ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທູດພິເສດຂອງສະຫະພາບ ອາຟຣິກາ ວ່າເວລາໃກ້ຈະໝົດລົງແລ້ວ ເພື່ອຫາການແກ້ໄຂດ້ານການເມືອງ ຕໍ່ບັນຫາຂັດແຍ້ງໃນ ເອທິໂອເປຍ


ອະດີດປະທານາທິບໍດີ ຂອງໄນຈີເຣຍ ທ່ານ ໂອລູເຊກັນ ໂອບາຊານໂຈ ກ່າວໃນລະຫວ່າງ ກອງປະຊຸມສຸດຍອດ speaks Concordia Americas, ໃນນະຄອນຫຼວງໂບໂກຕາ ຂອງ ໂຄລອມເບຍ, ວັນທີ 13 ພຶດສະພາ 2019.
ອະດີດປະທານາທິບໍດີ ຂອງໄນຈີເຣຍ ທ່ານ ໂອລູເຊກັນ ໂອບາຊານໂຈ ກ່າວໃນລະຫວ່າງ ກອງປະຊຸມສຸດຍອດ speaks Concordia Americas, ໃນນະຄອນຫຼວງໂບໂກຕາ ຂອງ ໂຄລອມເບຍ, ວັນທີ 13 ພຶດສະພາ 2019.

ທູດພິເສດສະຫະພາບອາຟຣິກາ ປະຈຳເຂດ​ແຫຼມ​ຮອນຂອງອາຟຣິກາ ໄດ້ກ່າວເຕືອນໃນວັນຈັນວານນີ້ ວ່າ ຊ່ວງໂອກາດສຳລັບແກ້ໄຂ ວິກິດການທາງດ້ານການເມືອງຢູ່ໃນພາກເໜືອຂອງເອທິໂອເປຍ ໃກ້ຈະໝົດລົງແລ້ວ ໃນຂະນະທີ່ປະເທດດັ່ງກ່າວ ກຳລັງຈະເຂົ້າສູ່ບັນຫາຂັດແຍ້ງກັນຢ່າງເຕັມສ່ວນຕໍ່ໄປ.

“ບັດນີ້ເຖິງເວລາແລ້ວ ສໍາລັບການຫາທາງເອົາມາດຕະການຮ່ວມກັນເຊັ່ນ: ການແກ້ໄຂທີ່ຍືນຍົງ ເພື່ອຫລີກລ້ຽງສະຖານະການທີ່ຮ້າຍແຮງຂຶ້ນຕື່ມອີກ ຊຶ່ງອາດມີ ຜົນກະທົບໂດຍກົງໂດຍລວມ ຕໍ່ຍຸດທະສາດໃນເຂດ​ແຫຼມ​ຮອນ ຂອງອາຟຣິກາ” ນັ້ນແມ່ນຄຳເວົ້າຂອງປະທານາທິບໍດີ ໂອລູເຊກັນ ໂອບາຊານໂຈ ຂອງໄນຈີເຣຍ ຜູ້ທີ່ເປັນຜູ້ຕາງໜ້າພິເສດຂອງສະຫະພາບອາຟຣິກາ ປະຈຳເຂດແຫຼມ​ຮອນຂອງອາຟຣິກາ.

ການກ່າວຖະແຫລງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຈາກນະຄອນ ຫຼວງອາດິສອາບາບາ ຂອງເອທິໂອເປຍ ບ່ອນທີ່ທ່ານໂອບາຊານໂຈ ໄດ້ເດີນ ທາງໄປຮອດ ເມື່ອວັນພະຫັດທີ່ຜ່ານມານັ້ນ ກໍໄດ້ກ່າວວ່າ ທ່ານໄດ້ພົບປະກັບທ່ານອາບີ ອາເມດ ນາຍົກລັດຖະມົນຕີຂອງເອທິໂອເປຍ ຕ່າງຫາກ ແລະບັນ ດາຜູ້ນຳຂອງກຸ່ມແນວໂຮມປົດປ່ອຍປະຊາຊົນຂອງທິເກຣຫຼື TPLF ພ້ອມດ້ວຍກຸ່ມພັນທະມິດອື່ນຈຳນວນນຶ່ງ ເພື່ອທີ່ຈະເຮັດໃຫ້ຄວາມເຄັ່ງຕຶງຫລຸດຜ່ອນລົງ ແລະຫາທາງທີ່ຈະເລີ້ມການເຈລະຈາ.

ທ່ານໄດ້ກ່າວວ່າ “ບັນດາຜູ້ນຳທັງໝົດຢູ່ໃນນະຄອນຫຼວງອາດິສອາບາບາ ແລະຢູ່ໃນພາກເໜືອ ຕົກລົງເຫັນດີເປັນສ່ວນບຸກຄົນວ່າ ຄວາມຄິດເຫັນທີ່ແຕກຕ່າງກັນລະຫວ່າງພວກເຂົາເຈົ້ານັ້ນ ແມ່ນໃນດ້ານການເມືອງແລະຕ້ອງໄດ້ຫາການແກ້ໄຂດ້ານການເມືອງໂດຍຜ່ານການເຈລະຈາ.” ທ່ານກ່າວຕໍ່ໄປອີກວ່າ “ອັນນີ້ ຈຶ່ງຖືວ່າ ເປັນຊ່ວງໂອກາດທີ່ພວກເຮົາສາມາດຫາວິທີທາງຊ່ອຍປະຊາຊົນຂອງເອທິໂອເປຍ ເພື່ອຊອກຫາຂໍ້ແກ້ໄຂທີ່ຍືນຍົງຕໍ່ວິກິດການທີ່ມີຢູ່ຕໍ່ເນື່ອງ.”

ທ່ານໂອບາຊານໂຈ ໄດ້ກ່າວວ່າ ທ່ານຈະເດີນທາງໄປຢ້ຽມຢາມຂົງເຂດອາມຮາຣາ ແລະອາຟາຣ ທາງພາກເໜືອຂອງເອທິໂອເປຍ ໃນວັນອັງຄານມື້ນີ້ ບ່ອນທີ່ກຸ່ມ TPLF ໄດ້ຂະຫຍາຍການສູ້ລົບອອກໄປນັ້ນ ແລະໄດ້ເຮັດໃຫ້ປະ ຊາຊົນຫຼາຍພັນຄົນ ຕ້ອງໄດ້ຍົກຍ້າຍອອກຈາກຖິ່ນຖານ.

ການສູ້ລົບກັນ ໄດ້ເພີ້ມທະວີຂຶ້ນ ໃນສັບປະດາທີ່ຜ່ານມາກ່ອນວັນຄົບຮອບນຶ່ງປີຂອງການເລີ້ມຕົ້ນບັນຫາຂັດແຍ້ງ.

ກອງກຳລັງຂອງຊາວທິເກຣ ໄດ້ກ່າວເມື່ອຕົ້ນອາທິດນີ້ ວ່າ ພວກເຂົາຈະເຄື່ອນກຳລັງເຂົ້າໄປໃນນະຄອນຫຼວງອາດິສອາບາບາ ແລະວ່າ ມັນຈະລົ້ມລະລາຍພາຍໃນບໍ່ເທົ່າໃດເດືອນ ຫຼືແມ່ນກະທັງບໍ່ເທົ່າໃດອາທິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG