ກຸ່ມກໍ່ການຮ້າຍລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ຕໍ່ການວາງລະເບີດ ສະ
ຫຼະຊີບ ຢູ່ກະຊວງຕ່າງປະເທດລີເບຍ ໃນວັນອັງຄານວານນີ້ ທີ່ເຮັດໃຫ້ມີຜູ້ເສຍຊີວິດ
ສາມຄົນ.
ຍັງບໍ່ມີການຢຶນຢັນ ທີ່ເປັນອິດສະຫຼະ ກ່ຽວກັບການອ້າງເອົາຄວາມຮັບຜິດຊອບຂອງ
ກຸ່ມກໍ່ການຮ້າຍ.
ລີເບຍໄດ້ຕົກຢູ່ໃນຄວາມວຸ້ນວາຍທາງການເມືອງ ແລະສັງຄົມ ນັບແຕ່ຈອມຜະເດັດ
ການ ທີ່ປົກຄອງປະເທດມາເປັນເວລາດົນນານ ມົວມາ ກາດາຟີ ໄດ້ຖືກໂຄ່ນລົ້ມ ແລະ
ສັງຫານ ໃນປີ 2011.
ລັດຖະບານທີ່ເປັນຄູ່ແຂ່ງ ຄືລັດຖະບານຢູ່ນະຄອນຕຣີໂປລີ ທີ່ສະຫະປະຊາຊາດໜູນ
ຫຼັງ ແລະລັດຖະບານ ທີ່ນຳພາໂດຍນາຍພົນ ຕໍ່ຕ້ານອິສລາມຄົນນຶ່ງ ກຳລັງຊອກສະ
ແຫວງຫາອຳນາດ ພ້ອມກັບທະຫານບ້ານຫຼາຍກຸ່ມ.