ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

AU ໄຂກອງປະຊຸມສຸດຍອດ



ປະທານາທິບໍດີຢູການດາໄດ້ຮຽກຮ້ອງໃຫ້ພວກຜູ້ນຳອາຟຣິກາທັງຫລາຍ ເພີ່ມທະວີການ ຕໍ່ສູ້ປາບປາມ ພວກກໍ່ການຮ້າຍ ຫລັງຈາກເກີດເຫດ ລະເບີດທີ່ສັງຫານ 76 ຄົນ ໃນ ເມືອງຫລວງຂອງຢູການດາ ໃນເດືອນນີ້.
ໃນຄຳປາໃສຕໍ່ກອງປະຊຸມສຸດຍອດສະຫະພາບອາຟຣິກາໃນວັນອາທິດມື້ນີ້ ປະທານາທິບໍດີ ຢູການດາ ທ່ານ Yoweri Museveni ໄດ້ຮຽກຮ້ອງ ໃຫ້ພວກຜູ້ນຳ ອາຟຣິກາດ້ວຍກັນ ຈົ່ງພາກັນທຳງານຢ່າງ ພ້ອມພຽງປະສານງານກັນ ເພື່ອກວາດລ້າງ ພວກກໍ່ການຮ້າຍໃຫ້ ສູນສິ້ນໄປຈາກພາກພື້ນ ອາຟຣິກາ.
ໃນຄຳຖະແຫລງຕອນນຶ່ງກ່ອນເປີດກອງປະຊຸມສຸດຍອດນັ້ນ ປະທານາທິບໍດີຢູການດາໄດ້ ກ່າວວ່າ ກຳລັງທຳທະຫານຢູການດາຈະຕາມລ່າກຸ່ມ al-shabab ຊຶ່ງເປັນກຸ່ມຫົວຮຸນ ແຮງອິສລາມຂອງໂຊມາເລຍ ທີ່ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ ການວາງລະເບີດ ເມື່ອວັນທີ່ 11 ເດືອນກໍລະກົດນີ້ ທີ່ ກຳປາລາ ເມືອງຫລວງ ຂອງຢູການດານັ້ນ.
ກຳລັງທະຫານຢູການດາ ປະກອບເປັນສ່ວນນຶ່ງຂອງກຳລັງຮັກສາສັນຕິພາບຂອງ AU ຫລື ສະຫະພາບອາຟຣິກາ ທີ່ໃຫ້ການສະໜັບສະໜູນແກ່ ລັດຖະບານທີ່ອ່ອນແອຂອງໂຊມາເລຍ. ກຸ່ມ al-lShabab ກ່າວວ່າ ການໂຈມຕີຄັ້ງນີ້ ແມ່ນເປັນການແກ້ແຄ້ນ ຢູການດາທີ່ໄປ ພົວພັນກັບ ກຳລັງຮັກສາສັນຕິພາບຂອງ AU ນັ້ນ.
ກອງປະຊຸມສຸດຍອດສະຫະພາບອາຟຣິກາ ຄັ້ງທີ່ 15 ທີ່ນະຄອນຫລວງ ກຳປາລາ ໄຂຂື້ນພາຍໃຕ້ການຮັກສາຄວາມປອດໄພຢ່າງແໜ້ນໜາ.

XS
SM
MD
LG