ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄົນ​ຮ້າຍ ໂຈມ​ຕີ​ສູນ​ ປິ່ນ​ປົວ​ໂຣກ ອີ​ໂບ​ລາ ໃນ​ປະ​ເທດ ຄອງ​ໂກ


ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ແນມ​ເຫັນ​ໄດ້​ຜ່ານ​ຮູ​ໃນ​ປ່ອງ​ຢ້ຽມ​ທີ່​ຖືກ​ຍິງ​ໂດຍ​ລູກ​ປືນ ຢູ່​ສູນ​ປິ່ນ​ປົວ​ໂຣກ​ອີ​ໂບ​ລາ ເຊິ່ງ​ຖືກ​ໂຈມ​ຕີ​ໃນຕອນ​ເຊົ້າ​​ວັນ​ທີວັນ​ທີ 9 ມີ​ນາ, 2019, ເມືອງ ບູ​ເທັມ​ໂບ, ປະ​ເທດ ຄອງ​ໂກ.
ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ແນມ​ເຫັນ​ໄດ້​ຜ່ານ​ຮູ​ໃນ​ປ່ອງ​ຢ້ຽມ​ທີ່​ຖືກ​ຍິງ​ໂດຍ​ລູກ​ປືນ ຢູ່​ສູນ​ປິ່ນ​ປົວ​ໂຣກ​ອີ​ໂບ​ລາ ເຊິ່ງ​ຖືກ​ໂຈມ​ຕີ​ໃນຕອນ​ເຊົ້າ​​ວັນ​ທີວັນ​ທີ 9 ມີ​ນາ, 2019, ເມືອງ ບູ​ເທັມ​ໂບ, ປະ​ເທດ ຄອງ​ໂກ.

ຄົນ​ຮ້າຍ​ຕິດ​ອາ​ວຸດ​ໄດ້​ໂຈ​ມ​ຕີ​ສູນ​ປິ່ນ​ປົວ​ໂຣກ ອີ​ໂບ​ລາ​ ໃນ​ປະ​ເທດ​ ຄອງ​ໂກ ບໍ່​ເຖິງ​ນຶ່ງ
ອາທິດຫຼັງຈາກມັນໄດ້ເປີດ, ລຸນຫຼັງການໂຈມຕີໃນຄັ້ງທີ່ຜ່ານມາ.

ການ​ໂຈມ​ຕີ​ໃນ​ເມືອງ ບູ​ເທັມ​ໂບ ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງວັນ​ເສົາ​ວານນີ້ ແລະ
ໄດ້ເຮັດໃຫ້ຕຳຫຼວດຄົນນຶ່ງເສຍຊີວິດ ພ້ອມກັບພະນັກງານຫຼາຍຄົນໄດ້ຮັບບາດເຈັບ.

ເຈົ້າ​ເມືອງ ບູ​ເທັມ​ໂບ ທ່ານນາງ ຊິ​ລ​ວຽນ ຄານ​ຢາ​ມານ​ຕາ (Sylvia Kanyamanta)
ໄດ້ກ່າວຕໍ່ບັນດານັກຂ່າວວ່າ ກອງກຳລັງຮັກສາຄວາມປອດໄພໄດ້ປ້ອງກັນສູນດັ່ງກ່າວ
ແລະ ໄດ້ເຮັດໃຫ້ນຶ່ງໃນພວກໂຈມຕີນັ້ນບາດເຈັບ.

ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ ທ່ານ ເທດ​ຣັອ​ສ ອາ​ດາ​ນອມ ເກ​ເບ​ຣ​ເຢ​
ຊຸສ (Tedros Adhanom Ghebreyasus) ໄດ້ເດີນທາງໄປສູນດັ່ງກ່າວຫຼາຍຊົ່ວ
ໂມງຕໍ່ມາ ແລະ ໄດ້ສະໜັບສະໜູນພະນັກງານປິ່ນປົວສຸຂະພາບທັງຫຼາຍ ໃຫ້ສືບຕໍ່
ຄວາມພະຍາຍາມຂອງເຂົາເຈົ້າໃນການຕໍ່ສູ້ກັບໄອຣັສ ອີໂບລາ ທີ່ຮ້າຍແຮງນັ້ນ.

ທ່ານ ເກ​ເບ​ຣ​ເຢ​ຊຸ​ສ ໄດ້​ບອກ​ນັກ​ຂ່າວ​ວ່າ “ມັນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເຈັບ​ປວດ​ເມື່ອ​ຄິດ
ກ່ຽວກັບ ພະນັກງານສາ​ທາ​ລະ​ນະ​ສຸກທີ່ໄດ້ຮັບບາດເຈັບ ແລະ ເຈົ້າໜ້າທີ່ຕຳຫຼວດຜູ້
ທີ່ໄດ້ເສຍຊີວິດໃນການໂຈມຕີຂອງມື້ນີ້, ໃນຂະນະທີ່ພວກເຮົາຍັງໄວ້ອາໄລໃຫ້ຜູ້ທີ່
ໄດ້ເສຍຊີວິດໃນການໂຈມຕີຄັ້ງທີ່ຜ່ານມາ ເພື່ອປົກປ້ອງສິດທິໃນການໄດ້ຮັບການປິ່ນ
ປົວສຸຂະພາບນັ້ນ.” ທ່ານເວົ້າວ່າ “ພວກເຮົາບໍ່ມີທາງເລືອກ ນອກຈາກສືບຕໍ່ຮັບໃຊ້ປະ
ຊາຊົນຢູ່ທີ່ນີ້, ຜູ້ທີ່ແມ່ນນຶ່ງໃນຄົນທີ່ມີຄວາມສ່ຽງທີ່ສຸດໃນໂລກ.”

ຫຼັງ​ຈາກ​ການ​ໂຈມ​ຕີ​ໃນ​ຄັ້ງ​ທີ່​ຜ່ານ​ມາ, ບັນ​ດາ​ແພດ​ໝໍ​ບໍ່​ມີ​ພົມ​ແດນ ໄດ້​ຢຸດ​ການ​ປະ​ຕິ
ບັດການຂອງເຂົາເຈົ້າໃນເມືອງດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG