ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ຕໍ່ຕ້ານຄົນເອເຊຍ ໃນ ສະຫະລັດ ຍັງມີຂຶ້ນຢ່າງຕໍ່ເນື່ອງ


ນາງ ເທຣຊີ ວັອງ ຖືກປ້າຍໃນລະຫວ່າງການຊຸມນຸມປຸກລະດົມ ກ່ຽວກັບ ຄວາມຮຸນແຮງຕໍ່ຕ້ານຄົນເອເຊຍ ໃກ້ກັບຄຸ້ມເມືອງ ຈີນ, ນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 20 ກຸມພາ 2020.
ນາງ ເທຣຊີ ວັອງ ຖືກປ້າຍໃນລະຫວ່າງການຊຸມນຸມປຸກລະດົມ ກ່ຽວກັບ ຄວາມຮຸນແຮງຕໍ່ຕ້ານຄົນເອເຊຍ ໃກ້ກັບຄຸ້ມເມືອງ ຈີນ, ນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 20 ກຸມພາ 2020.

ອາຊະຍາກຳຕໍ່ຕ້ານຄົນເອເຊຍ ຍັງມີເພີ່ມຂຶ້ນຢ່າງຕໍ່ເນື່ອງໃນ ສະຫະລັດ ແລະ ບ່ອນອື່ນໆໃນໂລກ.

ອາຊະຍາກຳຕໍ່ຕ້ານຄົນເອເຊຍໃນ ສະຫະລັດ ໄດ້ປາກົດຂຶ້ນໃນຫຼາຍຮູບແບບ, ນັບຈາກການທຳ ຮ້າຍຮ່າງກາຍຜູ້ທີ່ມີຄວາມສ່ຽງຄືຜູ້ເຖົ້າ ແລະ ແມ່ຍິງ, ການໃຊ້ຄຳເວົ້າຫຍາບຄາຍ ແລະ ແມ່ນກະທັ້ງສີດສະເປີສີໃສ່ລົດຂອງຄົນ ເອເຊຍ.

ນອກຈາກປະຊາຊົນທົ່ວໄປທີ່ຖືກການໂຈມຕີດັ່ງກ່າວແລ້ວ, ແມ່ນກະທັ້ງນັກກິລາ ອາຊີບຄືທ້າວ ເຈເຣມີ ລິນ ເຊິ່ງແມ່ນອະດີດນັກກິລາບາສແກັດບອລ ທີ່ມີຊື່ສຽງ ຊາວ ອາເມຣິກັນ ເຊື້ອສາຍ ຈີນ ຄົນທຳອິດທີ່ເຄີຍຄວ້າແຊັ້ມ NBA ກັບທີມ ໂຕຣອນໂຕ ແຣັບເຕີ ນັ້ນ ກໍຖືກໂຈມຕີດ້ວຍຄຳວ່າ ໄວຣັສໂຄໂຣນາ.

ປະຊາຊົນ ເອເຊຍ ໃນ ສະຫະລັດ ໄດ້ພາກັນອອກມາຊຸມນຸມປະທ້ວງໃນຕົວເມືອງຕ່າງໆຂອງ ສະ ຫະລັດ, ແລະ ໄດ້ມີການຈັດກຳລັງຄົນເພື່ອໄປເຝົ້າຍາມຄຸ້ມເມືອງ ຈີນ ເພື່ອປົກປ້ອງຄົນເອເຊຍຢູ່ທີ່ນັ້ນ.

ທ່ານ ສຸລິສັກ ຄົນ ລາວ ທີ່ອາໄສຢູ່ນະຄອນ ລອສ ແອນເຈີລິສ ໄດ້ກ່າວຕໍ່ພວກເຮົາວ່າ “ຂ້າພະເຈົ້າເຫັນຫຼາຍເຂດຄືເມືອງ ໂອກແລນ ທີ່ມີອາສາສະໝັກໄປຍ່າງຢູ່ຕາມຖະໜົນ ແລະ ເຝົ້າລະວັງຜູ້ເຖົ້າຜູ້ແກ່ຄົນເອເຊຍ. ແຕ່ສິ່ງນີ້ບໍ່ສາມາດປ້ອງກັນໄດ້ ມັນເປັນພຽງການແກ້ໄຂສຳລັບໄລຍະນີ້ເທົ່ານັ້ນ. ມັນແມ່ນຊ່ວງເວລາທີ່ເປັນຕາຢ້ານສຳລັບຄົນເອເຊຍໃນ ອາເມຣິກາ ໂດຍສະເພາະຜູ້ທີ່ມີອາຍຸສູງ ຜູ້ທີ່ຕົກເປັນເປົ້າໝາຍຂອງຄວາມຮຸນແຮງປະເພດນີ້ໄດ້ງ່າຍ.”

ມັນມີຫຼາຍເຫດການຕໍ່ຕ້ານຄົນເອເຊຍເກີດຂຶ້ນໃນ ສະຫະລັດ ທີ່ບໍ່ໄດ້ຖືກລາຍງານ ຍ້ອນຄວາມເປັນຫ່ວງວ່າຈະບໍ່ໄດ້ຮັບຄວາມສົນໃຈ ຫຼື ຖືກລຳອຽງໂດຍພວກເຈົ້າໜ້າທີ່ຕຳຫຼວດ.

ນອກຈາກນັ້ນ ກົດໝາຍອະຊະຍາກຳຄວາມຄຽດຊັງກໍຍັງບໍ່ໄດ້ຖືກປະຕິບັດ ແລະ ຫຼືບັງຄັບໃຊ້ຢ່າງເທົ່າທຽມໃນທົ່ວປະເທດ ເຊິ່ງຫຼາຍລັດແມ່ນຍັງບໍ່ມີກົດໝາຍນິຕິບັນຍັດ ກ່ຽວກັບ ອາຊະຍາກຳຄວາມຄຽດຊັງດ້ວຍຊໍ້າ ອີງຕາມການກ່າວຂອງໜັງສືພິມ ນິວຢອກ ໄທມສ໌.

XS
SM
MD
LG