ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າແຂວງໆອັດຕະປື ຢືນຢັນວ່າ ຈະປ້ອງກັນ ການຮົ່ວໄຫຼ ຂອງລາຍຈ່າຍ


ປ້າຍຄຳຂວັນຢູ່ແຂວງອັດຕະປື.
ປ້າຍຄຳຂວັນຢູ່ແຂວງອັດຕະປື.

ເຈົ້າແຂວງ ແຂວງອັດຕະປື ຢືນຢັນວ່າຈະປ້ອງກັນການຮົ່ວໄຫຼຂອງລາຍຈ່າຍ ແລະ
ເພີ້ມລາຍຮັບຈາກການຈັດເກັບພາສີໃຫ້ຫຼາຍຂຶ້ນ ດ້ວຍການນໍາໃຊ້ ໃບບິລອາກອນ
ສຳຫຼວດກວດກາຫົວໜ່ວຍທຸລະກິດທຸກປີ.

ທ່ານເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ຢືນຢັນວ່າ ອຳນາດການປົກຄອງ
ແຂວງອັດຕະປື ໄດ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດຕາມຄຳສັ່ງນາຍົກລັດຖະມົນຕີ
ກ່ຽວກັບການໃຊ້ຈ່າຍງົບປະມານ ແລະການຈັດເກັບລາຍຮັບພາສີ​ອາກອນ ໂດຍການ
ນຳໃຊ້​ໃບບິ​ລອາກອນສຳລັບການດຳເນີນກິດຈະການຕ່າງໆ ຂອງບັນດາຫົວໜ່ວຍທຸລະ
ກິດພາຍໃນແຂວງໃຫ້ໄດ້ຢ່າງທົ່ວເຖິງ ທັງຍັງຈະດຳເນີນການສຳຫຼວດ ແລະກວດກາບັນ
ດາຫົວໜ່ວຍທຸລະກິດ ເປັນປະຈຳທຸກປີ ເພື່ອຮັບປະກັນການຈັດເກັບລາຍຮັບຈາກພາສີ
ອາກອນ ໃຫ້ໄດ້ຕາມແຜນການທີ່ວາງໄວ້ອີກດ້ວຍ ດັ່ງທີ່ທ່ານເລັດ ໄດ້ໃຫ້ການຢືນຢັນວ່າ:

“ນຶ່ງລະແມ່ນພວກເຮົາໄດ້ແກ່ກົນໄກການເກັບລາຍຮັບ ອັນສອງ ລະ ພວກເຮົາ
ປະຕິບັດຕາມລະບຽບກົດໝາຍກ່ຽວກັບງົບປະມານ ໂດຍສະເພາະແມ່ນການ

ຄຸ້ມຄອງລາຍຈ່າຍ ແລະເອົາໃຈໃສ່ກ່ຽວກັບການເກັບ​ແລະຮັບ ບັນຫາທີນຶ່ງພວກ
ເຮົາໄດ້ດັດສົມກ່ຽວກັບການນຳໃຊ້ບິລອາກອນ ອັນສອງລະແມ່ນໄດ້ຫັນລົງ ສຳ
ຫຼວດ ແລະເກັບກຳຖານຂໍ້ມູນຄືນໃໝ່ ເຫັນໄດ້ວ່າມັນມີຫົວໜ່ວຍເກີດໃໝ່ມີຫຼາຍ

ຄັ່ນຫົວໜ່ວຍເກີດໃໝ່ນີ້ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ໃນການເກັບກຳຂໍ້ມູນ
ຖານຮັບເປັນປີເປັນປີໄປ.”

ທັ້ງນີ້ໂດຍນທ່ານເລັດ ໄດ້ຮັບການແຕ່ງຕັ້ງແທນຕຳແໜ່ງຂອງທ່ານນາມ ວິຍະເກດ ເຈົ້າແຂວງຄົນເກົ່າ ນັບຕັ້ງແຕ່ວັນທີ 21 ພະຈິກ ປີ 2017 ເປັນຕົ້ນມາ ແລະໃນໂອກາດ
ຮັບຕຳແໜ່ງໃໝ່ດັ່ງກ່າວ ທ່ານເລັດຍັງໄດ້ ຖະແຫຼງຢືນຢັນດ້ວຍວ່າຈະດຳເນີນຄະດີ
ເພື່ອລົງໂທດຕາມກົດໝາຍ ຕໍ່ພະນັກງານຂອງລັດທຸກຄົນທີ່ີມີສ່ວນກ່ຽວຂ້ອງໃນກໍລະ
ນີລົດບັນທຸກສິນຄ້າ 27 ຄັນທີ່ພະຍາຍາມລັກລອບຂົນສົ່ງໄມ້ທ່ອນຈາກແຂວງອັດຕະ
ປືໄປຫວຽດນາມ ທີ່ໜ່ວຍສະເພາະກິດຂອງລັດຖະບານລາວຈັບກຸມໄດ້ໃນເດືອນ
ພຶດສະພາ ປີ 2017 ທີ່ຜ່ານມາ ແລະໄດ້ລວບລວມພະຍານຫລັກຖານຕ່າງໆຢ່າງຄົບ
ຖ້ວນແລ້ວໃນຄະນະນີ້.

