ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຮຽກຮ້ອງ ໃຫ້ ລມຕ ​ຍຸຕິ​ທຳ ຖອນ​ຕົວ ​ຈາກ​ການ​ສືບສວນ ​ກ່ຽວກັບ ການໂອ້ລົມ ກັບທູດຣັດເຊຍ


US - Russia
please wait
Embed

No media source currently available

0:00 0:01:14 0:00

ສະມາຊິກ​ພັກ Democrats ໃນລັດຖະສະພາ ຮຽກຮ້ອງ ໃຫ້ລັດຖະມົນຕີກະຊວງຍຸຕິທຳ
Jeff Sessions ບໍ່ໃຫ້​ເຂົ້າຮ່ວມໃນການສືບສວນກ່ຽວ​ກັບ​ການ​ແຊ​ກ​ແຊງ​ຂອງຣັດເຊຍ​ໃນການເລືອກຕັ້ງປະທານາທິບໍດີສະຫະລັດ ​ເມື່ອເດືອນພະຈິກຜ່ານມານີ້ ຫຼືບໍ່ ກໍໃຫ້ລາ
ອອກ ຫຼັງຈາກທີ່ໄດ້ຮູ້ວ່າ ທ່ານ Sessions ໄດ້ພົບພໍ້ກັບເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະລັດ ໃນປີກາຍນີ້.

ທ່ານ Sessions ໄດ້ສະໜັບສະໜູນປະທານາທິບໍດີສະຫະລັດ ທ່ານ Donald Trump ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສະຫະລັດ ແລະເປັນທີ່ປຶກສາໃຫ້ ການໂຄສະ
ນາຫາສຽງຂອງ​ທ່ານ ໃນຂະນະທີ່ຍັງ​ຮັບ​ໜ້າທີ່ໃນສະພາສູງສະຫະລັດ.

ຫຼັງຈາກທີ່ໄດ້ຖືກສະເໜີຊື່​ແຕ່ງຕັ້ງ ໃຫ້ເປັນຜູ້ນຳໃນກະຊວງຍຸຕິທຳແລ້ວນັ້ນ ທ່ານ
Sessions ໄດ້ຖືກຊັກຖາມ ​ໃນ​ລະຫວ່າງ​ການ​ຮັບ​ຟັງ​ຄຳ​ໃຫ້ການ​ກ່ຽວ​ກັບ​ການແຕ່ງຕັ້ງ
ທ່ານ ໃນເດືອນມັງກອນວ່າ ທ່ານຈະເຮັດຢ່າງໃດ ຖ້າຫາກຫຼັກຖານປາກົດ​ອອກມາ​ວ່າ ແມ່ນຜູ້ໃດກໍຕາມ ໃນຄະນະໂຄສະນາຫາສຽງຂອງທ່ານ Trump ໄດ້ຕິດ​ຕໍ່ພົວພັນກັບ
ຣັດເຊຍ.

ສະມາຊິກ​ຄະນ​ກຳມະການຍຸຕິ​ທຳ ທ່ານ Al Franken, ພັກ Democrat ຈາກ​ລັດ Minn. ຕັ້ງ​ຄຳ​ຖາມ​ສະມາຊິກ​ສະພາ​ສູງ ທ່ານ Jeff Sessions, ສັງກັດ​ພັກ Republican ຈາກ​ລັດ Alabama, ວໍ​ຊີງ​ຕັນ ​ໃນ​ລັດຖະສະພາ, 10 ມັງກອນ, 2017, ​ໃນ​ຂະນະ​ທີ່​ຟັງ​ຄ​ຳ​ໃຫ້ການ​ກ່ຽວ​ກັບ​ທ່ານ Sessions.
ສະມາຊິກ​ຄະນ​ກຳມະການຍຸຕິ​ທຳ ທ່ານ Al Franken, ພັກ Democrat ຈາກ​ລັດ Minn. ຕັ້ງ​ຄຳ​ຖາມ​ສະມາຊິກ​ສະພາ​ສູງ ທ່ານ Jeff Sessions, ສັງກັດ​ພັກ Republican ຈາກ​ລັດ Alabama, ວໍ​ຊີງ​ຕັນ ​ໃນ​ລັດຖະສະພາ, 10 ມັງກອນ, 2017, ​ໃນ​ຂະນະ​ທີ່​ຟັງ​ຄ​ຳ​ໃຫ້ການ​ກ່ຽວ​ກັບ​ທ່ານ Sessions.



“ຂ້າພະເຈົ້າຖືກຮ້ອງຂໍໃຫ້ເປັນຕົວແທນ ຄັ້ງນຶ່ງ ຫຼືບໍ່ ກໍສອງຄັ້ງ ໃນການໂຄສະນາຫາສຽງ ແລະຂ້າພະເຈົ້າ ບໍ່ໄດ້ພົວພັນ ບໍ່ໄດ້ໂອ້ລົມກັບຣັດເຊຍ ແລະຂ້າພະເຈົ້າ ບໍ່ສາ ມາດໃຫ້
ຄວາມເຫັນໃດໆ ໃນເລື່ອງນີ້,”
ນັ້ນແມ່ນຄຳຕອບຂອງທ່ານ Sessions.

ທ່ານ Sessions ໄດ້ພົບປະກັບເອກອັກຄະລັດຖະທູດຣັດເຊຍ ທ່ານ Sergei
Kislyak ໃນເດືອນກໍລະກົດ ໃນພິທີ​ນຶ່ງ​ ຢູ່ຂ້າງນອກ ກອງປະຊຸມໃຫຍ່ແຫ່ງຊາດຂອງພັກ Republican ແລະອີກຄັ້ງນຶ່ງ ໃນເດືອນກັນຍາ ທີ່ຫ້ອງການຂອງ​ທ່ານ​ຢູ່ລັດຖະສະພາ.

ໂຄສົກຂອງກະຊວງຍຸຕິທຳ ທ່ານນາງ Sarah Isgur Flores ກ່າວ​ວ່ວາ “ມັນບໍ່ມີຫຍັງ
ເລີຍ ແມ່ນແຕ່ນ້ອຍ ທີ່ຈະເປັນການເຂົ້າໃຈຜິດ”
ກ່ຽວກັບຄຳ​ໃຫ້ການ ຂອງທ່ານ
Sessions ທີ່ໄດ້ກ່າວ​ໃນ​ລະຫວ່າງ​ໃຫ້ການ​ຕໍ່​ສະພາ ​ເພື່ອ​ຮັບຮອງ​ເອົາ​ການ​ແຕ່ງຕັ້ງ
ຂອງ​ທ່ານ.

“ທ່ານໄດ້ຖືກຖາມ ໃນລະຫວ່າງການ​ໃຫ້ການ ກ່ຽວກັບການຕິດ​ຕໍ່ລະຫວ່າງ ຣັດເຊຍ ແລະຄະນະໂຄສະນາຫາສຽງຂອງທ່ານ Trump ບໍ່ແມ່ນການພົບປະກັນ ໃນຂະນະ​ທີ່​ທ່ານດຳລົງຕຳແໜ່ງເປັນສະມາຊິກສະພາສູງ ແລະສະມາຊິກຄະນະກຳມາການ
ກອງທັບ​.”


ຖະ​ແຫຼງຂ່າວ​ໃນ​ເວລາຕໍ່ມາຂອງທ່ານ Sessions ໄດ້ລະບຸວ່າທ່ານ “ບໍ່ເຄີຍໄດ້ພົບປະ
ກັບເຈົ້າໜ້າທີ່ຣັດເຊຍ ເພື່ອຫາລືກັນກ່ຽວກັບເລື່ອງໂຄສະນາຫາສຽງເລີຍ.”

ອົງການສືບສວນຂອງລັດຖະບານກາງສະຫະລັດ ຊຶ່ງເປັນສ່ວນນຶ່ງຂອງກະຊວງຍຸຕິທຳ​ກຳລັງທຳການສືບສວນ ກ່ຽວກັບກິດຈະກຳຂອງຣັດເຊຍ ທີ່ມີເປົ້າໝາຍ ກໍ່ກວນການ
ເລືອກ ຕັ້ງປະທານາທິບໍດີສະຫະລັດ ແລະຄວາມ​ເປັນ​ໄປ​ໄດ້ທີ່ມີ​ການພົວພັນ ລະຫວ່າງ
ຄະນະ ໂຄສະນາຫາສຽງຂອງທ່ານ Trump ແລະລັດຖະບານຣັດເຊຍ ຂອງທ່ານ
Vladimir Putin. ຄະນະກຳມະການສືບລັບຂອງສະພາສູງ ກໍ​ພວມທຳການສືບສວນ
ຂອງຕົນ ແລະຄະນະກຳມະການສືບລັບຂອງສະພາຕ່ຳ ກໍໄດ້ປະກາດກ່ຽວກັບຂອບເຂດ
ຂອງການສືບສວນ ໃນວັນພຸດວານນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີ Vladimir Putin (ຂວາ) ນັ່ງ​ຢູ່​ຂ້າງໆ ນາຍ​ພົນ​ເບ້ຍ​ບຳນານ Michael Flynn (ຊ້າຍ) ​ໃນ​ຂະນ່ະພວກ​ທ່ານ​ເຂົ້າ​ຮ່ວມ​ໃນ​ການສະ​ແດງ ຄົບຮອບ 10 ປີ ຂອງ​ລາຍການ​ໂທລະພາບ (Russia Today) ຊຶ່ງ​ເປັນ​ຊ່ອຍ​ຂ່າວ​ໃນ Moscow, ຣັ​ດ​ເຊຍ, 10 ທັນວາ, 2015.
ປະທານາທິບໍດີ Vladimir Putin (ຂວາ) ນັ່ງ​ຢູ່​ຂ້າງໆ ນາຍ​ພົນ​ເບ້ຍ​ບຳນານ Michael Flynn (ຊ້າຍ) ​ໃນ​ຂະນ່ະພວກ​ທ່ານ​ເຂົ້າ​ຮ່ວມ​ໃນ​ການສະ​ແດງ ຄົບຮອບ 10 ປີ ຂອງ​ລາຍການ​ໂທລະພາບ (Russia Today) ຊຶ່ງ​ເປັນ​ຊ່ອຍ​ຂ່າວ​ໃນ Moscow, ຣັ​ດ​ເຊຍ, 10 ທັນວາ, 2015.

XS
SM
MD
LG