ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 9 ຄົນເສຍຊີວິດ ໃນການໂຈມຕີ ຢູ່ໂບດ ແຫ່ງນຶ່ງໃນ ອີຈິບ


ຜູ້ຄົນພາກັນມາເຕົ້າໂຮມຢູ່ສະຖານທີ່ເກີດເຫດການໂຈມຕີ ຢູ່ໂບດ ແຫ່ງນຶ່ງໃນເມືອງ Helwan ​ພາກ​ໃຕ້​ຂອງ​ນະຄອນຫລວງ ​ໄຄ​ໂຣ ຂອງອີຈິບ ໃນວັນທີ 29 ທັນວາ, 2017.
ຜູ້ຄົນພາກັນມາເຕົ້າໂຮມຢູ່ສະຖານທີ່ເກີດເຫດການໂຈມຕີ ຢູ່ໂບດ ແຫ່ງນຶ່ງໃນເມືອງ Helwan ​ພາກ​ໃຕ້​ຂອງ​ນະຄອນຫລວງ ​ໄຄ​ໂຣ ຂອງອີຈິບ ໃນວັນທີ 29 ທັນວາ, 2017.

ມື​ປືນ​ຄົນ​ນຶ່ງ​ໄດ້​ຍິງ​ປືນ​ຢູ່​ນອກ​ໂບດ​ແຫ່ງ​ນຶ່ງ​ຢູ່​ທາງ​ພາກ​ໃຕ້​ຂອງ​ນະຄອນຫລວງ ​ໄຄ​ໂຣ
​ແລະ​ຢູ່​ໃກ້​ກັບ​ຮ້ານ​ຄ້າ​ຂອງ​ຊາວ​ຄຣິສຕຽນແຫ່ງ​ນຶ່ງ ຊຶ່ງ​ໄດ້​ເຮັດ​ໃຫ້​ຢ່າງໜ້ອຍ 9 ຄົນ​
ເສ​ຍຊີວິດ ​ໃນ​ນັ້ນລວມທັງ​ຕໍາຫລວດ​ຄົນ​ນຶ່ງ.

ພວກເຈົ້າໜ້າທີ່ອີ​ຈິບ​ເວົ້າວ່າ ຜູ້​ທໍາ​ການ​ໂຈມ​ຕີ​ໄດ້​ຖືກ​ຍິງ​ຕາຍ​ໃນ​ຂະນະ​ທີ່​ຍິງ​ສູ້​ກັນ​ກັບຕໍາຫລວດ​ໃນ​ວັນ​ສຸກ​ວານ​ນີ້ ຢູ່​ທີ່​ໂບດ​ແມຣີ ມີນາ (Mary Mina) ຊຶ່ງ​ເປັນ​ໂບດຂອງ​ພວກ Coptic ຢູ່​ໃນ​ເມືອງ​ແຮ​ລວາ​ນ (Helwan).

ທ່ານ Khaled Megahed ​ໂຄສົກ​ກະຊວງ​ສາທາລະນະ​ສຸກ​ເວົ້າວ່າ ອີກ 5 ຄົນ​ແມ່ນ​ໄດ້​ຮັບ​ບາດ​ເຈັບ ຊຶ່ງໃນ​ນັ້ນລວມມີ​ຕໍາຫລວດ​ອີກ​ຄົນ​ນຶ່ງ.

ກະຊວງ​ສາທາລະນະ​ສຸກຂອງ​ອີ​ຈິບ​ເວົ້າວ່າ ມື​ປືນ​ໄດ້​ເສຍ​ຊີວິດ​ໃນ​ຕອນ​ທີ່​ມີ​ການ​ຍິງ​ສູ້​ກັນ​ກັບ​ຕໍາຫລວດ ​ແຕ່​ກະຊວງ​ພາຍ​ໃນ​ຜັດ​ເວົ້າວ່າ ຜູ້ກ່ຽວ​ໄດ້​ຮັບ​ບາດ​ເຈັບ ​ແລະ​ຖືກ​ຈັບ​ໄດ້.

ຢູ່​ໃນ​ຖະ​ແຫລງການ​ທີ່​ນໍາ​ອອກ​ເຜີຍ​ແຜ່​ໂດຍໜັງສື​ພິມ Amaq ​ເວົ້າວ່າ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ.

ພວກ​ນັກ​ສືບສວນ​ເວົ້າວ່າ ​ເຂົາ​ເຈົ້າຮູ້ຊື່​ຂອງ​ມື​ປືນ​ນັ້ນ​ແລ້ວ ​ແລະ​ເວົ້າວ່າ ຜູ້ກ່ຽວ​ໄດ້​ທໍາ​ການ​ໂຈມ​ຕີ​ຫລາຍ​ຄັ້ງ​ໃນ​ປີ​ກາຍ​ນີ້. ກ່ອນໜ້ານັ້ນ ພວກ​ເຈົ້າໜ້າທີ່​ອີ​ຈິບ​ເວົ້າວ່າ ພວກ​ເຂົາ​ເຈົ້າກໍາລັງ ຊອກ​ຫາເພື່ອ​ຢາກ​ຮູ້​ວ່າມີມື​ປືນ​ຄົນທີ​ສອງຫລືບໍ່.

ທ່ານ Abdel-Fattah el-Sissi ປະທານາທິບໍດີ​ອີ​ຈິບ ​ໄດ້​ສະ​ແດງ​ຄວາມ​ເສົ້າສະຫລົດ​ໃຈ​ຕໍ່ຄອບຄົວ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ ​ແລະ​ໄດ້​ສັ່ງ​ໃຫ້ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ເພີ້ມມາດຕະການ​ປ້ອງ​ກັນ​ຄວາມປອດ​ໄພ​ຢູ່​ທົ່ວ​ປະ​ເທດ.

ຊາຍຄົນນຶ່ງຫລຽວເບິ່ງຂຸມລູກປືນ ແລະຄາບເລືອດທີ່ຕົກຄ້າງ ສະຖານທີ່ເກີດເຫດການໂຈມຕີ ຢູ່ໂບດ Mary Mina ໃນເມືອງ Helwan ຢູ່ຊານເມືອງຂອງນະຄອນໄຄໂຣ ໃນວັນທີ 29 ທັນວາ, 2017.
ຊາຍຄົນນຶ່ງຫລຽວເບິ່ງຂຸມລູກປືນ ແລະຄາບເລືອດທີ່ຕົກຄ້າງ ສະຖານທີ່ເກີດເຫດການໂຈມຕີ ຢູ່ໂບດ Mary Mina ໃນເມືອງ Helwan ຢູ່ຊານເມືອງຂອງນະຄອນໄຄໂຣ ໃນວັນທີ 29 ທັນວາ, 2017.

ສ່ວນ​ຢູ່​ທາງ​ນະຄອນ​ວໍ​ຊິງ​ຕັນ​ນັ້ນ ທໍານຽບຂາວ​ເວົ້າວ່າ ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ຂອງສະຫະ​ລັດ ​ໄດ້​ລົມ​ກັບ​ທ່ານ Sissi ທາງໂທລະສັບ​ໃນ​ວັນ​ສຸກ​ວານ​ນີ້ ​ແລະ​ກໍ​ໄດ້​ປະນາມ​ການ​ໂຈມ​ຕີ​ດັ່ງກ່າວ. ທໍານຽນຂາວ​ຍັງ​ເວົາອີກ​ວ່າ ທ່ານ​ທຣໍາ "​ໄດ້​ຢືນຢັນ​ຄືນ​ວ່າ ສະຫະລັດ​ຈະ​ຢືນ​ຢູ່​ຄຽງຂ້າງ​ຂອງ​ອີ​ຈິບໃນ​ການຕ້ານ​ການກໍ່ການ​ຮ້າຍ."

ຕໍາ​ຫລວດ​ໄດ້​ເພີ້ມການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຢູ່​ເຂດ​ອ້ອມ​ແອ້ມ​ໂບດ​ແຫ່ງ​ນັ້ນ ​ແລ້ວ ກ່ອນ​ວັນ​ບຸນຄຣິສມາສຂອງ​ພວກ​ນັບຖືສາດສະໜາຄຣິສ ນິກາຍ Orthodox ຂອງ Coptic ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 7 ມັງກອນ.

ກຸ່ມ​ລັດ​ອິສລາມ​ໄດ້​ສັງຫານ​ຊີວິດ​ຊາວ​ຄຣິສຕຽນຫລາຍ​ສິບ​ຄົນ ໃນ​ເວລາ​ມີ​ການ​ຍິງ​ຢູ່​ໃນ​ໂບດ​ແລະ​ການວາງ​ລະ​ເບີດ​ໃນ​ປີ​ກາຍ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG