ສະຫະພາບອາຟຣິກາກ່າວວ່າ ພວກເຂົາຕ້ອງການເປັນພາຄີກັບອົງການສະຫະປະຊາຊາດໃນຂໍ້ສະເໜີການປະຕິບັດງານຮ່ວມ ເພື່ອສະໜັບສະໜຸນໂຊມາເລຍໃນການຕໍ່ສູ້ກັບພວກຫົວຮຸນແຮງຈັດ ແລະບັນລຸຄວາມໝັ້ນຄົງ.
ໃນຖະແຫລງການ, ສະພາສັນຕິພາບແລະຄວາມໝັ້ນຄົງຂອງສະຫະພາບອາຟຣິກາ ກ່າວວ່າ ຕົນໄດ້ໃຫ້ການສະໜັບສະໜຸນຕໍ່ຄຳແນະນຳຂອງການປະເມີນຢ່າງເປັນອິດສະຫລະ ສໍາລັບການດໍາເນີນການຮ່ວມກັນທີ່ຈະມາແທນທີ່ການປະຕິບັດພາລະກິດຂອງສະຫະພາບອາຟຣິກາຢູ່ໃນໂຊມາເລຍ ຫລື (AMISOM) ຫລັງຈາກປີນີ້.
[[ https://amisom-au.org/2021/10/communique-of-the-1037th-meeting-of-the-au-peace-and-security-council-on-somalia/ ]]
ນັບຕັ້ງແຕ່ປີ 2007, ພາລະກິດຮັກສາສັນຕິພາບໃນລະດັບພູມິພາກ, ໂດຍໄດ້ຮັບການອະນຸມັດຈາກອົງການສະຫະປະຊາຊາດ, ໄດ້ມີການຊ່ວຍເຫລືອລັດຖະບານໂຊມາເລຍໃນການຕໍ່ສູ້ ເພື່ອສ້າງສະຖຽນລະພາບໃຫ້ກັບຄວາມສໍາຄັນຂອງປະເທດອາຟຣິກາ ໂດຍສະເພາະແມ່ນການຕໍ່ຕ້ານກຸ່ມຫົວຮຸນແຮງອາລ-ຊາບາບ (al-Shabab).
ຖະແຫລງການຂອງສະຫະພາບອາຟຣິກາໃຫ້ຂໍ້ສັງເກດວ່າ “ມີຄວາມກົງວົນເປັນຢ່າງຍິ່ງຕໍ່ສະຖານະການດ້ານຄວາມໝັ້ນຄົງ ທີ່ຊຸດໂຊມລົງຢູ່ໃນໂຊມາເລຍ...ໃນພື້ນທີ່ສ່ວນໃຫຍ່ຂອງປະເທດ, ເຊິ່ງໄດ້ຫລຸດລະດັບຄວາມສົນໃຈ ຈາກການປ່ຽນແປງທີ່ສໍາຄັນຂອງການບູລະນະສ້າງສາປະເທດແລະການຮັກສາຄວາມໝັ້ນຄົງ.”
ພາລະກິດຂອງການຮ່ວມມືກັນ ແມ່ນນຶ່ງໃນຫລາຍໆທາງເລືອກທີ່ທີມງານໄດ້ປະເມີນແນະນໍາ ໃນລາຍງານທີ່ເຜີຍແຜ່ອອກ ໃນເດືອນພຶດສະພາ. ແຜນການດັ່ງກ່າວ ເຊິ່ງສະຫະພາບອາຟຣິກາໄດ້ສະເໜີໃຫ້ມີຜົນບັງຄັບໃຊ້ໃນເດືອນມັງກອນ, ຈະຕ້ອງໄດ້ຮັບການອະນຸມັດຈາກສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ແລະລັດຖະບານກາງຂອງໂຊມາເລຍ.