ລັດຖະມົນຕີກະຊວງຍຸຕິທຳ ທ່ານແຈັຟ ແຊັສສັນ ກ່າວຢູ່ໃນຖະແຫລງການທີ່ໄດ້ນຳ
ອອກເຜີຍແຜ່ ໃນຕອນແລງວັນສຸກວານນີ້ວ່າ ອະດີດຮອງຫົວໜ້າອົງການສັນຕິບານ
ກາງ ຫຼື FBI ທ່ານແອນດຣູ ແມັກເຄບ ໄດ້ຖືກປົດອອກຈາກຕໍາແໜ່ງ ໃນທັນທີ.
ທ່ານແຊັສສັນ ກ່າວຢູ່ໃນຖະແຫລງການວ່າ “ອີງຕາມລາຍງານ ຂອງຜູ້ກວດກາທົ່ວໄປ
ແລ້ວ ການພົບເຫັນຂອງຫ້ອງການຮັບຜິດຊອບໃນໜ້າທີ່ວຽກງານຂອງອົງການ FBI
ແລະການສະເໜີແນະ ຂອງເຈົ້າໜ້າທີ່ອະວຸໂສຂອງກະຊວງ ຂ້າພະເຈົ້າຈຶ່ງໄດ້ປົດທ່ານ
ແອນດຣູ ແມັກເຄບ ອອກຈາກໜ້າທີ່ ໃນທັນທີ.”
ປະທານາທິບໍດີທຣໍາໄດ້ເຫັນພ້ອມກັບການປົດທ່ານແມັກເຄບອອກຈາກຕຳແໜ່ງຢູ່
ໃນການຂຽນຂໍ້ຄວາມລົງໃນທວິດເຕີ “ທ່ານແອລດຣູ ແມັກເຄບ ຖືກປົດອອກ ຈາກຕຳ
ແໜ່ງ ເປັນວັນທີ່ຍິ່ງໃຫຍ່ສຳລັບພວກຜູ້ຊາຍແລະແມ່ຍິງທີ່ເຮັດວຽກໜັກຂອງອົງການ
FBI ເປັນມື້ທີ່ຍິງໃຫຍ່ແກ່ປະຊາທິປະໄຕ. ທ່ານເຈມ ໂຄມີທີ່ຖືວ່າມີສິນທຳ ແມ່ນເປັນ
ນາຍຂອງທ່ານ ແລະເຮັດໃຫ້ທ່ານແມັກເຄບ ແມ່ນຄືກັນກັບເປັນເດັກນ້ອຍຮ້ອງເພງຢູ່
ໃນໂບດ. ລາວຮູ້ທັງໝົດກ່ຽວກັບການຂີ້ຕົວະແລະການຄໍລັບຊັ່ນທີ່ກຳລັງດຳເນີນຢູ່່
ລະດັບສູງສຸດ ຂອງອົງການ FBI.”
ທ່ານແມັກເຄບ ຊຶ່ງຄັ້ງນຶ່ງ ໄດ້ເປັນເຈົ້າໜ້າທີ່ນໍ້າເບີສອງຂອງອົງການຜູ້ທີ່ປະທາ ນາທິ
ບໍດີດໍໂນລ ທຣໍາ ໄດ້ຕິຕຽນຢ່າງເປີດເຜີຍ ຕໍ່ການກ່າວຫາວ່າ ລຳອຽງທາງການເມືອງ
ແລະມີລາຍງານວ່າ ຕ້ອງການຈະປົດຜູ້ກ່ຽວ ອອກຈາກຕໍາແໜ່ງ ຢູ່ ອົງການ FBI ພາຍ
ໃນວັນທີ 30 ເດືອນມັງກອນ. ທ່ານມີແຜນທີ່ຈະອອກກິນ ເບ້ຍບໍານານ ໃນວັນອາທິດ
ມື້ອື່ນນີ້ ຊຶ່ງເປັນວັນເກີດຂອງທ່ານ ໂດຍຈະໄດ້ຮັບ ເບ້ຍບຳນານເຕັມ. ເຖິງຢ່າງໃດກໍດີ
ບັດນີ້ທ່ານໄດ້ຖືກປົດອອກຈາກຕຳແໜ່ງໄປແລ້ວ ສ່ວນນຶ່ງຂອງເບ້ຍບໍານານ ຫຼືທັງໝົດ
ອາດຕົກຢູ່ໃນຄວາມສ່ຽງ.
ຢູ່ໃນຖະແຫລງການຫຼັງຈາກການປະກາດຂອງທ່ານແຊັສສັນແລ້ວ ທ່ານແມັກເຄບກ່າວ
ວ່າ “ການໂຈມຕີດັ່ງກ່າວ ຕໍ່ຄວາມໜ້າເຊື່ອຖື ຂອງຂ້າພະເຈົ້າ ເປັນສ່ວນນຶ່ງ ໃນຄວາມ
ພະຍາຍາມທີ່ໃຫຍ່ກວ່ານັ້ນ ບໍ່ພຽງແຕ່ໃສ່ຮ້າຍປ້າຍສີຂ້າພະເຈົ້າໃນທາງສ່ວນໂຕເທົ່າ
ນັ້ນ ແຕ່ຍັງໄດ້ສ້າງຮອຍດ່າງໃຫ້ແກ່ອົງການ FBI ແກ່ເຈົ້າໜ້າທີ່ປະຕິບັດກົດໝາຍ ແລະເຈົ້າໜ້າທີ່ສືບລັບມືອາຊີບ ໂດຍທົ່ວໄປ.”
ທ່ານແມັກເຄບ ໄດ້ຕົກເປັນຂ່າວນອງນັນ ພຽງບໍ່ເທົ່າໃດມື້ ກ່ອນການເລືອກຕັ້ງປະທາ
ນາທິບໍດີ ໃນປີ 2016 ເວລາມີການເປີດເຜີຍວ່າ ພັນລະຍາຂອງທ່ານ ຍານາງຈຽວ ແມັກ
ເຄບ ຜູ້ສະໝັກຂອງພັກເດໂມແຄຣັດ ເພື່ອລົງແຂ່ງຂັນເອົາ ບ່ອນນັ່ງໃນສະພາສູງລັດເວີ
ຈີເນຍໃນປີ 2015 ໄດ້ຮັບເງິນຫຼາຍຮ້ອຍພັນໂດລາໃນການບໍລິຈາກ ສຳລັບການໂຄສະ
ນາຫາສຽງ ຈາກຄະນະກຳມະການ ເຄື່ອນ ໄຫວທາງການເມືອງທີ່ຄວບຄຸມໂດຍເພື່ອນ
ຄົນນຶ່ງຂອງທ່ານນາງຮີລລາຣີ ຄລິນ ຕັນ ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ
ຄືທ່ານແທຣີ ແມັກອໍລີຟຊຶ່ງ ເປັນຜູ້ປົກຄອງລັດເວີຈີເນຍ ໃນເວລານັ້ນ.