WASHINGTON —
ຄວາມໄວຂອງການປ່ຽນແປງທາງການເມືອງໃນມຽນມາຕະຫຼອດ ໄລຍະສອງປີຜ່ານມານີ້ ແມ່ນພາໃຫ້ຕື່ນຕະລຶງ ຈາກການຍຸດເຊົາກັກບໍລິເວນທ່ານນາງອອງຊານ ຊູຈີ ໄປຫາການເລືອກຕັ້ງທ່ານນາງເປັນສະມາ ຊິກສະພາແຫ່ງຊາດ ການຍົກເລີກການລົງໂທດສ່ວນໃຫຍ່ຂອງຝ່າຍຕາເວັນຕົກ ຈົນເຖິງການປ່ອຍຕົວພວກນັກໂທດການເມືອງຫຼາຍກວ່າ 500 ຄົນໃນອາທິດແລ້ວນີ້.
ແຕ່ຜູ້ນໍາປະຊາທິປະໄຕ ກ່າວວ່າ ການຜັນປ່ຽນຂອງມຽນມາ ບໍ່ແມ່ນວ່າຈະຕ່າວປິ້ນບໍ່ໄດ້ ຄື ຍັງສາມາດຕ່າວປີ້ນຄືນໄດ້ຢູ່ ຈົນກ່ວາວ່າຝ່າຍກອງທັບຈະໝາຍໝັ້ນຕົນເອງ ຕໍ່ການປ່ຽນແປງຢ່າງສິ້ນເຊີງ.
ທ່ານນາງກ່າວວ່າ: “ພາຍໃຕ້ລັດຖະທໍາມະນູນຊຸດປັດຈຸບັນນີ້ ຝ່າຍທະຫານແມ່ນ ສາມາດຍຶດອໍານາດ ເຂົ້າຄວບຄຸມໄດ້ໝົດທຸກສ່ວນຂອງລັດຖະ ບານ ຖ້າຫາກພວກເຂົາເຈົ້າເຫັນວ່າຈໍາເປັນ. ສະນັ້ນ ຈົນກວ່າວ່າຝ່າຍທະຫານຈະອອກມາໃຫ້ ການສະໜັບສະໜຸນຢ່າງແຈ້ງຂາວແລະຢ່າງສະເໝີຕົ້ນສະເໝີປາຍ ຕໍ່ຂັ້ນຕອນສ້າງຕັ້ງປະຊາທິປະໄຕນີ້ແລ້ວ ພວກເຮົາກໍເວົ້າບໍ່ໄດ້ວ່າ ມັນຈະບໍ່ຕ່າວປິ້ນຄືນ ແຕ່ຂ້າພະເຈົ້າກໍຄິດວ່າ ພວກເຮົາບໍ່ຈໍາເປັນຕ້ອງຢ້ານຫລາຍວ່າ ມັນຈະຕ່າວປິ້ນຄືນ.”
ທະຫານໄດ້ປົກຄອງມຽນມາມາໄດ້ຫຼາຍສິບປີ ແລະໄດ້ທໍາການປາບປາມ ການຄັດຄ້ານທັງໝົດ. ຍ້ອນສາເຫດນັ້ນ ສະຫະລັດແລະຫຼາຍໆປະເທດຈຶ່ງໄດ້ນໍາໃຊ້ມາດຕະການລົງໂທດ ຕໍ່ລັດຖະບານມຽນມາ.
ການເລືອກຕັ້ງໃນປີ 2010 ໄດ້ນໍາເອົາຜູ້ນໍາການເມືອງໜ້າໃໝ່ເຂົ້າມາ ພວກທີ່ເຖິງແມ່ນວ່າເປັນພົນລະເຮືອນກໍຕາມ ແຕ່ກໍມີຄວາມສໍາພັນທີ່ໃກ້ຊິດກັບກອງທັບ. ແຕ່ຢ່າງໃດກໍຕາມ ລັດຖະບານຊຸດໃໝ່ຂອງມຽນມາກໍໄດ້ ຄ່ອຍໆດໍາເນີນການປະຕິຮູບທາງການເມືອງແລະເສດຖະກິດໄປເລື້ອຍໆ ທີ່ຍັງຜົນໃຫ້ສະຫະລັດເລີ້ມຜ່ອນຜັນການລົງໂທດຕໍ່ມຽນມາ ໂດຍໄວ.
ໃນການໃຫ້ສໍາພາດຢູ່ສໍານັກງານໃຫຍ່ຂອງວີໂອເອທີ່ວໍຊິງຕັນເມື່ອວັນອັງ ຄານອາທິດແລ້ວນີ້ ທ່ານນາງອອງຊານ ຊູຈີ ເວົ້າວ່າ ທ່ານນາງສະໜັບ ສະໜຸນການຍົກເລີກການລົງໂທດດ້ານການຄ້າຂອງສະຫະລັດຕໍ່ມຽນມາ ຍ້ອນວ່າ ມັນເຖິງເວລາແລ້ວ ສໍາລັບຊາວມຽນມາຈະເພິ່ງພາຕົນເອັງໄດ້.
ທ່ານນາງ ຊູຈີເວົ້າວ່າ: “ມີຫຼາຍຝ່າຍອ້າງວ່າ ການລົງໂທດຕໍ່ມຽນມານັ້ນ ແມ່ນໄດ້ສ້າງຄວາມເດືອດຮ້ອນໃຫ້ແກ່ເສດຖະກິດຂອງມຽນມາຢ່າງໜັກ ຊຶ່ງຂ້າພະເຈົ້າບໍ່ເຫັນພ້ອມນໍາທັດສະນະດັ່ງກ່າວນັ້ນ. ຖ້າເຮົາສຶກສາເບິ່ງລາຍງານຂອງກອງທຶນສາກົນ ຫຼື IMF ຍົກຕົວຢ່າງເນາະ IMF ໄດ້ລະບຸອອກມາຢ່າງແຈ້ງຂາວວ່າ ຜົນກະທົບຕໍ່ເສດຖະກິດຂອງມຽນມາບໍ່ຮຸນແຮງເຖິງປານນັ້ນ. ແຕ່ຂ້າພະເຈົ້າຄິດວ່າ ຜົນກະທົບຕໍ່ດ້ານການເມືອງແມ່ນຮຸນແຮງຫຼາຍກວ່າ ແລະນັ້ນແມ່ນໄດ້ຊ່ວຍໃນການດິ້ນຮົນຕໍ່ສູ້ຂອງພວກເຮົາ.”
.
ທ່ານນາງ ອອງຊານ ຊູຈີ ໃນຖານະຜູ້ນໍາຝ່າຍຄ້ານ ກໍຄືພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕນັ້ນ ໄດ້ໃຊ້ເວລາເກືອບ 20 ປີ ດໍາລົງຊີວິດຢູ່ພາຍໃຕ້ການຖືກກັກບໍລິເວນ. ທ່ານນາງກ່າວວ່າ ໃນຊ່ວງຊຸມປີເຫລົ່ານັ້ນ ທ່ານນາງເຊື່ອຢູ່ຕະຫລອດມາວ່າ ທ່ານນາງກໍາລັງກ້າວເດີນໄປບົນເສັ້ນ ທາງ ທີ່ທ່ານນາງໄດ້ເລືອກເອົາ ຊຶ່ງຊ່ວຍໃຫ້ທ່ານນາງໄດ້ມີການຕຽມຕົວ ຢ່າງດີເລີດ ເພື່ອກ້າວເດີນໄປບົນເສ້ນທາງນັ້ນ ຕໍ່ໄປ.
ນັກຂ່າວວີໂອເອໄດ້ຖາມທ່ານນາງ ຊູຈີ ວ່າ ທ່ານນາງຈະເວົ້າແນວໃດຕໍ່ ປະຊາຊົນໃນປະເທດອື່ນໆ ທີ່ຕົກຢູ່ພາຍໃຕ້ສະຖານະການທໍານອງດຽວກັນ ທີ່ໄດ້ຍົກເອົາທ່ານນາງເປັນສິ່ງດົນບັນດານໃຈນັ້ນ?
ທ່ານນາງ ຊູຈີ ຕອບວ່າ: “ກ່ອນອື່ນໝົດ ຂ້າພະເຈົ້າຈະເວົ້າວ່າ ຈົ່ງຢ່າສິ້ນຫວັງ. ໃນຂະນະດຽວກັນ ຂ້າພະເຈົ້າກໍຈະເວົ້າວ່າ ບໍ່ມີຄວາມຫວັງໃດໆທີ່ປາດສະຈາກຄວາມບາກບັ່ນພະຍາຍາມ. ເຮົາຕ້ອງຕັ້ງໜ້າທໍາງານ ເຮົາຕ້ອງມີຄວາມບຸກບືນ ພະຍາຍາມ. ຈະນັ່ງແລະຫວັງຢ່າງດຽວບໍ່ໄດ້ ເຮົາຕ້ອງທໍາງານເພື່ອເຮັດໃຫ້ຄວາມຫວັງຂອງພວກເຮົາ ເປັນຄວາມຈິງຂຶ້ນມາ.”
ໃນອາທິດທໍາອິດ ຄືອາທິດແລ້ວນີ້ ຂອງການຢ້ຽມຢາມສະຫະລັດເທື່ອທໍາອິດຂອງທ່ານນາງໃນໄລຍະຫຼາຍກວ່າ 20 ປີນັ້ນ ທ່ານນາງ ອອງຊານ ຊູຈີ ໄດ້ຮັບຫຼຽນຄໍາກຽດຕິຍົດອັນສູງສົ່ງສໍາລັບພົນລະເຮືອນຂອງລັດຖະສະ ພາສະຫະລັດ ໄດ້ພົບປະກັບປະທານາທິບໍດີ ບາຣັກ ໂອບາມາ ແລະໄດ້ເປັນແຂກໃນງານລ້ຽງອາຫານຄໍ່າ ທີ່ເປັນທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ຈັດຂຶ້ນເພື່ອເປັນກຽດໃຫ້ທ່ານນາງ.
