ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບ ອາຟຣິກາ ຫຼືເອຢູ ເລືອກເອົາ ຜູ້ນໍາຄົນໃໝ່


ທ່ານນາງ Nksosazana Dlamini-Zuma ຜູ້ທີ່ຖືກເລືອກຕັ້ງເປັນນໍາຄົນໃໝ່ຂອງສະຫະພາບ ອາຟຣິກາ ຫຼື ເອຢູ
ທ່ານນາງ Nksosazana Dlamini-Zuma ຜູ້ທີ່ຖືກເລືອກຕັ້ງເປັນນໍາຄົນໃໝ່ຂອງສະຫະພາບ ອາຟຣິກາ ຫຼື ເອຢູ

ບັນດາ​ຜູ້​ນໍາ​ອາ​ຟຣິກາ ​ໄດ້​ເລືອກ​ຕັ້ງ ທ່ານນາງ Nkosazana Dlamini-Zuma ​ລັດຖະມົນຕີ​ກະຊວງ​ກິດຈະການ​ພາຍ​ໃນອາ​ຟຣິກາ​ໃຕ້ ​ໃຫ້​ເປັນຫົວ ໜ້າ​ສະຫະພາບ​ອາ​ຟຣິກາ​ ຫຼື​ເອຢູ ຄົນ​ໃໝ່ ຊຶ່ງ​ເປັນແມ່ຍິງ​ຄົນ​ທໍາ​ອິດ​ແລະ ຄົນ​ທໍາ​ອິດ​ຂອງ​ຊາວອາ​ຟຣິກາ​ໃຕ້ ທີ່​ໄດ້​ຮັບ​ຕໍາ​ແໜ່​ງດັ່ງກ່າວ​ນີ້.

ທ່ານ​ນາງ Dlamini-Zuma ຊະນະ​ທ່ານ Jean Ping ຜູ້​ຢູ່​ໃນ​ຕໍາ​ແໜ່​ງ ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ເອຢູ​ເມື່ອ​ວັນ​ອາທິດ​ວານ​ນີ້ ທີ່​ເມືອງຫຼວງ Addis Ababa ປະ​ເທດ​ອີ​ທິ​ໂອ​ເປຍ ຫຼັງຈາກ​ລົງ​ຄະ​ແນນ​ສຽງ​ສີ່​ຮອບດ້ວຍ​ກັນ​.

ທ່ານ​ນາງ Dlamini-Zuma ​ເປັນ​ອະດີດ​ພັນ​ລະ​ຍາ​ຂອງ​ທ່ານ Jacob Zuma ປະທານາທິບໍດີ​ອາ​ຟຣິກາ​ໃຕ້.

ປົກກະຕິ​ແລ້ວ ຕໍາ​ແໜ່​ງສູງ​ສຸດ​ຂອງ​ເອຢູມັກຈະ​ມາ​ຈາກ​ນຶ່ງ​ໃນ​ປະ​ເທດ ນ້ອຍໆ​ຂອງ​ອາ​ຟຣິກາ. ທ່ານ​ນາງ Dlamini-Zuma ກ່າວ​ວ່າ ທ່ານ​ນາງ ບໍ່​ເຊື່ອ​ວ່າ​ມີສ່ວນ​ພົວພັນ​ໃດໆ​ລະຫວ່າງ​ການ​ທີ່​ທ່ານ​ນາງ​ມາ​ຈາກ​ປ​ະ​ເທດ​ ອາ​ຟຣິກາ​ໃຕ້​ທີ່​ມີ​ອໍານາດ​ທີ່​ສຸດ​ນັ້ນ ​ກັບ​ຄວາມ​ປາດ​ຖະໜາ​ຂອງ​ທ່ານ​ນາງ ທີ່​ຢາກຈະປະກອບ​ສ່ວນ​ໃນ​ສະຫະພາບ ອາຟຣິກາ ຫຼື ​ເອຢູ.

​ເອຢູ ຕ້ອງໄດ້ຮັບ​ພາລະຫລາຍ​ຢ່າງກັບວິ​ກິດ​ການຂົງ​ເຂດ ​ແລະກໍາລັງ​ພິດ​ຈາລະ​ນາ​ຈະ​ສົ່ງ​ກໍາລັງ​ທະ​ຫານ​ໄປ​ສູ້​ລົບ​ກັບ​ກຸ່ມ​ກະບົດ​ປະ​ກອບ​ອາວຸດ​ຢູ່​ໃນ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຄອງ​ໂກ. ນອກ​ນີ້​ແລ້ວ ​ເອຢູຍັງ​ໃຫ້ການ​ໜຸນຫຼັງ​ແຜນການ​ນຶ່ງ​ຂອງ​ບັນດາ​ປະ​ເທດ​ເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ເພື່ອ​ສູ້​ລົບ​ກັບ​ພວກ​ຫົວ​ຮຸນ​ແຮງ​ອີສລາມ​ໃນ​ປະ​ເທດ​ມາລີ ພາກ​ເໜືອ​ຂອງ​ອາ​ຟຣິກາ​ນັ້ນ​ນໍາ.

XS
SM
MD
LG