ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະພາບອາຟຣິກາ ເປີດສໍານັກງານໃໝ່ ທີ່ອີທີໂອເປຍ


ນັກຟ້ອນຄົນນຶ່ງ ສະແດງການຟ້ອນພື້ນເມືອງ ໃນງານໄຂສໍານັກງານໃຫຍ່ແຫ່ງໃໝ່ຂອງສະຫະພາບອາຟຣິກາ (ຕຶກສູງທາງຫລັງ) ທີ່ນະຄອນຫລວງ Addis Ababa, ປະເທດອິທີໂອເປຍ, ວັນເສົທີ 28 ມັງກອນ 2012. (REUTERS/Noor Khamis)
ນັກຟ້ອນຄົນນຶ່ງ ສະແດງການຟ້ອນພື້ນເມືອງ ໃນງານໄຂສໍານັກງານໃຫຍ່ແຫ່ງໃໝ່ຂອງສະຫະພາບອາຟຣິກາ (ຕຶກສູງທາງຫລັງ) ທີ່ນະຄອນຫລວງ Addis Ababa, ປະເທດອິທີໂອເປຍ, ວັນເສົທີ 28 ມັງກອນ 2012. (REUTERS/Noor Khamis)

ການ​ແຂ່ງຂັນ​ກັນ​ເອົາ​ຕໍາ​ແໜ່​ງນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ຂອງ​ສະຫະພາບ​ອາ​ຟຣິກາ ຄາດ​ວ່າ​
ຈະ​ເປັນ​ຈຸດ​ສໍາຄັນຂອງ​ກອງ​ປະຊຸມ​ສຸດ​ຍອດປະ​ຈໍາພາກ​ພື້ນ ທີ່​ຈະ​ໄຂ​ຂຶ້ນໃນ​ວັນ​ອາທິດ​ມື້​ນີ້​ ທີ່ນະຄອນຫລວງ Addis Ababa ຂອງອີທີ​ໂອ​ເປຍ ນັ້ນ.

ນຶ່ງ​ມື້ກ່ອນ​ກອງ​ປະຊຸມ​ສຸດ​ຍອດດັ່ງກ່າວ ສະຫະພາບ​ອາ​ຟຣິກາ​ໄດ້​ປະກອບ​ພິທີ​ເປີດ​ສໍານັກ​
ງານ​ໃຫຍ່ໃໝ່ຂອງ​ຕົນ​ຂຶ້ນ​ໃນ​ນະຄອນ​ຫລວງ​ຂອງ​ອີທີ​ໂອ​ເປຍ ທີ່​ໄດ້​ກໍ່ສ້າງ​ຂຶ້ນດ້ວຍ​ການ​ບໍ
ລິຈາ​ກ​ເງິນ​ຈາກ​ຈີນ​ເປັນ​ມູນ​ຄ່າ 200 ລ້ານດອນ​ລາ. ທ່ານ Jia Qinglin ທີ່​ປຶກສາ​ຂັ້ນ​ອາ
ວຸ​ໂສ​ທາງ​ດ້ານ​ການ​ເມືອງ​ຂອງ​ຈີນ ​ໄດ້ໄຂ​ຕຶກ​ອາຄານ​ສໍານັກງານ​ໃຫຍ່​ຢ່າງ​ເປັນ​ທາງ​ການ
ໃນ​ວັນ​ເສົາ​ວານ​ນີ້ ​ໃນພິທີ ທີ່ເຂົ້າ​ຮ່ວມ​ໂດຍ​ນາຍົກລັດ

ຖະມົນຕີ​ອີທີ​ໂອ​ເປຍ ທ່ານ Meles Zenawi ພ້ອມ​ທັງ​ພວກ​ຜູ້​ນໍາ​ປະ​ເທດອື່ນໆໃນ​ທະວີບ
ອາ​ຟຣິກາ​ ແລະ​ພວກນັກ​ການ​ທູດ​ຕ່າງປະ​ເທດ.

ທ່ານ Jia Qinglin ກ່າວ​ວ່າ ຕຶກ​ອາ​ຄານ​ທີ່​ສ້າງ​ຂຶ້ນຢູ່​ບ່ອນ​ຄຸກເກົ່າທີ່​ມີ​ການ​ຮັກສາ​ຄວາມ
ປອດ​ໄພ​ຢ່າງ​ເຄັ່ງ​ຄັດ​ທີ່​ສຸດ ​ເປັນ​ການ​ພິສູດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ມິດຕະພາບ​ຂອງ​ຈີນ
ກັບ​ປະຊາຊົນ​ໃນ​ອາ​ຟຣິກາ.

ນອກ​ນັ້ນ​ ທ່ານ​ຍັງ​ໄດ້​ກ່າວ​ຊົມ​ເຊີຍ​ການ​ຄ້າ​ທີ່​ກໍາລັງ​ເຕີບ​ໂຕ​ຂຶ້ນ​ຂອງ​ຈີນກັບ​ພວກ​ປະ​ເທດ​
ໃນ​ອາ​ຟຣິກາ ຊຶ່ງ​ທ່ານ​ກ່າວ​ວ່າ ​ເປັນ​ມູນ​ຄ່າ​ເຖິງ 150 ຕື້​ດອນ​ລາວ​ໃນ​ປິ​ແລ້ວ​ນີ້ ຊຶ່ງແມ່ນ
13 ເທົ່າ​ຂອງ​ຈໍານວນ​ໃນ​ຮອບ​ນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ.

ທ່ານ Jia ກ່າວ​ຕື່ມ​ວ່າ ຈີນ​ເປັນ​ພາຄີ​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ອາ​ຟຣິກາແລະ​ການ​ລົງທຶນ​
ຂອງ​ຈີນ​ເປັນ​ມູນ​ຄ່າທັງ​ໝົດ 13 ຕື້​ດອນ​ລາ.

ນາຍ​ົກລັດຖະມົນຕີ ​ອີທີ​ໂອ​ເປຍ ກ່າວ​ຊົມ​ເຊີຍອັນ​ທີ່​ທ່ານ​ເອີ້ນ​ວ່າການ​ເກີດ​ໃໝ່​ຂອງ​ອາ​ຟຣິ
ກາ ຊຶ່ງ​ທ່ານ​ກ່າວ​ວ່າ ​ໄດ້​ເປັນ​ແບບ​ຢ່າງ​ຂອງ​ການ​ເສດຖະກິດທີ່ຢູ່​ໃນ​ພາຍ​ໃຕ້​ການ​ນໍາພາ
ຂອງ​ລັດ​ຂອງ​ຈີນ​ນັ້ນ. ທ່ານ​ໄດ້​ສວາຍ​ໂອກາດ​ນີ້ ຕໍາ​ໜິຕິຕຽນແບບຢ່າງເສດຖະກິດຂອງ
ຝ່າຍ​ຕາ​ເວັນ​ຕົກ​ໃນ​ທ້າຍ​ສັດຕະວັດ​ທີ 20 ​ເປັນ​ຢາ​ປົວ​ພະຍາດ​ທີ່​ກາຍ​ເປັນ​ສິ່ງຮ້າຍ​ກາດ​
ກວ່າ​ພະຍາດ​ນັ້ນ.

XS
SM
MD
LG