ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ທ່ານ Sessions ກ່າວວ່າ ການ ລວມຫົວກັບ ຣັດເຊຍ ແມ່ນຄຳຂີ້ຕົວະ ທີ່ເປັນຕາໜ່າຍ


ລັດຖະມົນຕີກະຊວງຍຸຕິທຳ ທ່ານ Jeff Sessions ອ່ານລະບຽບ ກ່ຽວກັບ ການຖອນທ່ານ ອອກຈາກການສືບສວນສອບສວນ ໃນລະຫວ່າງການໃຫ້ປາກຄຳ ໃນລັດຖະສະພາ. mujນະຄອນຫຼວງ ວໍຊິງຕັນ. 13 ມິຖຸນາ, 2017.
ລັດຖະມົນຕີກະຊວງຍຸຕິທຳ ທ່ານ Jeff Sessions ອ່ານລະບຽບ ກ່ຽວກັບ ການຖອນທ່ານ ອອກຈາກການສືບສວນສອບສວນ ໃນລະຫວ່າງການໃຫ້ປາກຄຳ ໃນລັດຖະສະພາ. mujນະຄອນຫຼວງ ວໍຊິງຕັນ. 13 ມິຖຸນາ, 2017.

ລັດຖະມົນຕີກະຊວງຍຸຕິທຳ ສະຫະລັດ ທ່ານ Jeff Sessions ກ່າວວ່າ ທຸກໆຂໍ້ສະເໜີ
ທີ່ວ່າ ທ່ານໄດ້ສົມຮູ້ຮ່ວມຄິດກັບ ຣັດເຊຍ ເພື່ອແຊກແຊງ ການເລືອກຕັ້ງປະທານາທິບໍດີ​ ໃນປີກາຍນີ້ແມ່ນ “ການຂີ້ຕົວະທີ່ຮ້າຍແຮງ ແລະ ເປັນຕາໜ່າຍ”

ທ່ານ Sessions ໄດ້ຕອບຄຳຖາມຕ່າງໆດົນກວ່າ 2 ຊົ່ວໂມງໃນການໃຫ້ປາກຄຳຢ່າງ
ເປັນ​ການ​ເປີດ​ເຜີ​ຍ ໃນວັນອັງຄານວານນີ້ ຕໍ່ຄະນະກຳ ມະການສືບລັບສະພາສູງ. ຄະ
ນະກຳມະການແມ່ນກຳລັງສືບສວນສອບສວນການແຊກແຊງໃນການລົງຄະແນນສຽງ
ເດືອນພະຈິກປີກາຍນີ້ຂອງ ຣັດເຊຍ.

ທ່ານໄດ້ກ່າວຕໍ່ຄະນະກຳມະການວ່າທ່ານຈະ “ຕົກໃຈ” ແລະ ລາອອກຈາກຕຳແໜ່ງ ຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດ ຂອງທ່ານ ທຣຳ ທີ່ໃນເວລານັ້ນເປັນຜູ້ລົງແຂ່ງຂັນ, ຖ້າທ່ານຄິດວ່າມັນມີການສົມຮູ້ຮ່ວມຄິດກັນ ລະຫວ່າງການໂຄສະນາຫາສຽງ ແລະ ຣັດ
ເຊຍ.

Sessions: Collusion with Russia 'an Appalling and Detestable Lie'
please wait

No media source currently available

0:00 0:02:59 0:00

ທ່ານ Sessions ໄດ້ກ່າວວ່າ ມັນບໍ່ມີຫຍັງທີ່ບໍ່ຖືກຕ້ອງ ເມື່ອທ່ານໄດ້ພົບປະກັບເອກອັກ ຄະລັດຖະທູດ ຣັດເຊຍ ປະຈຳ ສະຫະລັດ ທ່ານ Sergey Kislyak ເປັນເວລາສອງຄັ້ງ. ທ່ານໄດ້ກ່າວວ່າ ການພົບປະທັງສອງຄັ້ງແມ່ນໃນຖານະສະມາຊິກສະພາສູງ ສະຫະລັດ ຂອງທ່ານ ແລະ ບໍ່ແມ່ນພາກສ່ວນຂອງການໂຄສະນາຫາສຽງທ່ານ ທຣຳ.

ທ່ານ Sessions ໄດ້ຢືນຢັນວ່າ “ຂ້າພະເຈົ້າບໍ່ເຄີຍພົບປະ ຫຼື ມີການສົນທະນາໃດໆ ກັບເຈົ້າໜ້າທີ່ ຣັດເຊຍ ແລະ ຕ່າງປະເທດຄົນໃດໆ ກ່ຽວກັບ ທຸກໆປະເພດຂອງ ການແຊກແຊງໃນການໂຄສະນາຫາສຽງ ຫຼື ການເລືອກຕັ້ງໃນ ສະຫະລັດ.”

ແຕ່ທ່ານໄດ້ກ່າວວ່າ ທ່ານຈື່ບໍ່ໄດ້ ກ່ຽວກັບ ການພົບປະຄັ້ງທີສາມ ກັບເອກອັກຄະລັດຖະ
ທູດ ເມື່ອທັງສອງຝ່າຍໄດ້ເຂົ້າຮ່ວມໃນການກ່າວຄຳປາໄສນະໂຍບາຍການຕ່າງປະເທດ
ຂອງທ່ານ ທຣຳ ຢູ່ໂຮງແຮມແຫ່ງໜຶ່ງໃນ ວໍຊິງຕັນ.

Highlights of AG Sessions Senate Testimony
please wait

No media source currently available

0:00 0:03:19 0:00

ທ່ານ Sessions ໄດ້ບໍ່ໄດ້ລາຍງານການພົບປະດັ່ງກ່າວ ໃນລະຫວ່າງການພິຈາລະນາ ແຕ່ງຕັ້ງຕຳແໜ່ງ ສຳລັບລັດຖະມົນຕີກະຊວງຍຸຕິທຳ.

ທ່ານໄດ້ຖອນຕົນເອງອອກຈາກການສືບສວນສອບສວນ ໃນການແຊກແຊງການເລືອກ
ຕັ້ງຂອງ ຣັດເຊຍ, ໂດຍກ່າວວ່າ ກົດໝາຍລັດຖະບານກາງ ຮຽກຮ້ອງໃຫ້ທ່ານເຮັດແນວ
ນັ້ນ ຍ້ອນວ່າທ່ານເປັນຜູ້ຊີ້ນຳການໂຄສະນາຫາສຽງຄົນສຳຄັນຕໍ່ທ່ານ ທຣຳ.

ຍ້ອນວ່າທ່ານໄດ້ຖອນຕົນເອງອອກນັ້ນ, ທ່ານ Sessions ກ່າວວ່າ ທ່ານ “ບໍ່ຮູ້” ກ່ຽວກັບ ການສອບສວນ ໄດ້ຖືກນຳພາໂດຍໄອຍະການພິເສດ ທ່ານ Robert Mueller.

ແຕ່ໃນການປາກົດຕົວຕໍ່ຄະນະກຳມະການໃນສັບປະດາທີ່ຜ່ານມານັ້ນ, ອຳນວຍການອົງ
ການ FBI ທີ່ຖືກປົດອອກຈາກຕຳແໜ່ງທ່ານ ເຈມສ໌ ໂຄມີ ໄດ້ກ່າວວ່າ ມັນມີຂໍ້ມູນທີ່ເຮັດ
ໃຫ້ເປັນ “ບັນຫາ” ສຳລັບທ່ານ Sessions ທີ່ຈະເປັນສ່ວນໜຶ່ງຂອງການສືບສວນສອບ
ສວນ. ທ່ານ Sessions ໄດ້ປະຕິເສດຢ່າງເດັດຂາດວ່າ ມັນບໍ່ມີບັນຫາຫຍັງ.

ທ່ານໄດ້ກ່າວວ່າ “ມັນບໍ່ມີຫຍັງ. ຂ້າພະເຈົ້າສາມາດບອກທ່ານ ດ້ວຍຄວາມແນ່ນອນທີ່
ສຸດ. ນີ້ແມ່ນໃສ່ຮ້າຍປ້າຍສີລັບທີ່ຖືກຮົ່ວໄຫຼອອກມາ ກ່ຽວກັບ ຂ້າພະເຈົ້າ ແລະ ຂ້າພະ ເຈົ້າກໍບໍ່ພໍໃຈກັບມັນ.”

ທ່ານ Sessions ໄດ້ກ່າວວ່າ ການແນະນຳຂອງທ່ານທີ່ເຮັດໃຫ້ທ່ານ ທຣຳ ປົດທ່ານ ໂຄ
ມີ ອອກຈາກຕຳແໜ່ງນັ້ນ ແມ່ນຍ້ອນຄວາມວຸ້ນ ວາຍທີ່ຖືກລາຍງານ ພາຍໃນອົງການ
FBI ແລະ ບໍ່ແມ່ນຍ້ອນສິ່ງທີ່ທ່ານ ທຣຳ ເອີ້ນວ່າ “ເລື່ອງທີ່ສ້າງຂຶ້ນມາເອງ” ກ່ຽວກັບ
ຣັດເຊຍ.

U.S. Attorney General Jeff Sessions says any suggestion that he colluded with Russia to meddle in last year's presidential election is an "appalling and detestable lie."

Sessions answered questions for more than two hours in an open session Tuesday with the Senate Intelligence Committee. The panel is investigating Russian interference in the November vote.

He told the committee he would have been "shocked" and quit his role as then-candidate Donald Trump's national security advisor if he had thought there was any collusion between the campaign and Russia.

Sessions said there was nothing improper when he met twice last year with Russia's U.S. Ambassador Sergey Kislyak. He said both meetings were in his capacity as a U.S. senator and not as part of the Trump campaign.

"I have never met with or had any conversation with any Russians or any foreign officials concerning any type of interference with any campaign or election in the United States," Sessions testified.

But he said he has no recollections of a third meeting with the ambassador when they both attended a Trump foreign policy speech at a Washington hotel.

Sessions withheld reporting those meetings during his confirmation hearings for attorney general.

He has reused himself from the investigations into Russian election interference, saying federal law requires him to do so because he was a key campaign adviser to Trump.

Because he has recused himself, Sessions says he has "no knowledge" of the probe headed by special counsel Robert Mueller.

But in his appearance before the panel last week, fired FBI Director James Comey said there is information that makes it "problematic" for Sessions to be part of the investigation. Sessions firmly denied there are any problems.

"There are none. I can tell you that with absolute certainty. This is secret innuendo being leaked about me and I don't appreciate it."

Sessions said his recommendation that Trump fire Comey was because of reported turmoil inside the FBI and not because of what Trump has called the "made up story" about Russia.

XS
SM
MD
LG