ການເດີນທາງໄລຍະເວລາ 18 ເດືອນຂອງຜູ້ນໍາເພື່ອປະຊາທິປະໄຕໃນມຽນມາ ທ່ານນາງ Aung San Suu Kyi ຈາກການເປັນນັກໂທດທາງການເມືອງ ໄປສູ່ການເປັນຜູ້ແທນສະພານັ້ນ ແມ່ນລວມຢູ່ໃນບັນດາຮ່ອງຮອຍທີ່ແລເຫັນໄດ້ຊັດແຈ້ງທີ່ສຸດຂອງການປ່ຽນແປງໃນບ້ານເກີດເມືອງນອນຂອງທ່ານນາງ ໃນຂະນະ ທີ່ລັດຖະບານພົນລະເຮືອນແຕ່ໃນນາມ ພະຍາຍາມຫາທາງປົວແປງສາຍພົວພັນກັບທາງຕາເວັນຕົກນັ້ນ.
ທ່ານນາງ Suu Kyi ລູກສາວຂອງວິລະບຸລຸດຜູ້ກອບກູ້ເອກະລາດຂອງມຽນມາ ທ່ານ Aung San ຜູ້ທີ່ໄດ້ຖືກຄູ່ແຂ່ງທາງການເມືອງລອບສັງຫານ ໃນປີ 1947 ນັ້ນ ຮຽນຈົບຈາກມະຫາ ວິທະຍາໄລ Oxford ປະເທດອັງກິດ ແລະໄດ້ກະໂດດເຂົ້າມາສູ່ວົງການການເມືອງໃນປີ 1988 ຫຼັງຈາກທີ່ທ່ານນາງກັບຈາກອັງກິດ. ທ່ານນາງໄດ້ການມາເປັນບຸກຄົນສໍາຄັນຢ່າງໄວວາຂອງ ຂະບວນການນິຍົມປະຊາທິປະໄຕທີ່ຫາກໍກໍ່ໂຕຂຶ້ນມາຂອງມຽນມາ ໂດຍໄດ້ກ່າວຄໍາປາໃສຕໍ່ປະຊາຊົນຈໍານວນເຄິ່ງລ້ານຄົນໃນປີນັ້ນ ຢູ່ບ່ອນໂຮມຊຸມນຸມແຫ່ງນຶ່ງ ໃນນະຄອນຢາງກຸ້ງ ໃນຂະນະທີ່ທາງການທະຫານເປີດສາກທໍາການກວາດລ້າງຝ່າຍ ທີ່ຄັດຄ້ານລັດຖະບານຢ່າງຮຸນແຮງ.
ຫຼາຍໆເດືອນຕໍ່ມາ ໃນລະຫວ່າງການຫາສຽງເລືອກຕັ້ງນັ້ນ ທ່ານນາງແມ່ນໄດ້ລອດຕາຍຈາກການຖືກລອບສັງຫານເຖິງສອງຄັ້ງ ແລະໄດ້ຊ່ອຍສ້າງຕັ້ງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫລື ຂຶ້ນມາໃນປີນັ້ນເຊັ່ນກັນ.
2 ປີ ຕໍ່ມາ ອໍານາດປົກຄອງທະຫານໄດ້ຈັດການເລືອກຕັ້ງທົ່ວໄປຂຶ້ນ ຊຶ່ງພັກ NLD ໄດ້ຮັບຄະແນນສຽງ 80% ແຕ່ທາງຝ່າຍທະຫານ ທີ່ໄດ້ຮັບບ່ອນນັ່ງໜ້ອຍຫລາຍນັ້ນ ບໍ່ຍອມສະລະອໍາ ນາດແລະໄດ້ກັກໂຕທ່ານນາງໃຫ້ຢູ່ແຕ່ໃນ ບໍລິເວນບ້ານເຮືອນ. ທ່ານນາງຍັງໄດ້ຮັບລາງວັນ Nobel ຂະແໜງສັນຕິພາບນໍາດ້ວຍ ໃນປີ 1991.
ໃນຊ່ວງໄລຍະນັ້ນ ທ່ານນາງໄດ້ຖືກແຍກຈາກພວກລູກໆແລະສາມີ ທີ່ດໍາລົງຊີວິດຢູ່ປະເທດອັງກິດ. ທ່ານນາງໄດ້ເຫັນສາມີ ອີກພຽງແຕ່ 5 ຄັ້ງ ກ່ອນທີ່ສາມີຂອງທ່ານນາງຈະເສຍຊີວິດ ຍ້ອນໂຣກມະເຮງໃນປີ 1999. ໃນປີ 2003 ທ່ານນາງໄດ້ຖືກປ່ອຍເປັນອິດສະລະເປັນເວລາ ສັ້ນໆ ແລະໄດ້ລອດຕາຍຈາກການຖືກລອບສັງຫານເປັນຄັ້ງທີ່ 2 ແລະໄດ້ຖືກກັກບໍລິເວນອີກຕື່ມ.
ການປົກຄອງຂອງທະຫານແລະການຈັບກຸມພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ຈໍານວນ
ຫລາຍພັນຄົນ ໄດ້ພາໃຫ້ມີຄວາມກົດດັນຢ່າງໜັກຈາກບັນດາລັດຖະບານຕາເວັນຕົກ ທີ່ໄດ້ສືບ
ຕໍ່ການລົງໂທດທາງການເສດຖະກິດຂັ້ນກ້ວາງຂວາງຕໍ່ມຽນມາ ຊຶ່ງສ່ວນໃຫຍ່ແມ່ນຍັງມີຜົນໃຊ້
ບັງຄັບ ມາຈົນເຖິງປະຈຸບັນນີ້.