ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳລັງ ທີ່ນຳພາ ໂດຍ ຊາອຸດີ ອາຣາເບຍ ເລີ້ມບຸກເຂົ້າໄປ ໃນເມືອງທ່າ ໂຮດີດາ


ພວກນັກລົບຊົນເຜົ່າ ທີ່ຈົງຮັກພັກດີ ຕໍ່ລັດຖະບານເຢເມນ ຢືນຢູ່ ຕໍ່ໜ້າລົດຖັງ ໃນເຂດອາລ-ຟັສຊາ ໃກ້ໆເມືອງທ່າໂຮດີດາ. (ວັນທີ 1 ມິຖຸນາ 2018)
ພວກນັກລົບຊົນເຜົ່າ ທີ່ຈົງຮັກພັກດີ ຕໍ່ລັດຖະບານເຢເມນ ຢືນຢູ່ ຕໍ່ໜ້າລົດຖັງ ໃນເຂດອາລ-ຟັສຊາ ໃກ້ໆເມືອງທ່າໂຮດີດາ. (ວັນທີ 1 ມິຖຸນາ 2018)

ເຈົ້າໜ້າທີ່ເຢເມນກ່າວວ່າ ກຳລັງພາຍໃຕ້ການນຳພາຂອງຊາອຸດີ ອາຣາເບຍ ໄດ້ບຸກ
ເຂົ້າໄປໃນສະໜາມບິນ ເມືອງທ່າໂຮ​ດີ​ດາ ຂອງເຢເມນແລ້ວ.

ສື່ມວນຊົນຂອງກອງທັບເຢເມນ ລາຍງານວ່າ ກຳລັງພັນທະມິດອາຣັບໄດ້ບຸກເຂົ້າໄປ
ໃນສະໜາມບິນໃນວັນເສົາມື້ນີ້ ໃນການໂຈມຕີມື້ທີ 4 ຂອງກຳລັງປະສົມເພື່ອຢຶດເອົາ
ເມືອງທ່າໂຮ​ດີ​ດາຄືນ ຈາກພວກກະບົດຮູຕີ ທີ່ນັບຖືສາສະໜາອິສລາມນິກາຍຊີໄອທ໌.

ແຫລ່ງຂ່າວຂອງກອງທັບ ແຈ້ງໃຫ້ອົງການຂ່າວຮອຍເຕີ້ຊາບວ່າ “ພວກເຮົາຕ້ອງການ
ເວລາ ເພື່ອໃຫ້ເປັນທີ່ແນ່ໃຈວ່າບໍ່ມີມືປືນ ລະເບີດຝັງດິນຫລືດິນລະເບີດຢູ່ຕາມຕຶກອາ
ຄານ.”

ເມືອງໂຮ​ດີ​ດາ ແມ່ນເມືອງທ່າ ແລະທີ່ຕັ້ງທາງຍຸດທະສາດອັນສຳຄັນຍ້ອນເປັນຈຸດສົ່ງ
ການຊ່ອຍເຫຼືອທາງດ້ານມະນຸດສະທຳເຂົ້າໄປໃນເຢເມນ ຮວມທັງອາຫານນຳດ້ວຍ.

ເຢເມນເປັນປະເທດ ທີ່ເກືອບຕົກຢູ່ໃນສະພາບ ໄພອຶດຢາກ ໃນເວລານີ້.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວໃນວັນສຸກວານນີ້ວ່າຕົນຕ້ອງ
ການໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ເຕືອນໃຫ້ທຸກພັກຝ່າຍທີ່ເປັນປໍລະປັກ
ຮູ້ວ່າ ພວກເຂົາເຈົ້າຈະຖືກລົງໂທດ ຖ້າຫາກຂັດຂວາງ ຕໍ່ການໃຫ້ຄວາມຊ່ອຍເຫຼືອທາງ
ດ້ານມະນຸດສະທຳແກ່ປະຊາຊົນ.

ທ່ານນາງຊາຣາ ເລອາ ວິດສັນຈາກກຸ່ມປົກປ້ອງສິດທິມະນຸດ Human Rights Watch ເຕືອນວ່າ “ກຳລັງປະສົມ ແລະພວກກະບົດຮູຕີ ກຳລັງສູ້ລົບກັນທີ່ເມືອງໂຮ​ດີ​ດາ ຊຶ່າງຕ່າງ
ກໍມີປະຫວັດທີ່ບໍ່ຄ່ອຍດີ ໃນການປະຕິບັດຕາມຫລັກການຂອງການເຮັດສົງຄາມ.”

ຮັກສາການ ຜູ້ອຳນວຍການ ອົງການຊ່ອຍເຫລືອອົບພະຍົບ ຂອງນໍເວ ທ່ານຄຣິສໂຕເຟີ
ແຊມເບກ່າວວ່າ “ໃນຂະນະທີ່ການໂຈມຕີທາງອາກາດເພີ້ມທະວີຂຶ້ນແລະເຂດແນວໜ້າ ແມ່ນໃກ້ເຂົ້າໄປເຖິງເມືອງໂຮ​ດີ​ດາຢູ່ນີ້ ດັ່ງນັ້ນການຂົ່ມຂູ່ຫຼືໄພອັນຕະລາຍທີ່ແທ້ຈິງ ຕໍ່ພົນ
ລະເຮືອນໃນເມືອງໂຮ​ດີ​ດາ ກໍເພີ້ມຂຶ້ນນຳດ້ວຍ.”

ໃນ​ວັນ​ພະຫັດ​ຜ່ານມານີ້ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້​ຮຽກຮ້ອງ​
ໃຫ້ທຸກ​ພັກ​ຝ່າຍ ​ທີ່​ທຳ​ການ​ສູ້​ລົບ​ໃນ​ເຢ​ເມນ​ໃຫ້ສືບຕໍ່ເປີດ​ທ່າ​ເຮືອ​ໂຮ​ດີ​ດາໄວ້ ​ໃນ​ຂະນະ​
ທີ່​ອົງການ​ຊ່ວຍ​ເຫຼື​ອດ້ານ​ມະ​ນຸດ​ສະ​ທຳ​ພະຍາຍາມ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ໄປໃຫ້
​ພົນລະ​ເຮືອນ​ປະມານ 600,000 ຄົນ ທີ່ຍັງຢູ່​ໃນ​ເມືອງດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG