ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານນາງ Aung San Suu Kyi ໄດ້ຊະນະການເລືອກຕັ້ງ ຢ່າງຖ້ວມລົ້ນ


Expectations High for Aung San Suu Kyi in Myanmar
please wait

No media source currently available

0:00 0:02:22 0:00

ເຊີນຊົມວີດິໂອເລລື້ອງນີ້

ນາງ Mya Pwint Phyu ​ເກືອບ​ຈະ​ຮ້ອງ​ອອກມາດ້ວຍ​ຄວາມ​
ຕຶ່ນ​ເຕັ້ນ ​ໃນ​ຂະນະ​ທີ່​ນາງ​ເວົ້າ​ກ່ຽວກັບ ການ​ເລືອກ​ຕັ້ງ​ຄັ້ງ​ປະ
ວັດ​ສາດ​ຂອງມຽນມາ. ຜົນ​ກາ​ນ ເລືອກ​ຕັ້ງ​ທີ່​ເປັນ​ທາງ​ການ​ເຜີຍ
ແຜ່​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ໄດ້​ຢືນຢັນ​ວ່າ ທ່ານ​ນາງ Aun​g San
Suu Kyi ພັກ​ສັນນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໃຕ NLD
​ໄດ້​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ ​ແລະ​ຈະ​ເລືອກ​ຕັ້ງເອົາ​ປະທານາທິ
ບໍດີ​ຄົນ​ໃໝ່ປີໜ້າ​ນີ້.

ນາງ Mya Pwin Phyu ​ແລະ​ເພື່ອນ​ຂອງ​ລາວ 11 ຄົນ ຢູ່​ທີ່​
ຮ້ານ​ຂາຍ​ເຄື່ອງຫ້ອງການ​ຕ່າງ​ໆ ​ໃນ​ໃຈກາງ​ນະຄອນ Man-
dalay ​ໄດ້​ພາກັນນັ່ງ​ຢູ່​ໜ່ວຍ​ປ່ອນ​ບັດຕ່າງໆ ​ໃນ​ວັນ​ເລືອກ​ຕັ້ງ
ເບິ່ງ​ການ​ລົງ​ຄະແນນສຽງເລື​ອກຕັ້ງ​ຢ່າງ​ໃກ້ຊິດ ຢູ່​ໃນ​ເມືອງ​ເກົ່າຊຶ່ງ​ປັດ​ຈຸ​ບັນ​ນີ້ ​ໄດ້​ກາຍ​ເປັນ​ຄ້າຍ​ທະຫານ ທີ່​ພັກ​ພາ​ຂອງ​ພວກ​ທະຫານ ​ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ.

ຜູ້ນຳຝ່າຍຄ້ານ ທ່ານນາງ Aung San Suu Kyi ກຳລັງອອກຈາກ ການຖະແຫລງນ່າວ ທ່ບ້ານພັກຂອງທ່ານ
ຜູ້ນຳຝ່າຍຄ້ານ ທ່ານນາງ Aung San Suu Kyi ກຳລັງອອກຈາກ ການຖະແຫລງນ່າວ ທ່ບ້ານພັກຂອງທ່ານ

“ຖ້າ​ຫາກ​ພວ​ກເຮົາ​ເຫັນ​ບັນຫາ​ໃດໆ ຫລື​ຂີ້ລັກ ພວກ​ເຮົາ​ຈະ​ບອກ​ສື່ມວນ​ຊົນ” ນາງ​ກ່າວ​
ກ່ຽວກັບກຸ່ມ​ປະ​ຕິ​ບັດ​ງານ​ສັງ​ເກ​ດການ​ທີ່​ບໍ່​ເປັນ​ທາງ​ການ ທີ່​ປະກອບ​ດ້ວຍ​ບັນດາ​ຜູ້ຍິງ​ທັງ
​ໝົດ​ທີ່​ເປັນ​ຜູ້​ປ່ອນ​ບັດ​ເທື່ອ​ທຳ​ອິດ. “ພວກ​ເຮົ​າຕ້ອງການ​ຢາກ​ຮວມຢູ່​ໃນ​ຂະນະ​ນີ້ “ນາງ​
ກ່າວ​ເພີ້​ມວ່າ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ປ່ອນ​ບັດ​ໄດ້ເປັນ​ຜົນອອກ​ມາຢ່າງ “ທ່ຽງ​ທຳດີ
​ສົມຄວນ.”

​ຈະມີ​ການ​ລໍຖ້າ​ໄປອີກ​ເກືອບ​ຫ້າ​ເດືອນ ກ່ອນ ຜູ້ນຳ​ປະຊາທິປະໄຕ ທ່ານ​ນາງ Aun San
Suu Kyi ຈະສາ​ມາດ​ປະກອບ​ລັດຖະບານ​ໃໝ່ ນາງ Mya Pwint Phyu ອາຍຸ 24 ປີ ​
ແລະບັນດາ​ເພື່ອນ​ຜູ້​ຮັກ​ຊາດ​ຂອງ​ນາງ ບັດ​ນີ້​ສາມາດ​ເຮັດ​ໃຫ້​ເຂົາ​ເຈົ້າ ວາດ​ພາບວ່າ ການ
​ປ່ຽນແປງ​ລັດຖະບານ​ໃໝ່ ອາດຈະ​ນຳ​ເອົາ​ສັພພະຍາກອນ ທີ່ຮັ່ງມີ​ຂອງ​ຊາດມາສູ່ ປະ​ເທດ
​ທີ່​ທຸກ​ຈົນ ພາຍ​ໃຕ້​ກາ​ນປົກ​ຄອງ​ຜະເດັດ​ການ​ຂອງ​ທະຫານ​ມາ​ຫລາຍ​ທົດ​ສະ​ວັດ.

ທ່ານນາງ Aung San Suu Kyi, ຄົນກາງ, ກຳລັງມາເຖິງສະພາ ເພື່ອເຂົ້ິາຮວມປະຊຸມ
ທ່ານນາງ Aung San Suu Kyi, ຄົນກາງ, ກຳລັງມາເຖິງສະພາ ເພື່ອເຂົ້ິາຮວມປະຊຸມ

“ຢູ່ ​ພາຍ​ໃຕ້​ລັດຖະບານ​ທີ່​ຜ່ານ​ມາ ຖ້າ​ຫາກ​ເຂົາ​ເຈົ້າ​ສ້າງ​ຖະໜົນ​ຫົນທາງ​ໃໝ່ ເ​ຂົາ​ເຈົ້າ​ຈະ​
ເຮັດ​ຖືກເທົ່າ​ທີ່​ຈະ​ຖືກ​ໄດ້ ​ແລະ​ມັນ​ຈະ​ສ້າງ​ທົດ​ແທນ​ຄືນ​ຫລັງ​ຈາກ​ປີ​ໜຶ່ງ” ທີ່​ນາງ​ໄດ້​ກ່າວ
“ຖ້າ​ຫາກ​ວ່າ Daw Aung San Suu Kyi ​ໄດ້​ອຳນາດ ຖະໜົນ​ຫົນ​ທ່າ​ງຈະ​ດີ​ຂື້ນ​. ພ້ອມ​
ທັງ​ລະບົບ​ການ​ສຶກສາ​ຈະ​ດີ​ຂື້ນ ​ແລະ​ຈະ​ມີ​ວຽກ​ງານ​ຫລາຍ​ຂື້ນ ​ເພາະວ່າ​ມີ​ການ​ລົງທຶນ
​ຈາກ​ຕ່າງປະ​ເທດ.

ສະມາຊິກ​ອີກ​ຄົນ​ໜຶ່ງ​ ຂອງ​ ຮ້ານ​ຂາຍ​ເຈັ້ຍ​ຂຽນ ທີ່​ເປັນ​ທິມສັງ​ເກ​ດການ ນາງ Pearl ອາຍຸ
24 ປີ ​ໄດ້​ປະລິນຍາໂທ ຝ່າຍ​ຄະນິດສາດ ​ແຕ່​ບໍ່​ສາ​ມາດ​ຊອກ​ວຽກ​ໄດ້​ທີ່​ຊ່ວຍໃນ​ຄວາມ​
ສາມາດ​ຂອງ​ລາວ.

XS
SM
MD
LG