ​ ຊູ​ຈີ ​ຜູ້​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິ​ພາບ ກ່າວໃນ​ຕອນ​ໃຫ້ສໍາພາດ​ຕໍ່ໂທລະພາບ​ ​ກ່ຽວ​ກັບການ​ຕ້ອນຮັບທ່ານ​ນາງ​ຢ່າງ​ສົມ​ກຽດນັ້ນ​ວ່າ ​ເປັນ​ສັນຍານ​ທີ່​ສະ​ແດງ​ໃຫ້​ວ່າ ທົ່ວ​ທັງ​ໂລກ​ຢາກ​ໃຫ້​ມຽນມາ​ປ່ຽນແປງ​ໄປ​ໃນທິດ​ທາງ​ທີ່ຖືກຕ້ອງຫຼາຍສໍ່າ​ໃດ.

ລັດຖະບານ​ພົນລະ​ເຮືອນ​ແຕ່​ພຽງ​ໃນ​ນາມ​ຂອງ​ມຽນມາ ​ໄດ້​ເຂົ້າ​ບໍລິຫານ ປະ​ເທດ​ເມື່ອ​ປີຜ່ານມາ ພ້ອມ​ກັບ​ທ່ານ​ນາງ​ອອງຊານ ຊູ​ຈີ ຊະນະ​ການ ​ເລືອກ​ຕັ້ງເອົາບ່ອນ​ນັ່ງໃນສະພາ ​ເມື່ອ​ເດືອນ​ເມສາ​ຜ່ານ​ມາ ຫຼັງຈາກ​ໃຊ້​ເວລາຫຼາຍປີ​ຖືກ​ກັກ​ບໍລິ​ເວນຢູ່​ໃນ​ມຽນມາ. ທ່ານ​ນາງ​ເວົ້າວ່າ ທ່ານ​ນາງ​ບໍ່​ໄດ້​ມອງ​ຕໍາ​ແໜ່​ງ​ໃໝ່​ຂອງ​ທ່ານ​ນາງວ່າ ​ເປັນຕໍາ​ແໜ່​ງທີ່​ອັນຕະລາຍ​ແຕ່​ຢ່າງ​ໃດ.

ນອກ​ນີ້​ແລ້ວ​ທ່ານ​ນາງ ຍັງ​ກ່າວ​ເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ມັນ​ບໍ່​ຂຶ້ນກັບ ທ່ານ​ນາງ ທີ່​ຈະ​ເກ້​ຍກ່ອມ​ໃຫ້​ພວກ​ທີ່ຫຼົບໜີ​ຈາກ​ມຽນມາ ​ກັບ​ຄືນ​ບ້ານ ​ແລະວ່າ​ທຸກໆ​ຄົນ​ຈະ​ຕ້ອງ​ຕັດສິນ​ໃຈ​ເອົາ​ເອງ.

XS
SM
MD
LG