ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ. ນ. ອອງຊານ ຊູຈີ ຫວັງວ່າ ຈະບັນລຸ ຂໍ້ຕົກລົງ ເລື່ອງ ຊາວໂຣຮິງຢາ ກັບ ບັງກລາແດັສ ໄດ້


ຊາວມຸສລິມໂຣຮິງຢາ ທີ່ໄດ້ຫລົບໜີ ຈາກລັດຣາໄຄນ໌ ຂອງມຽນມາ ໄປຍັງບັງກລາແດັສ ລຽນແຖວກັນ ເພື່ອຮັບເອົາເຄື່ອງຊ່ວຍເຫລືອ ຢູ່ສູນອົບພະຍົບ Kutupalong ໃນແຂວງ Ukhiya ຂອງບັງກລາແດັສ ໃນວັນທີ 15 ພະຈິກ, 2017.
ຊາວມຸສລິມໂຣຮິງຢາ ທີ່ໄດ້ຫລົບໜີ ຈາກລັດຣາໄຄນ໌ ຂອງມຽນມາ ໄປຍັງບັງກລາແດັສ ລຽນແຖວກັນ ເພື່ອຮັບເອົາເຄື່ອງຊ່ວຍເຫລືອ ຢູ່ສູນອົບພະຍົບ Kutupalong ໃນແຂວງ Ukhiya ຂອງບັງກລາແດັສ ໃນວັນທີ 15 ພະຈິກ, 2017.

ທ່ານນາງ Aung San Suu Kyi ຜູ້ນໍາທີ່ແທ້ຈິງຂອງມຽນມາ ໃນວັນອັງຄານມື້ນີ້ ໄດ້
ສະແດງຄວາມຫວັງ ວ່າຈະສາມາດບັນລຸຂໍ້ຕົກລົງກັບບັງກລາແດັສໄດ້ກ່ຽວກັບການ
ອຳນວຍໃຫ້ຊາວມຸສລິມໂຣຮິງຢາ ທີ່ໄດ້ຫລົບໜີໄປຍັງບັງກລາແດັສ ໃນສາມເດືອນ
ກ່ອນນັ້ນ ກັບຄືນປະເທດໄດ້.

ຊາວມຸສລິມໂຣຮິງຢາ ຫລາຍກວ່າ 600,000 ຄົນໄດ້ຫລົບໜີຈາກລັດຣາໄຄນ໌ຂອງ
ມຽນມາ ນັບແຕ່ວັນທີ 25 ສິງຫາ ພາຍຫລັງທີ່ພວກຫົວຮຸນແຮງ ໄດ້ໂຈມຕີກໍາລັງຮັກ
ສາຄວາມສະ ຫງົບ ແລະເຮັດໃຫ້ມີການປາບປາມຢ່າງໂຫດຮ້າຍຂອງທະຫານ ທີ່ໄດ້ຖືກພັນລະນາວ່າແມ່ນການກວດລ້າງຊົນຊາດຊົນເຜົ່າ.

ທ່ານນາງ Aung San Suu Kyi ເວົ້າວ່າ ປະເທດທີ່ເປັນເພື່ອນບ້ານກັນດັ່ງກ່າວກໍາ
ລັງຮ່າງບົດບັນທຶກຄວາມເຂົ້າໃຈກ່ຽວກັບ "ການກັບຄືນປະເທດທີ່ມີຄວາມປອດໄພ
ແລະສະໝັກໃຈ" ສໍາລັບພວກທີ່ໄດ້ຫລົບໜີໄປນັ້ນ.

ທ່ານນາງກ່າວວ່າ "ບໍ່ມີອັນໃດດອກທີ່ຈະສາມາດເຮັດໄດ້ ໃນເວລາພຽງຂ້າມຄືນ ແຕ່ວ່າ ພວກເຮົາເຊື່ອໝັ້ນວ່າ ພວກເຮົາຈະສາມາດມີຄວາມກ້າວໜ້າເພີ້ມຂຶ້ນໄປເລື້ອຍໆ".

ນອກນັ້ນ ໃນວັນອັງຄານມື້ນີ້ ອົງການນິລະໂທດກຳສາກົນ ຊຶ່ງເປັນກຸ່ມປົກປ້ອງສິດທິ
ມະນຸດໄດ້ອອກລາຍງານສະບັບໃໝ່ ກ່າວວ່າ ລັດຖະບານມຽນມາ ຈຳແນກກີດກັນ ແລະແບ່ງແຍກ
ປະຊາຄົມຊາວໂຣຮິງຢາ ແລະປະຊາຄົມຊາວມຸສລິມອື່ນໆ.

ກຸ່ມດັ່ງກ່າວນີ້ ຮຽກຮ້ອງໃຫ້ມຽນມາ ອອກແຜນການເພື່ອກຳຈັດການຈຳແນກກີດກັນ ປະຕິຮູບກົດໝາຍການຈຳແນກກີດກັນ ແລະນະໂຍບາຍຕ່າງໆ ແລະກໍເຮັດໃຫ້ເປັນທີ່
ແນ່ໃຈວ່າ ພວກທີ່ຮັບຜິດຊອບໃນການກໍ່ອາຊະຍາກຳຕ້ານມະນຸດຊາດ ຈະຖືກນຳຕົວ
ມາລົງໂທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Rohingya from Myanmar in Bangladesh
please wait

No media source currently available

0:00 0:00:44 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG