ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ຍຸຕິທຳ ສະຫະລັດ ກ່າວປະນາມ ຄວາມຮຸນແຮງ ແລະ ການເສຍຊີວິດໃນເມືອງ Charlottesville


ຜູ້ຊາຍຄົນໜຶ່ງປອບໃຈທ້າວ Joseph Culver, ຊ້າຍ, ຈາກເມືອງ Charlottesville ໃນເວລາທີ່ລາວຂຸເຂົ່າສະແດງ
ຄວາມເຄົາລົບຕໍ່ເພື່ອນຜູ້ທີ່ໄດ້ຮັບບາດເຈັບໃນການປາບປາມ
ພວກປະທ້ວງ ຫຼັງຈາກການຊຸມນຸມ "ລວມຄົນນິຍົມຂວາຈັດ" ຈັດໂດຍພວກຫົວຊາດນິຍົມຄົນຜິວຂາວໃນເມືອງ Charlottesville, ລັດ ເວີຈິເນຍ, 12 ສິງຫາ, 2017.
ຜູ້ຊາຍຄົນໜຶ່ງປອບໃຈທ້າວ Joseph Culver, ຊ້າຍ, ຈາກເມືອງ Charlottesville ໃນເວລາທີ່ລາວຂຸເຂົ່າສະແດງ ຄວາມເຄົາລົບຕໍ່ເພື່ອນຜູ້ທີ່ໄດ້ຮັບບາດເຈັບໃນການປາບປາມ ພວກປະທ້ວງ ຫຼັງຈາກການຊຸມນຸມ "ລວມຄົນນິຍົມຂວາຈັດ" ຈັດໂດຍພວກຫົວຊາດນິຍົມຄົນຜິວຂາວໃນເມືອງ Charlottesville, ລັດ ເວີຈິເນຍ, 12 ສິງຫາ, 2017.

ກະຊວງຍຸຕິທຳ ສະຫະລັດ ໄດ້ເປີດການສືບສວນສອບສວນສິດທິພົນລະເຮືອນ ໃນການ
ຂັບລົດຕຳເຂົ້າໃສ່ຄົນ ໃນລະຫວ່າງການປະທ້ວງຕໍ່ຕ້ານພວກຊາດນິຍົມຄົນຜິວຂາວໃນ
ເມືອງ Charlottesville, ລັດ ເວີຈິເນຍ.

ລັດຖະມົນຕີກະຊວງຍຸຕິທຳ ທ່ານ Jeff Sessions, ເຈົ້າໜ້າທີ່ຜູ້ບັງຄັບໃຊ້ກົດໝາຍລະ
ດັບສູງຂອງປະເທດ ກ່າວວ່າ “ຄວາມຮຸນແຮງ ແລະ ການເສຍຊີວິດໃນເມືອງ
Charlottesville ໄດ້ສ້າງຄວາມເສຍຫາຍ ໃຫ້ກົດໝາຍ ແລະ ຄວາມຍຸຕິທຳຂອງ ອາເມ
ຣິກາ.”
ທ່ານ Sessions ກ່າວວ່າ “ເມື່ອການກະທຳດັ່ງກ່າວໄດ້ເກີດຂຶ້ນ ຈາກການແບ່ງ
ແຍກເຊື້ອຊາດ ແລະ ຄວາມຄຽດຊັງນັ້ນ, ມັນສະແດງໃຫ້ເຫັນ ເຖິງຄວາມທໍລະຍົດຕໍ່
ຄວາມເຊື່ອຖືພື້ນຖານຂອງພວກເຮົາ ແລະ ຈະບໍ່ສາມາດຍອມຮັບໄດ້.”

ຜູ້ປົກຄອງລັດ ເວີຈິເນຍ ໄດ້ກ່າວຕໍ່ພວກຊາດນິຍົມຄົນຜິວຂາວໃນວັນເສົາວານນີ້, ຜູ້ທີ່
ໄດ້ເຕົ້າໂຮມກັນຢູ່ໃນເມືອງ Charlottesville ເພື່ອປະທ້ວງໃຫ້ເອົາອອກ ຮູບປັ້ນຂອງທະ
ຫານ Confederate ຝ່າຍໃຕ້ ວ່າ, ໃຫ້ພາກັນ “ກັບບ້ານ” ຫຼັງຈາກປະຊາຊົນ 3 ຄົນໄດ້
ເສຍຊີວິດຍ້ອນຄວາມຮຸນແຮງໃນການໂຮມຊຸມນຸມ ແລະ ໃນອຸບັດຕິເຫດເຮືອບິນເຮລິ
ຄັອບເຕີຕົກ ທີ່ຕຳຫຼວດໄດ້ເຊື່ອມໂຍງໃສ່ການປະທ້ວງດັ່ງກ່າວ.

Virginia Governor Tells White Supremacists to 'Go Home'
please wait

No media source currently available

0:00 0:01:45 0:00

ຜູ້ປົກຄອງລັດ ທ່ານ Terry McAuliffe ໄດ້ປະກາດພາວະສຸກເສີນ ຫຼັງຈາກໄດ້ເກີດ
ການຕີກັນ ລະຫວ່າງ ພວກຊາດນິຍົມຄົນຜິວຂາວທີ່ມີອາວຸດປ້ອງກັນຕົວ ແລະ ເຈົ້າ
ໜ້າທີ່ປາບປາມພວກປະທ້ວງທີ່ມີອາວຸດຄ້າຍຄືກັນໃນເມືອງ Charlottesville.

ທ່ານ McAuliffe ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ “ຂ້າພະເຈົ້າມີຂໍ້ຄວາມສຳ
ລັບພວກຊາດນິຍົມຄົນຜິວຂາວທຸກຄົນ ແລະ ພວກນາຊີ ຜູ້ທີ່ໄດ້ເດີນທາງມາເມືອງ
Charlottesville ມື້ນີ້, ຂໍ້ຄວາມຂອງພວກເຮົາແມ່ນທຳມະດາ ແລະ ງ່າຍໆ: ໃຫ້ພາກັນ
ກັບເມືອບ້ານສະ. ພວກເຈົ້າບໍ່ເປັນທີ່ຕ້ອງການໃນສະຫະພັນທະລັດທີ່ຍິ່ງໃຫຍ່ນີ້. ພວກ
ເຈົ້າຄວນລະອາຍໃຈຕົນເອງ.”

ທ່ານ McAuliffe ໄດ້ກ່າວໃນ Twitter ວ່າ ທ່ານໄດ້ປະກາດພາວະສຸກເສີນ “ເພື່ອຊ່ວຍ
ລັດ ໃນການຕອບໂຕ້ຄວາມຮຸນແຮງທີ່ການຊຸມ ນຸມພວກນິຍົມແນວທາງຂວາຈັດ ໃນ
ເມືອງ Charlottesville.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

White Supremacists, Counterprotesters Clash at Virginia Rally
please wait

No media source currently available

0:00 0:01:13 0:00

XS
SM
MD
LG