ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Aung San Suu Kyi ເດີນທາງໄປ ປະເທດໄທ


ຜູ້ນໍາຝ່າຍຄ້ານຂອງມຽນມາ ທ່ານນາງ Aung San Suu Kyi ເດີນທາງ ຈາກມຽນມາ ໄປປະເທດໄທ ເພື່ອຢ້ຽມຢາມຕ່າງປະເທດ ເປັນຄັ້ງທໍາອິດ ໃນຮອບ 24 ປີ.
ຜູ້ນໍາຝ່າຍຄ້ານຂອງມຽນມາ ທ່ານນາງ Aung San Suu Kyi ເດີນທາງ ຈາກມຽນມາ ໄປປະເທດໄທ ເພື່ອຢ້ຽມຢາມຕ່າງປະເທດ ເປັນຄັ້ງທໍາອິດ ໃນຮອບ 24 ປີ.

ທ່ານນາງ Aung San Suu Kyi ນັກ​ຕໍ່ສູ້​ເພື່ອປະຊາທິປະ​ໄຕທີ່​ມີ​ຊື່​ສຽງ ​ມາ​ເປັນ
​ເວລາ​ດົນ​ນານແລະຜູ້​ນໍາ​ຝ່າຍ​ຄ້ານ​ຂອງ​ມຽນມາ ​ໄດ້​ອອກເດີນທາງໄປ​ປະ​ເທດ​ໄທ
​ໃນ​ວັນ​ອັງຄານ​ມື້​ນີ້ ​ຊຶ່ງເປັນ​ການ​ເດີນທາງ​ໄປ​ຕ່າງປະ​ເທດຄັ້ງ​ທໍາ​ອິດ​ໃນຮອບ​ 24 ປີ.

ສະມາຊິກ​ສະພາທີ່ຫາ​ກໍ​ໄດ້ຮັບເລືອກ​ໃໝ່​ທ່ານ​ນີ້ ​ໄດ້​ຖືກ​ຄຸມ​ຂັງ 15 ປີ​ໃນ​ໄລຍະ
22 ປີ​ທີ່​ຜ່ານ​ມາ ຍ້ອນ​ໄດ້ທ້າ​ທາຍ​ອໍານາດ​ການ​ປົກ​ຄອງທີ່ກົດ​ຂີ່ຂອງ​ພວກ​ຜູ້ນຳ
ທະຫານ​ຢູ່ໃນ​ມຽນມາ ທີ່​ດຳ​ເນີນ​ມາເປັນ​ເວ​ລາ​ຫລາຍສິບ​ປີ.

ທ່ານ​ນາງ​ຈະ​ເດີນທາງໄປເຖິງບາງກອກ ​ເມືອງຫລວງ​ຂອງ​ໄທ ​ໃນ​ວັນ​ອັງຄານມື້ນີ້
ບ່ອນ​ທີ່​ທ່ານ​ນາງຄາດ​ວ່າ ຈະ​ພົບ​ປະ​ກັບນາຍົກລັດຖະມົນ​ຕີ​ໄທ ທ່າ​ນນາງ ຍິ່ງ​ລັກ
ຊິນນະ​ວັດ. ຜູ້ນໍາ​ຝ່າຍ​ຄ້ານ​ຂອງ​ມຽນມາຍັງຈະ​ກ່າວ​ຄຳ​ປາ​ໄສຢູ່​ທີ່ກອງ​ປະ​ຊຸ​ມ​
ເສດຖະກິດ​ໂລກ ກ່ຽວ​ກັບເຂດເອ​ເຊຍຕາ​ເວັນ​ອອກ​ ໃນ​ທ້າຍ​ອາທິດ​ນີ້.

ທ່ານ​ນາງ Aung San Suu Kyi ຜູ້​ທີ່​ໄດ້​ຮັບ​ລັງ​ວັນໂນ​ແບ​ລ ຂະ​ແໜງສັນຕິ​ພາບ
ຊຶ່ງໄດ້​ຖືກ​ປ່ອຍ​ຕົວຈາກ​ການ​ກັກ​ບໍລິ​ເວນ​ ໃນ​ປີ 2010 ​ກ່ອນ​ໜ້ານີ້ ​ເຄີຍ​ປະຕິ​ເສດ​
ມາ​ແລ້ວ ​ຕໍ່ການເດີນທາງອອກ​ຈາກ​ມຽນມາ ເພາະ​ຢ້ານ​ເຈົ້າ​ໜ້າ​ທີ່ຈະບໍ່​ໃຫ້​ທ່ານ
​ນາງກັບ​ຄືນ​ເຂົ້າ​ປະ​ເທດ​ອີກ.

ມີ​ການ​ເບິ່ງ​ກັນ​ວ່າ ການ​ເດີ​ນທາງ​ຂອງ​ທ່ານນາງ​ໃນ​ຄັ້ງນີ້ ແມ່ນ​ຂີດ​ໝາຍ​ສຳຄັນ
ໃນ​ຂັ້ນຕອນການ​ປະ​ຕິ​ຮູບທາງ​ດ້ານ​ການ​ເມືອງຂອງ​ມຽນມາ ຊຶ່ງ​ໄດ້​ເລີ້ມຂື້ນ​ໃນ​
ເວລາ​ທີ່ພວກ​ຜູ້ນຳ​ທາງ​ທະຫານ​ຂອງ​ປະ​ເທດໄດ້​ໂອນ​ອໍານາດ​ໃຫ້​ແກ່ລັດຖະບານ
ພົນລະ​ເຮືອນພຽງ​ແຕ່​ໃນ​ນາມ ​ໃນ​ປີ​ແລ້ວ​ນີ້.

XS
SM
MD
LG