WASHINGTON —
ທ່ານນາງອອງຊານ ຊູຈີ ຜູ້ນໍາປະຊາທິ
ປະໄຕມຽນມາ ຈະໄດ້ຮັບຫຼຽນຄໍາ ກຽດຕິຍົດສູງສຸດຂອງລັດຖະ
ສະພາສະຫະລັດ ໃນຂະນະທີ່ທ່ານນາງສືບຕໍ່ການຢ້ຽມຢາມ
ສະຫະລັດ ຄັ້ງປະວັດສາດນີ້.
ຈະມີການມອບຫຼຽນຄໍາກຽດຕິຍົດຂອງລັດຖະສະພາສະຫະລັດ
ໃຫ້ແກ່ທ່ານນາງອອງຊານ ຊູຈີ ຜູ້ທີ່ເຄີຍໄດ້ຮັບລາງວັນໂນເບລ
ຂະແໜງສັນຕິພາບ ໃນພິທີນຶ່ງ ທີ່ຕຶກລັດຖະສະພາສະຫະລັດ. ທ່ານນາງໄດ້ຮັບຫຼຽນກຽດຕິຍົດດັ່ງກ່າວໃນປີ 2008 ໃນຂະນະທີ່ທ່ານນາງຖືກກັກບໍລິເວນຢູ່ນັ້ນ.
ທ່ານນາງອອງຊານ ຊູຈີ ໄວ 66 ປີ ທີ່ໄດ້ຕໍ່ສູ້ດິ້ນຮົນຕໍ່ຕ້ານ
ລັດຖະບານ ທະຫານມຽນມາ ມາເປັນເວລາດົນນານນັ້ນ ໄດ້ຮັບການສະໜັບສະໜຸນຈາກທັງສອງພັກການເມືອງໃຫຍ່ໃນວໍຊິງຕັນ ແລະຍັງມີໝາຍກໍານົດການທີ່ຈະພົບປະກັບບັນດາສະພາຊິກສະພາສະຫະລັດນັ້ນນໍາ.
ເມື່ອວັນອັງຄານວານນີ້ ທ່ານນາງອອງຊານ ຊູຈີ ໄດ້ພົບປະກັບທ່ານນາງ Hillary Clinton ລັດຖະມົນຕີຕ່າງປະເທດສະຫະລັດ ທີ່ກະຊວງຕ່າງປະ ເທດ ຫຼັງຈາກນັ້ນ ທ່ານນາງເວົ້າວ່າ ທ່ານນາງສະໜັບສະໜຸນຢ່າງເຕັມສ່ວນຕໍ່ການຜ່ອນຜັນການລົງໂທດດ້ານເສດຖະກິດຕໍ່ມຽນມາ ສ່ວນທີ່ຍັງເຫຼືອຢູ່.
ແຕ່ໃນລະຫວ່າງການຢ້ຽມຢາມສໍານັກງານໃຫຍ່ວີໂອເອນັ້ນ ທ່ານນາງໄດ້ ເຕືອນວ່າ ເສັ້ນທາງໄປສູ່ປະຊາທິປະໄຕໃນອະນາຄົດ ຂອງປະເທດຊາດຂອງທ່ານນາງນັ້ນ ບໍ່ແມ່ນວ່າຈະຕ່າວປິ້ນບໍ່ໄດ້ ຈົນກວ່າວ່າທາງກອງທັບໃຫ້ການສະໜັບສະໜຸນໂດຍເຕັມຕໍ່ຂັ້ນຕອນການປະຕິຮູບເຫຼົ່ານີ້.
ທ່ານນາງ ອອງຊານ ຊູຈີ ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງສັນຕິ ພາບກ່າວວ່າ ທ່ານນາງມີຄວາມກັງວົນໃຈຫຼາຍທີ່ສຸດ ກ່ຽວກັບຂໍ້ກຳນົດໃນລັດຖະທໍາມະນູນຂອງມຽນມາ ທີ່ໄດ້ຮ່າງຂຶ້ນໃນປີ 2008 ໂດຍອະດີດລັດ ຖະບານທະຫານທີ່ອະນຸຍາດໃຫ້ພວກທະຫານເຂົ້າຄວບຄຸມລັດຖະບານໄດ້ ຖ້າເຫັນວ່າຈໍາເປັນນັ້ນ.