ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານີ ໂທລະພາບ ຖືກໂຈມຕີ ຢູ່ນະຄອນຫຼວງ ອັຟການິສຖານ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ຊ່ວຍເຫລືອຜູ້ຊາຍຄົນນຶ່ງ ຈາກສະຖານີໂທລະພາບ Shamshad TV ຫລັງຈາກ ການໂຈມຕີ ໃນນະຄອນ Kabul.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຊ່ວຍເຫລືອຜູ້ຊາຍຄົນນຶ່ງ ຈາກສະຖານີໂທລະພາບ Shamshad TV ຫລັງຈາກ ການໂຈມຕີ ໃນນະຄອນ Kabul.

ພວກ​ມື​ປືນ​ທີ່​ບໍ່​ຊາບຊື່ ຮວມທັງ​ພວກ​ວາງ​ລະ​ເບີດ​ສະຫຼະ​ຊີບ ​ໄດ້​ບຸກໂຈມຕີ​ສຳນັກງານ
ໃຫຍ່ສະຖາ​ນີ​ໂທລະພາບ​ເອກ​ກະ​ຊົນ​ອັຟກາ​ນິສຖານຢູ່​ນະ​ຄອນຫຼວງ Kabul ​ແລະ​ມີ​
ລາຍ​ງານວ່າ ມີຜູ້ບາດເຈັບລົ້ມຕາຍ​ຈຳນວນນຶ່ງ.

ບັນດາ​ຜູ້​ເຫັນ​ເຫັດ​ການ​ໄດ້​ຍິນ​ສຽງ​ລະ​ເບີດ​ແຕກ ​ແລະ​ສຽງ​ປືນ​ຈາກ​ຂ້າງ​ໃນຂອງ​ຕຶກສະ
ຖານີ​ໂທລະພາບ Shamshad. ພວກພະນັກງານ ໄດ້ພາກັນຢຸດ​ລາຍ ການອອກອາ
ກາດ. ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ປິ​ດລ້ອມ​ບໍລິເວນ​ດັ່ງກ່າວ ​ແລະລາຍງານຂ່າວ
ໂທລະພາບສົດສະ​ແດງ​ໃຫ້​ເຫັນ​ວວ່າ ມີການ​ຍິງຕໍ່ສູ້​ກັນຢ່າງ ຮ້າຍ​ແຮງທີ່ກຳລັງດຳ​ເນີນຢູ່.

ພວກກູ້ໄພກຳລັງຊ່ວຍເດັກນ້ອຍອອກຈາກໂຮງຮຽນ ຢູ່ໃນເຂດສະຖານີໂທລະພາບ ຫລັງຈາກເກີດການໂຈມຕີ ໃນນະຄອນ Kabul ວັນທີ 7 ພະຈິກ 2017.
ພວກກູ້ໄພກຳລັງຊ່ວຍເດັກນ້ອຍອອກຈາກໂຮງຮຽນ ຢູ່ໃນເຂດສະຖານີໂທລະພາບ ຫລັງຈາກເກີດການໂຈມຕີ ໃນນະຄອນ Kabul ວັນທີ 7 ພະຈິກ 2017.

ຍັງບໍ່ມີລາຍງານ​ໃດໆ​ໃນທັນ​ທີ​ເທື່ອວ່າພວກຄົນຮ້າຍຈຸນີ້ເປັນໃຜ ຫລື​ຈຸດປະສົງ ຂອງ​ພວກ​
ໂຈມ​ຕີ.​

ພວກ​ກະບົດ Taliban ​ໄດ້​ອອກ​ຖະ​ແຫລງການ​ຢ່າງ​ໄວວາ​ໂດຍ​ກ່າວ​ວ່າ ຕົນ​ບໍ່​ໄດ້​ພົວ​ພັນ
​ກັບ​ການ​ໂຈມ​ຕີນີ້.

ເລຂາທິການໃຫຍ່ອົງການ NATO ທ່ານ Jens Stoltenberg ກ່າວຕໍ່ບັນດານັກຂ່າວ.
ເລຂາທິການໃຫຍ່ອົງການ NATO ທ່ານ Jens Stoltenberg ກ່າວຕໍ່ບັນດານັກຂ່າວ.

ອັຟກາ​ນິສຖານ ແມ່ນຢູ່​ໃນ​ບັນຊີ​ລາຍ​ຊື່ຂອງ​ບັນດາປະ​ເທດທີ່​ພິຈາລະນາ​ວ່າ​ເປັນ​ອັນຕະ
ລາຍທີ່​ສຸດ​ຂອງພວກ​ນັກ​ຂ່າວ ແລະ​ພະນັກງານ​ສື່​ມວນ​ຊົນ. ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​
Taliban ຄົນ​ນຶ່ງ​ ໄດ້​ສັງຫານ​ສະມາຊິກ ​ຂອງສະຖານີ​ໂທລະພາບ Tolo ​ເຈັດ​ຄົນ ຊຶ່ງ​ອົງ
ການສື່​ມ​ວນຊົນ​ທີ່​ໃຫຍ່ທີ່​ສຸດໃນອັຟກາ​ນິສຖານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Afghanistan Attack
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG