ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ໂຈມຕີຄົນນຶ່ງ ຖືກຍິງຕາຍ ຫຼັງຈາກແທງຄົນ ຢ່າງບໍ່ເລືອກໜ້າ ຢູ່ຕະຫຼາດໃຫຍ່ ໃນປະເທດນິວຊີແລນ


ແຜນທີ່ ປະເທດນິວຊີແລນ.
ແຜນທີ່ ປະເທດນິວຊີແລນ.

ຜູ້ໂຈມຕີຄົນນຶ່ງທີ່ໄດ້ຮັບການດົນໃຈຈາກກຸ່ມລັດອິສລາມ ໄດ້ແທງຫົກຄົນ ຢູ່ຕະ ຫຼາດໃຫຍ່ໃນປະເທດນິວຊີແລນ ໃນວັນສຸກມື້ນີ້ ກ່ອນທີ່ຕຳຫຼວດ ທີ່ໄດ້ຕິດຕາມສິ້ງຊອມຜູ້ຊາຍຄົນນີ້ ໄດ້ຍິງລາວຕາຍ ນັ້ນຄືຄຳເວົ້າຂອງນາຍົກລັດຖະມົນຕີຈາ ຊິນດາ ອາເດິນ ໄດ້ກ່າວ ອີງລາຍງານຂອງອົງການຂ່າວຝຣັ່ງ.

ທ່ານນາງອາເດິນ ກ່າວວ່າ ຜູ້ຊາຍຄົນດັ່ງກ່າວຊຶ່ງເປັນສັນຊາດສຣີລັງກາໄດ້ເຂົ້າ ໄປໃນປະເທດນິວຊີແລນໃນປີ 2011 ແລະຢູ່ໃນບັນຊີຜູ້ກໍ່ການຮ້າຍທີ່ໃຫ້ລະມັດລະວັງ ໄດ້ເຂົ້າໄປໃນຮ້ານສັບພະສິນຄ້າ ຢູ່ເຊດຊານເມືອງ ຂອງນະຄອນອັອກ ແລນ (Auckland) ຈັບເອົາມີດດວງນຶ່ງ ຈາກບ່ອນວາງຂາຍ ແລະໄດ້ໄປແທງ ຄົນຢ່າງບໍ່ເລືອກໜ້າ.

ທ່ານນາງກ່າວວ່າ ຫົກຄົນໄດ້ຮັບບາດເຈັບ ສາມຄົນສາຫັດ ກ່ອນຕຳຫຼວດ ຜູ້ທີ່ ໄດ້ຕິດເຕາມສັງເກດເບິ່ງລາວ ເປີດສາກຍິງເຂົ້າໃສ່ ພາຍໃນຫົກວິນາທີ ຫຼັງຈາກການເລີ້ມໂຈມຕີ.

ທ່ານນາງກ່າວຕື່ມວ່າ ມັນບໍ່ໄດ້ຕາງໜ້າໃຫ້ສາສະໜາໃດໆ ຫຼືປະຊາຄົມໃດ “ສິ່ງ ທີ່ເກີດຂຶ້ນມື້ນ່ີ້ ແມ່ນຊົ່ວຮ້າຍ ເປັນການກຽດຊັງ ເປັນການກະທຳທີ່ບໍ່ຖືກຕ້ອງ.”

ເມື່ອຖາມກ່ຽວກັບສາເຫດຂອງຜູ້ຊາຍຄົນນັ້ນ ທ່ານນາງກ່າວວ່າ “ເປັນແນວຄິດ ທີ່ຮຸນແຮງ ແລະໄດ້ຮັບການດົນໃຈຈາກກຸ່ມ ISIS ທີ່ໃຊ້ອີກຊື່ນຶ່ງວ່າ ກຸ່ມລັດອິສ ລາມ.

ທ່ານນາງອາເດິນກ່າວວ່າ ທ່ານນາງໄດ້ຈຳກັດ ໃນອັນທີ່ທ່ານນາງສາມາດກ່າວ ໄດ້ຢ່າງເປີດເຜີຍ ກ່ຽວກັບຜູ້ຊາຍຄົນນີ້ ຜູ້ທີ່ໄດ້ຢູ່ພາຍໃຕ້ການສິ້ງຊອມນັບແຕ່ປີ 2016 ເປັນຕົ້ນມາ ເພາະວ່າລາວໄດ້ຢູ່ພາຍໃຕ້ຄຳສັ່ງລັບຂອງສານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG