ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານນາງ ຊູຈີ ຈະກ່າວປາໄສ ຕໍ່ລັດຖະສະພາ ອັງກິດ (ສະໄລດ໌ ກັບວີດີໂອ)


ທ່ານນາງອອງຊານຊູຈີ ຜູນໍາຝ່າຍຄ້ານມຽນມາ ທີ່ມະຫາວິທະຍາໄລ Oxford . ອັງກິດ.
ວັນທີ 20 ມິຖຸນາ 2012.
ທ່ານນາງອອງຊານຊູຈີ ຜູນໍາຝ່າຍຄ້ານມຽນມາ ທີ່ມະຫາວິທະຍາໄລ Oxford . ອັງກິດ. ວັນທີ 20 ມິຖຸນາ 2012.

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ໃນ​ມຽນມາ ຈະ​ກ່າວ​ປາໄສ​ຕໍ່​ທັງ​ສອງ​ສະພາ​ຂອງ ​ອັງກິດ​ໃນ​ວັນ​ພະຫັດ​ມື້​ນີ້ ອັນ​ເປັນ​ກຽດ​ທີ່​ບໍ່ສູ້​ມີ ຊຶ່ງ​ທໍາ​ມະ​ດາ​ສະຫງວນ​ໄວ້​ໃຫ້​ແຕ່​ພວກ​ຜູ້​ນໍາ​ປະ​ເທດ​ມາ​ຢ້ຽມຢາມອັງກິດ​ເທົ່າ​ນັ້ນ.

ຄໍາ​ປາ​ໄສ​ຂອງທ່ານ​ນາງ​ອອງຊານ ຊູ​ຈີ​ຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບ ​ທີ່​ຕຶກສະພາ Westminster Hall ​ ຊຶ່ງ​ເປັນ​ຕຶກ​ທີ່​ມີຄວາມ​ສຳຄັນປະຫວັດສາດໃນສະໄໝ​ສັດຕະວັດ​ທີ 11 ນັ້ນ ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ຢ້ຽມຢາມ​ອັງກິດຄັ້ງ​ທໍາ​ອິດ​ຂອງ​ທ່ານ​ນາງ​ນັບ​ແຕ່​ທ່ານ​ນາງ​ໄດ້​ອອກ​ຈາກ​ອັງກິດ​ໄປເມື່ອ 24 ປີກ່ອນ ​ເພື່ອ​ໄປ​ເປັນ​ຜູ້​ນໍາພາ​ຂະ​ບວນການນິຍົມປະຊາທິປະ​ໄຕໃນ​ມຽນມ້າ​ນັ້ນ.

ທ່ານ​ນາງ​ອອງຊານ​ຊູ​ຈີ ຊຶ່ງ​ໄດ້​ໃຊ້​ເວລາສ່ວນ​ຫຼາຍ​ໃນໄລຍະສອງ​ທົດ​ສະ​ວັດຜ່ານ​ມາໃນ​ການ​ຖືກ​ຄຸມ​ຂັງ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ອະດີດ​ພວກ​ຜູ້ນຳທະຫານ​ໃນ​ມຽນມາ​ນັ້ນ ຈະ​ທໍາ​ການ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ David Cameron ​ແຫ່ງ​ອັງກິດ​ເຊ່ນ​ກັນ​ໃນ​ວັນ​ພະຫັດ​ມື້​ນີ້.

ພວກ​ທ່ານ​ທັງ​ສອງ​ໄດ້​ພົບ​ປະກັນ​ໃນ​ມຽນມາ​ໃນ​ເດືອນ​ເມສາ​ຜ່ານ​ມາ​ເວລາ​ທ່ານ Cameron ປະກາດການ​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ປະ​ເທດ​ດັ່ງກ່າວ​ທີ່​ຕັ້ງຢູ່ໃນ​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ແຫ່ງ​ນີ້ ​ໃນ​ການ​ຮັບ​ຮູ້​ການ​ປະຕິ​ຮູບດ້ານ​ການ​ເມືອງ​ຂອງ​ມຽນມາ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້.

​ໃນ​ວັນພຸດ​ວານ​ນີ້ ທ່ານ​ນາງ​ອອງຊານ​ຊູ​ຈີ ​ໄດ້​ຮັບປະລິນຍາ​ເອກ​ກິ​ຕິ​ມະ​ສັກ​ຈາກ​ມະຫາ
ວິທະ ຍາ​ໄລ Oxford ບ່ອນ​ທີ່ທ່ານ​ນາງ​ໄດ້​ຮັບ​ການ​ສຶກສາ​ແລະ​ຢູ່​ກັບ​ຄອບຄົວ​ຂອງ​ທ່ານ
​ນາງ​ເປັນ​ເວລາຫຼາຍ​ປີ ກ່ອນ​ເດີນທາງ​ກັບ​ຄືນ​ສູ່​ມຽນມາ ​ໃນ​ປີ 1988 ນັ້ນ.

ວີດີໂອ ທ່ານນາງອອງ ຊານ ຊູຈີ ກ່າວຄໍາປາໃສຕໍ່ລັດຖະສະພາອັງກິດ:

XS
SM
MD
LG