ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ Aung San Suu kyi ​ຂໍ​ຂະ​ມາ​​ໂທດ​ ທີ່​ທ່ານ​ນາງ ​ຈະບໍ່​​ເປັນ ປະທານາທິບໍດີ ​ຄົນ​ຕໍ່​ໄປ​ຂອງປະເທດ


Myanmar Suu Kyi
please wait
Embed

No media source currently available

0:00 0:00:38 0:00

ທ່ານ​ນາງ Aung San Suu Kyi ຜູ້ນຳ​ພັກຝ່າຍ​ຄ້ານ​ມາ​ເປັນ
ເວລາ​ຍາວນານໄດ້​ກ່າວ​ຂໍ​ຂະ​ມາໂທດ​ໃນ​ວັນ​ພະຫັດ​ມື້​ນີ້ ຕໍ່ພວກ
​ທີ່​ສະ​ໜັບສະ​ໜຸນທ່ານ​ນາງ​ທີ່​ວ່າ ທ່ານ​ນາງ​ຈະບໍ່ເປັນ​ປະທານາ
ທິບໍດີ​ຄົນ​ຕໍ່​ໄປ​ຂອງ​ປະ​ເທດຊຶ່ງມີ​ທ່າ​ທາງ​ວ່າ​ຈະ​ໄດ້​ຖືກ​ມອບ​ໝາຍ​
ໃຫ້​ກັບຜູ້​ທີ່ທ່ານ​ນາງໄວ້​ໃຈ​ແລະ​ມີ​ຄວາມໃກ້​ຊິດທີ່​ສຸດ ​ຊຶ່ງເປັນ​
ລັດຖະກອນ​ທີ່​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ.

​ໃນ​ຈົດໝາຍ​ຂອງ​ທ່ານ​ນາງ ທີ່​ໄດ້​ພິມ​ເຜີຍ​ແຜ່​ໃນ​ໜ້າ​ສື່​ສັງຄົມ ​ບໍ່​ດົນ
ກ່ອນ​ທີ່ສະພາມຽນມາ ຈະ​ເລີ້ມຂັ້ນຕອນ​ເລືອກເອົາ​ຜູ້ນຳ​ຄົນໃໝ່
ຂອງ​ປະ​ເທດ ທ່ານ​ນາງອອງຊານ ຊູ​ຈີ​ຜູ້​ຊຶ່ງ​ໄດ້​ຮັບ​ລາງວັນ​ໂນ​ແບ​ລ
ຂະ​ແໜງສັນຕິພາບ ຂໍ​ຂະ​ມາ​ໂທດຕໍ່​ການ​ທີ່​ທ່ານ​ນາງ “​ບໍ່​ສາມາດ​
ເຕີມ​ເຕັມຄວາມ​ປາຖະໜາ​ຂອງ​ປະຊາຊົນ​.”
ທ່ານ​ນາງ​ກ່າວ​ເພີ້​ມຕື່ມ​ວ່າ ທ່ານ​ນາງ​ຢາກຈະ
“ຮັກສາ​ໄວ້​ແລະຮ້ອງ​ຂໍ​ໃຫ້​ປະຊາຊົນ​ ສືບ​ຕໍ່​ສະໜັບສະໜຸນ ເພື່ອໃຫ້​ບັນລຸເປົ້າໝາຍ​ດັ່ງ​
ກ່າວ ​ດ້ວຍ​ຄວາມ​ສັນຕິ.”

ສະມາຊິກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ທ່ານ Nay Myo Htet ເບິ່ງຈົດໝາຍຂອງທ່ານນາງ Aung San Suu Kyi ທີ່ກ່າວຂໍຂະມາໂທດຕໍ່ປະຊາຊົນ,10 ມີນາ, 2016. (S. Herman/VOA)
ສະມາຊິກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ທ່ານ Nay Myo Htet ເບິ່ງຈົດໝາຍຂອງທ່ານນາງ Aung San Suu Kyi ທີ່ກ່າວຂໍຂະມາໂທດຕໍ່ປະຊາຊົນ,10 ມີນາ, 2016. (S. Herman/VOA)

​ນັ້ນ​ແມ່ນ​ມີ​ການ​ຕີ​ຄວາມ​ໝາຍວ່າ ​ເປັນ​ການ​ຮ້ອງ​ຂໍ​ໃຫ້​ມີຄວາມ​ອົດທົນ ​ແລະ​ປະຕິຍານ​ວ່າ ໃນ​ທີ່​ສຸດ​ ທ່ານນາງ​ຈະ​ສາມາດ​ຂຶ້ນ​ເປັນ​ປະທາ​ນາ​ທິບໍດີ​ໄດ້ ​ແຕ່​ໃນ​ວັນ​ພະຫັດ​ມື້ນີ້ ​ທາງ​ສະ ພາສ່ວນ​ໃຫຍ່ ​ໄດ້​ເລີ້ມ​ດຳ​ເນີນ​ຂັ້ນ​ຕອນ​ແບບ​ຫວານ​ອົມ​ຂົມ​ກືນ ຊຶ່ງ​ສະມາຊິກ​ສະພາ​ສ່ວນ ​ໃຫຍ່ສວມ​ເສື້ອ​ສີແສດ ຊຶ່ງ​ເປັນ​ສັນຍາ​ລັກຂອງ​ພັກ​ສັນ​ນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ​ເຂົ້ານັ່ງ​ເຕັມທັງສອງ​ສະພາຂອງ​ມຽນມາ.

​ພັກ​ສັນ​ນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ໄດ້​ຮັບ​ໄຊຊະນະຢ່າງຖ້ວມ​ລົ້ນ​ໃນ​ການ​ເລືອກ ຕັ້ງສະພາທົ່ວ​ປະ​ເທດ​ເມື່ອ​ເດືອ​ນພະ​ຈິກ​ຜ່ານ​ມາ​ນີ້ ​ແຕ່​ວ່າ ວັກ​ນຶ່ງ​ຂອງລັດຖະທຳ​ມະນູນ
ທີ່ລັດຖະບານ​ທະຫານຂຽນ​ຂຶ້ນ ​ແມ່ນກີດ​ກັນ ທ່ານ​ນາງ Aung San Suu Kyi ບໍ່​ໃຫ້​ເຂົ້າ​ຮັບ​ຕຳ​ແໜ່​ງສູງ​ສຸດ​ຂອງ​ປະ​ເທດ ​ເພາະວ່າ​ລູກ​ຊາຍ​ຂອງ​ທ່ານ​ນາງເປັນ​ຄົນ​ຕ່າງ​ດ້າວ.

XS
SM
MD
LG