ໂດຍລົດບັນທຸກສິນຄ້າທັງ 27 ຄັນດັ່ງກ່າວນີ້ເປັນລົດບັນທຸກສິນຄ້າຂອງ 5 ບໍລິສັດເອກ
ກະຊົນລາວ ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດການຄ້າຂາອອກ ຂາເຂົ້າມານານ
ແລ້ວ ຈຶ່ງເຊື່ອວ່າມີເຈົ້າໜ້າທີ່ຂອງລັດຖະບານເຂົ້າໄປ ກ່ຽວຂ້ອງດ້ວຍ ຈຶ່ງເປັນບັນຫາທີ່
ຊໍາເຮື້ອມາໄດ້ຫຼາຍປີແລ້ວໂດຍສຳຫລັບພາກທຸລະກິດ ກໍຄືການສວຍໂອກາດເພື່ອໃຫ້
ໄດ້ກຳໄລຢ່າງຫຼວງຫຼາຍ ສ່ວນພັກລັດກໍລົ້ມ​ແຫຼວໃນການຄຸ້ມຄອງ ແລະກາຍເປັນພະ
ຍາດຊຳເຮື້ອພາຍໃນອົງກອນຂອງລັດຖະບານນັ້ນເອງ.

ສ່ວນທ່ານມະນີໂສ ຊາມົນຕີ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງອັດຕະປື ກໍ
ຢືນຢັນວ່າການນຳສິນຄ້າຈາກຕ່າງປະເທດເຂົ້າມາໃນ ສປປ ລາວ ມີທັງການລັກລອບ ແລະການລ້ຽງການສຳລະພາສີ​ອາກອນ ຢ່າງຖືກຕ້ອງຕາມກົດໝາຍ ໂດຍເຈົ້າໜ້າທີ່
ຂັ້ນສູງໄດ້ເຂົ້າໄປມີສ່ວນກ່ຽວຂ້ອງດ້ວຍ ທັງໃນດ້ານການແຈ້ງປະລິມານສິນຄ້າ ແລະ
ການສະແດງລາຄາ ສິນຄ້າທີ່ເປັນເທັດ ເພື່ອຈະໃດ້ຊຳລະພາສີ​ອາກອນ ໃນອັດຕາທີ່
ຕໍ່າກວ່າຄວາມເປັນຈິງ ໂດຍສະເພາະສິນຄ້າປະເພດເບຍ ວັດສະດຸກໍ່ສ້າງ ແລະປູນຊິ
ເມັນທີ່ນຳເຂົ້າຈາກຕ່າງປະເທດນັ້ນໄດ້ແຈ້ງຊຳລະພາສີ​ອາ​ກອນ ຕໍ່າກວ່າສິນຄ້າ ຊະນິດດຽວກັນທີ່ຜະລິດໃນລາວເຖິງ 43 ເປີເຊັນ.

ທາງດ້ານທ່ານບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານ ຢືນຢັນວ່າ
ການຈັດຕັ້ງປະຕິບັດ ທີ່ຜິດລະບຽບກົດໝາຍວ່າດ້ວຍການຍົກ ເວັ້ນພາສີ​ອາກອນ ນໍາ
ເຂົ້ານໍ້າມັນເຊື້ອໄຟ ຂອງບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ໂດຍໄດ້ຮັບການ
ຊ່ວຍເຫຼືອຈາກບັນດາເຈົ້າໜ້າທີ່ຂັ້ນສູງໃນວົງການລັດຖະບານໃນຮອບ 12 ເດືອນຜ່ານ
ມາໄດ້ເຮັດໃຫ້ ລັດຖະບານລາວສູນເສຍລາຍຮັບໄປຫຼາຍກວ່າ 2,407 ຕື້ກີບ ໂດຍຍັງບໍ່
ຮວມເຖິງຜົນເສຍຫາຍທີ່ເກີດຈາກການລັກລອບຂາຍໄມ້ ອອກໄປຕ່າງປະເທດແຕ່
ຢ່າງໃດ.

ສ່ວນອົງການອະນຸລັກສິ່ງແວດລ້ອມທໍາ​ມະ​ຊາດ​ສາກົນ Global Witness ໄດ້ສະເໜີ
ລາຍງານວ່າ ບໍລິສັດຄ້າໄມ້ຂອງຫວຽດນາມເປັນພາກສ່ວນ ທີ່ຮັບຊຶ້ໄມ້ທີ່ລັກລອບຂົນ
ສົ່ງຈາກລາວຫຼາຍທີ່ສຸດ ຊຶ່ງກໍເຮັດໃຫ້ຫວຽດນາມກາຍເປັນຜູ້ສົ່ງອອກໄມ້ແປຮູບອັນດັບ
ທີ 1 ຂອງໂລກໃນປັດຈຸບັນນີ້.

XS
SM
MD
LG