ນອກນັ້ນແລ້ວ ທ່ານນາງຍັງໄດ້ພົບປະກັບປະຊາຄົມມຽນມາໃນເຂດນະຄອນຫລວງວໍຊິງຕັນ ແລະໄດ້ຮັບລາງວັນກຽດຕິຍົດອີກຫລາຍໆອັນ.

Burmese Democracy Leader Aung San Suu Kyi
1/21
Burmese citizens residing in South Korea greet Aung San Suu Kyi upon her arrival at a hotel in central Seoul, January 28, 2013.
ເບິ່ງຕື່ມອີກ
Show less
2/21
U.S. President Barack Obama waves to the media as he embraces Burmese opposition leader Aung San Suu Kyi after they spoke to the media at her residence in Rangoon, November 19, 2012.
ເບິ່ງຕື່ມອີກ
Show less
3/21
Burmese opposition leader Aung San Suu Kyi, center, waters a sapling after planting it in Govindapuram village, north of Bangalore, India, November 17, 2012.
ເບິ່ງຕື່ມອີກ
Show less
4/21
Burmese opposition leader and Nobel laureate Aung San Suu Kyi pays floral tribute on the birth anniversary of India's first prime minister, Jawaharlal Nehru, at his memorial in New Delhi, India, November 14, 2012.
ເບິ່ງຕື່ມອີກ
Show less
5/21
U.S. President Barack Obama meets with Burma's opposition leader Aung San Suu Kyi in the Oval Office of the White House in Washington, September 19, 2012.
ເບິ່ງຕື່ມອີກ
Show less
6/21
Burma's democracy leader Aung San Suu Kyi holds her Congressional Gold Medal after it was presented to her by House Speaker John Boehner (R-OH) (2nd L), at the U.S. Capitol in Washington, September 19, 2012.
ເບິ່ງຕື່ມອີກ
Show less
7/21
Secretary of State Hillary Rodham Clinton, right, meets with Burmese democracy leader Aung San Suu Kyi at the State Department, Washington, September 18, 2012.
ເບິ່ງຕື່ມອີກ
Show less
8/21
Aung San Suu Kyi, center, arrives for the Peace Nobel Prize lecture at the city hall in Oslo, June 16, 2012 to thank the Nobel committee for the prize she won in 1991.
ເບິ່ງຕື່ມອີກ
Show less
9/21
Aung San Suu Kyi addresses about 4,000 people gathered outside her house in Rangoon, Burma, June 1, 1996.
ເບິ່ງຕື່ມອີກ
Show less
10/21
Aung San Suu Kyi is surrounded by security guards and newsmen as she walks out of her lakeside house in Rangoon, Burma, Juy 14, 1995.
ເບິ່ງຕື່ມອີກ
Show less
11/21
Aung San Suu Kyi addresses crowd of supporters in Rangoon, Burma, July 7, 1989.
ເບິ່ງຕື່ມອີກ
Show less
12/21

13/21
Swiss Federal Councillor Simonetta Sommaruga, left Swiss President Eveline Widmer-Schlumpf, center, and Burmese opposition leader Aung San Suu Kyi, in Bern, Switzerland, June 14, 2012.
ເບິ່ງຕື່ມອີກ
Show less
14/21
Aung San Suu Kyi during an election campaign rally in Thongwa village some 50 kms from Rangoon, Burma, February 26, 2012
ເບິ່ງຕື່ມອີກ
Show less
15/21
Aung San Suu Kyi is presented with flowers by cheering Karen refugees at Mae La refugee camp in Tha Song Yang district, Tak province, northern Thailand, June 2, 2012.
ເບິ່ງຕື່ມອີກ
Show less
16/21
Aung San Suu Kyi, center, and elected lawmakers of her National League for Democracy party take an oath during a regular session of the Lower House at parliament in Naypyitaw, Burma, May 2, 2012.
ເບິ່ງຕື່ມອີກ
Show less
17/21
British Prime Minister David Cameron and Aung San Suu Kyi share a light moment during their meeting in the compound of her lakeside home, April 13, 2012, Rangoon, Burma.
ເບິ່ງຕື່ມອີກ
Show less
18/21
Aung San Suu Kyi arrives at the headquarters of her National League for Democracy party, April 2, 2012, Rangoon, Burma.
ເບິ່ງຕື່ມອີກ
Show less
19/21
Aung San Suu Kyi speaks to journalists during the press conference in her residence in Rangoon, Burma, March 30, 2012.
ເບິ່ງຕື່ມອີກ
Show less
Previous slide
Next slide