ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ອອງ ຊານ ຊູຈີ ຮຽກຮ້ອງ ນັກລົງທືນ ໃຫ້ພາກັນ ຮອບຄອບ (ວີດີໂອ)


ຜູ້ນໍາຝ່າຍຄ້ານຂອງມຽນມາ ທ່ານນາງ Aung San Suu Kyi ຖະແຫລງຕໍ່ກອງປະຊຸມ
ເວທີເສດຖະກິດໂລກ ກ່ຽວກັບເອເຊຍຕາເວນອອກ ທີ່ບາງກອກ, ປະເທດໄທ, ວັນສຸກ ທີ 1 ເດືອນມີຖຸນາ 2012.
ຜູ້ນໍາຝ່າຍຄ້ານຂອງມຽນມາ ທ່ານນາງ Aung San Suu Kyi ຖະແຫລງຕໍ່ກອງປະຊຸມ ເວທີເສດຖະກິດໂລກ ກ່ຽວກັບເອເຊຍຕາເວນອອກ ທີ່ບາງກອກ, ປະເທດໄທ, ວັນສຸກ ທີ 1 ເດືອນມີຖຸນາ 2012.

ຜູ້​ນໍາ​ຝ່າຍ​ຄ້ານຂອງ​ມຽນມາ ທ່ານ​ນາງ Aung San Suu Kyi ​ໄດ້​ຮຽກຮ້ອງໃນ​ວັນ​
ສຸກມື້ນີ້ ໃຫ້​ບັນດາ​ນັກ​ລົງ​ທືນຕ່າງປະ​ເທດ ຈົ່ງໃຊ້ ການ​ພິຈາລະນາແບບຮອບ​ຄອບ
ໃນ​ຂະນະ​ທີ່​ປະ​ເທດ​ຂອງ​ທ່ານ​ນາງຈັດຕັ້ງປະຕິບັດ​ການ​ປະ​ຕິຮູບຫລັງ​ຈາກ​ໄດ້​ຢູ່​ພາຍ
ໃຕ້ການ​ປົກຄອງ​ຂອງ​ທະຫານ​ມາເປັນ​ເວລາ​ເຄິ່ງສັດຕະ​ວັດ.

ຢູ່​ໃນ​ຄໍາ​ຖະ​ແຫລ​ງ​ຕໍ່​ກອງ​ປະ​ຊຸ​ມເວທີເສດຖະກິດ​ໂລກ ກ່ຽວ​ກັບ​ເຂດເອ​ເຊຍ​ຕາ​ເວັນອອກ
ທີ່​ບາງກອກ ທ່ານ​ນາງ​ອອງຊານ ຜູ້ທີ່​ເຄີຍໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງສັນຕິພາບ
​ໄດ້​ປະນາມການທີ່ບໍ່​ມີ​ການ​ປ່ຽນ​ແປງ​ໃນລະບົບ​ຕຸລາການ​ ທີ່​ມີ​ການສໍ້ໂກງຂອງມຽນມາ​
ແລະ​ກ່າວ​ຕື່ມວ່າ ທ່ານ​ນາງ​ບໍ່ໄດ້ຢາກ​ໃຫ້ມີການ​ລົງ​ທຶນ ແບບທີ່ນໍາໄປສູ່ການ​ສໍ້​ລາດ​ບັງ
​ຫຼວງແລະ​ຄວາມ​ບໍ່​ສະ​ເໝີ​ພາບ​ເພີີ່ມຂຶ້ນ. ​ທ່ານ​ນາງ​ເວົ້າ​ວ່າ ເພື່ອບໍ່ໃຫ້ເປັນແນວນັ້ນ ມັນ​ຈຶ່ງ​
ຈໍາ​ເປັນ​ທີ່​ສຸດ ​ທີ່​ຈະ​ຕ້ອງ​ໄດ້ປັບປຸງ​ການ​ສຶກສາ​ຂັ້ນ​ມັດ​ທະ​ຍົມ ເພື່ອ​ປົດຂະນວນຂອງອັນ​ທີ່
​ທ່ານ​ນາງ​ເອີ້ນ​ວ່າ “ລະ​ເບີດ​ເວລາ” ຂອງອັດຕາການ​ຫວ່າງ​ງານ​ສູງໃນ​ກຸ່ມ​ເຍົາວະ​ຊົນນັ້ນ.

ຜູ້​ນໍາ​ຝ່າຍ​ຄ້ານຂອງ​ມຽນມາ ​ໄດ້​ເຂົ້າຮ່ວມ​ຢູ່​ໃນ​ຄະນະ​ກໍາມະການ​ສົນທະນາຫາລື ກ່ຽວ​
ກັບ​ບົດບາດ​ຂອງການ​ທ່ອງ​ທ່ຽວ​ໃນ​ພາ​ກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ເວລາ​ກອງ​
ປະ​ຊຸມເລີ້ມຂຶ້ນໃນ​ວັນ​ພະຫັດວານ​ນີ້ ​ທີ່​ນ​ະຄອນ​ຫລວງ​ຂອງ​ໄທ.

ທ່າ​ນນາງ Aung san Suu Kyi ​ໄດ້​ເດີນທາງໄປເຖິງ​ປະ​ເທດ​ໄທ ​ໃນ​ວັນ​ອັງຄານ​
ແລ້ວນີ້. ທ່ານນາງ​ໄດ້​ເດີນ​ທາງ​ອອກ​ຈາກ​ມຽນມາ​ເປັນ​ຄັ້ງ​ທໍາ​ອິດ​ ໃນລະຍະ 24 ປີ
ຫລັງ​ຈາກໄດ້​ໄຊ້ເວລາເວລາ​ສ່ວນ​ໃຫ່ຍ​ໃນ​ຮອບສອງ​ທົດ​ສະວັດທີ່​ຜ່ານ​ມານີ້ ພາຍ​
ໃຕ້​ການ​ຖືກ​ກັກ​ບໍ​ລິ​ເວນ​.

​ໃນ​ວັນ​ພຸດຜ່ານ​ມາ ທ່ານນາງ ໄດ້​ຖືກຕ້ອນຮັບ​ຈາກບັນດາ​ກໍາມະ​ກອນຊາວ​ມຽນມາ
ຜູ້ມີ​ຄວາມຈົ່ງ​ຮັກ​ພັກດີຫຼາຍພັນ​ຄົນ ທີ່​ໄດ້​ຫລົບ​ໜີເຂົ້າ​ໄປຢູ່ປະ​ເທດ​ໄທ ​ຍ້ອນ​ການ​
ປົກ​ຄອງ​ທີ່ບໍ່​ດີ​ເປັນ​ເວລາ​ຫຼາຍສິບ​ປີ ​ໃນບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ.

ທ່ານ​ນາງ​ຄາດ​ວ່າ​ຈະ​ໄດ້​ພົບປະ​ກັບນາຍົກລັດຖະມົນຕີໄທ ທ່ານ​ນາງຍິ່ງຣັກ ຊິນນະ​ວັດ
​ໃນ​ລະຫວ່າງ​ການ​ຢ້ຽມຢາມຂອງ​ທ່ານ​ນາງ.

XS
SM
MD
LG