ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ສະຫຼະຊີບ ຢູ່ພິທີໄຫວ້ພະ ໃນວັນສຸກ ໄດ້ສັງຫານ 26 ຄົນ ໃນ ອັຟການິສຖານ

ກຳລັງຮັກສາຄວາມສະຫງົບ ເດີນທາງໄປຮອດ ໃກ້ສະຖານທີ່ເກີດເຫດ ໂຈມຕີລະເບີດສະຫລະຊີບ ຫຼັງຈາກ ຜູ້ໂຈມຕີ ບີບຄະນວນ ລະເບີດຕົນເອງ ຢູ່ພາຍໃນວັດອິສລາມ ທີ່ຖານທັບຂອງກອງທັບບົກ ໃນແຂວງ ໂຄສຕ໌, ວັນທີ 23 ພະຈິກ 2018.
ກຳລັງຮັກສາຄວາມສະຫງົບ ເດີນທາງໄປຮອດ ໃກ້ສະຖານທີ່ເກີດເຫດ ໂຈມຕີລະເບີດສະຫລະຊີບ ຫຼັງຈາກ ຜູ້ໂຈມຕີ ບີບຄະນວນ ລະເບີດຕົນເອງ ຢູ່ພາຍໃນວັດອິສລາມ ທີ່ຖານທັບຂອງກອງທັບບົກ ໃນແຂວງ ໂຄສຕ໌, ວັນທີ 23 ພະຈິກ 2018.

ຜູ້ໂຈມຕີສະຫລະຊີບຄົນນຶ່ງ ຢູ່ໃນ ວັດອິສລາມ ທີ່ຖານທັບຂອງທະຫານ ໃນແຂວງ
ໂຄສຕ໌ ຂອງອັຟການິສຖານ ໄດ້ສັງຫານຢ່າງໜ້ອຍ 26 ຄົນ ແລະ ອີກ 50 ຄົນບາດ
ເຈັບ ອີງຕາມການກ່າວ ຂອງກອງທັບອັຟການິສຖານ.

ຮ້ອຍເອກ ອັບດູລລາ ໂຄສົກຂອງ ຂອງກອງທັບແຫ່ງຊາດຂອງອັຟການິສຖານ ໄດ້
ກ່າວວ່າ ເກີດເຫດລະເບີດແຕກຂຶ້ນ ໃນລະຫວ່າງ ພິທີໄຫວ້ພະ ໃນວັນສຸກວານນີ້ ເມື່ອ
ພວກຜູ້ເຂົ້າຮ່ວມນັ້ນ ແມ່ນມີຫຼາຍກວ່າ ປົກກະຕິ.

ແຜ່ນທີ່ ລະບຸຈຸດເກີດເຫດ ໂຈມຕີລະເບີດສະຫລະຊີບ
ແຜ່ນທີ່ ລະບຸຈຸດເກີດເຫດ ໂຈມຕີລະເບີດສະຫລະຊີບ

ຊ່ອງຂ່າວ ໂຕໂລ ຂອງອັຟການິສຖານ ໄດ້ກ່າວວ່າ ຈຳພວກທີ່ຖືກຂ້າຕາຍທັງໝົດ
ແມ່ນມາຈາກ ກອງພັນທີ 2 ຂອງກອງທັບແຫ່ງຊາດອັຟກິສຖານ ທີ່ປະຈຳການ ໃນ
ເຂດເມືອງ ມານໂດໄຊ.

ການສືບສວນສອບສວນ ໄດ້ດຳເນີນຢູ່ຕໍ່ໄປ ເພື່ອລະບຸວ່າ ລະເບີດຊະນິດໃດ ໄດ້ຖືກ
ນຳໃຊ້.

ພວກທະຫານ ກອງທັບແຫ່ງຊາດ ຂອງອັຟການິສຖານ ຫຼື ANA ທີ່ໄດ້ຮັບບາດເຈັບ ກຳລັງໄດ້ຮັບການຮັກສາປິ່ນປົວ ຢູ່ທີ່ໂຮງໝໍແຫ່ງນຶ່ງ ຫຼັງຈາກຜູ້ໂຈມຕີ ລະເບີດສະຫລະຊີບ ໄດ້ລະເບີດຕົນເອງຢູ່ພາຍໃນວັດອິສລາມ ທີ່ເຕັມໄປດ້ວຍຄົນ ຢູ່ຖານທັບ ໃນແຂວງ ໂຄສຕ໌ ຂອງອັຟການິສຖານ, ວັນທີ 23 ພະຈິກ 2018.

ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນ ສອງວັນຫຼັງຈາກທີ່ ຜູ້ໂຈມຕີສະຫລະຊີບທີ່ລະເບີດ
ຕົນເອງ ໄດ້ສັງຫານ ຫຼາຍສິບຄົນ ຢູ່ນະຄອນຫຼວງກາບູລ ໃນລະຫວ່າງ ພິທີທາງ
ສາສະໜາ.

​ສະຖານະການດ້ານຄວາມປອດໄພ ຢູ່ໃນອັຟການິສຖານ ກຳລັງຊຸດໂຊມລົງຢ່າງຕໍ່ເນື່ອງ
ໂດຍທີ່ຄະນະກຳມະການເພື່ອການຊ່ອຍເຫຼືອ ປະຈຳອັຟການິສຖານ ຂອງອົງການ
ສະຫະປະຊາຊາດ ຫຼືເອີ້ນຫຍໍ້ວ່າ UNAMA ໄດ້ບັນທຶກ ການເສຍຊີວິດ ແລະການໄດ້ຮັບ
ບາດເຈັບ ໃນຈຳນວນທີ່ສູງທີ່ສຸດ ໃນກຸ່ມພົນລະເຮືອນ ເກືອບເຖິງ 1700 ຄົນ ໃນຊ່ວງ
ລະຫວ່າງ ເດືອນມັງກອນ ຫາ ເດືອນມິຖຸນາ ຂອງປີນີ້. ສ່ວນໃນເດືອນນີ້ ປະທານາທິບໍດີ
ອາຊຣັຟ ການີ ໄດ້ເປີດເຜີຍວ່າ ກຳລັງຮັກສາຄວາມສະຫງົບ ຂອງອັຟການິສຖານ ເກືອບ
30,000 ຄົນ ໄດ້ຖືກຂ້າຕາຍ ນັບຕັ້ງແຕ່ ຕົ້ນປີ 2015 ມາ ໃນເວລາທີ່ ອັຟການິສຖານ
ໄດ້ຮັບເອົາຄວາມຮັບຜິດຊອບ ຕໍ່ການຮັກສາຄວາມສະຫງົບຂອງປະເທດ ຈາກອົງການ
ເນໂຕ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG