ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮູບເງົາກ່ຽວກັບ ທ່ານນາງ ອອງຊານຊູຈີ ເຂົ້າສາຍ ທີ່ນະຄອນ Toronto


ດາຣາຮູບເງົາ Michelle Yeoh ໃນເລື່ອງ "The Lady" ມອບລາຍເຊັນ
ໃຫ້ຜູ້ຊົມ
ດາຣາຮູບເງົາ Michelle Yeoh ໃນເລື່ອງ "The Lady" ມອບລາຍເຊັນ ໃຫ້ຜູ້ຊົມ

ຮູບ​ເງົາໃໝ່​ກ່ຽວ​ກັບຊີວະ​ປະວັດ​ຂອງ​ທ່ານ​ນາງ​ອອງຊານ​ ຊູຈີ ຜູ້​ນໍາ​ປະຊາທິປະ​ໄຕ​ຂອງ​
ມຽນມາ​ ໄດ້ອອກ​ສາຍເປັນ​ຮອບ​ປະຖົມມະ​ເລີກ​ຂອງ​ໂລກ​ໃນວັນຈັນ​ວານ​ນີ້ ໃນ​ງານ​ເທດ
ສະການ​ຮູບ​ເງົາ​ທີ່ນະຄອນ Toronto.

ຮູບ​ເງົາ​ທີ່ມີຊື່ວ່າ “ສຸພາບສະຕີ ຫຼື "The Lady" ຊຶ່ງ​ກໍາກັບ​ໂດຍ​ຜູ້​ກໍາກັບ​ຮູບ​ເງົາ​ທີ່ມີຊື່ສຽງ
ຊາວ​ຝຣັ່ງ ທ່ານ Luc Besson ​ໄດ້​ເພັ່ງເລັງໃສ່ຄວາມ​ສໍາພັນ​ຂອງ​ທ່ານ​ນາງ​ກັບສາມີ​ຊາວ
​ອັງກິດ​ ທ່ານ Michael Aris ຫຼັງຈາກທ່ານ​ນາງໄດ້​ກັບ​ຄືນ​ໄປມຽນມາໃນປີ 1988 ເພື່ອ
ດູ​ແລ​ແມ່​ຂອງ​ທ່ານນາງ ທີ່ໄດ້ລົມປ່ວຍນັ້ນ.

ຫຼັງຈາກນັ້ນ ທ່ານ​ນາງ​ອອງຊານ​ ຊູ​ຈີ ກຊໄດ້​ນໍາ​ພາການ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະໄຕ
ຊຶ່ງໃນທີ່ສຸດ​ພັກ​ສັນນິບາດແຫ່ງຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງທ່ານນາງ ກໍໄດ້ຊະນະ​ການ
​ເລືອກ​ຕັ້ງ​ໃນ​ປີ 1990. ພວກທະຫານ​ທີ່​ປົກ​ຄອງ​ປະ​ເທດໄດ້​ປະຕິ​ເສດ​ບໍ່​ຍອມຮັບຮູ້ຜົນ​ຂອງ​
ການ​ເລືອກ​ຕັ້ງ ແລະທ່ານ​ນາງໄດ້​ຖືກ​ກັກ​ບໍລິ​ເວນ​ ມາເປັນເວລາຫຼາຍໆປີ.

ທ່ານ Aris ​ໄດ້​ເສຍ​ຊີວິດ​ລົງ​ດ້ວຍ​ໂຣກມະ​ເຮ​ງ ໃນຕ່ອມນໍ້າກາມໃນ​ປີ 1999 ​ໂດຍ​ທີ່​ບໍ່​ໄດ້
​ເຫັນ​ໜ້າ​ທ່ານ​ນາງອອງຊານ​ ຊູ​ຈີ ​ອີກເລີຍ. ຮູບ​ເງົາ​ເລື່ອງ "The Lady" ນີ້​ສ່ວນ​ໃຫຍ່​ແລ້ວ
​ໄດ້ຖ່າຍ​ທໍາ​ໃນ​ປະ​ເທດ​ໄທ​ ແລະ​ມຽນມາ.

ດາລາຮູບເງົາຊາວມາ​ເລ​ເຊຍ Michelle Yeoh ຜູ້​ທີ່​ມີ​ຊື່​ສຽງ​ໂດ​ງດັງ​ໃນ​ບົດ​ບາດ​ນັກ​ສືບ
​ລັບ​ສາວ​ຊາວ​ຈີນ​ໃນ​ເລື່ອງ Tomorrow Never Die ຂອງ James Bond ​ໃນ​ປີ 1997
ນັ້ນ ​ໄດ້ສະ​ແດງ​ເປັນ​ທ່ານ​ນາງອອງຊານ​ ຊູ​ຈີ ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງສັນ
ຕິພາບ ​ຂະນະທີ່ນັກສະ​ແດງຝ່າຍຊາຍ​ຊາວ​ອັງກິດ ນາຍ David Thewlis ​ສະ​ແດງ​ເປັນ ທ່ານ Aris.

ນາງ Michelle ກ່າວວ່າ ​ເຖິງ​ແມ່ນຮູບ​ເງົາ​ນີ້​ຈະ​ກ່ຽວຂ້ອງ​ກັບບັນຫາ​ການ​ເມືອງກໍຈິງ ແຕ່​
ມັນ​ກໍ​ຍັງ​ເປັນ​ຮູບ​ເງົາ​ທີ່ກ່ຽວ​ກັບ​ເລື່ອງຄວາມ​ຮັກ​.

XS
SM
MD
LG