ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳລັງປະສົມ ນຳພາໂດຍ ຊາອຸດີ ອາຣາເບຍ ໂຈມຕີ ເມືອງທ່າ ຂອງເຢເມນ


ພວກນັກລົບ ຊົນເຜົ່າ ທີ່ສະໜັບສະໜຸນ ລັດຖະບານ ເຢເມນ ຢືນຄຽງຂ້າງລົດຖັງ ໃນເຂດ ອາລ-ຟາຊາ (al-Faza) ໃກ້ກັບເມືອງທ່າໂຮດີດາ ຂອງເຢເມນ, ວັນທີ 1 ມິຖຸນາ 2018.
ພວກນັກລົບ ຊົນເຜົ່າ ທີ່ສະໜັບສະໜຸນ ລັດຖະບານ ເຢເມນ ຢືນຄຽງຂ້າງລົດຖັງ ໃນເຂດ ອາລ-ຟາຊາ (al-Faza) ໃກ້ກັບເມືອງທ່າໂຮດີດາ ຂອງເຢເມນ, ວັນທີ 1 ມິຖຸນາ 2018.

ກຸ່ມກຳລັງປະສົມພາຍໃຕ້ການນຳພາຂອງຊາອຸດີ ອາຣາເບຍ ທີ່ໃຫ້ການສະໜັບສະໜຸນ
ລັດຖະບານພັດຖິ່ນຂອງເຢເມນ ໄດ້ເລີ້ມທຳການໂຈມຕີເມືອງໂຮດີດາ ຊຶ່ງເປັນເມືອງທ່າ
ທີ່ສຳຄັນ ໃນວັນພຸດມື້ນີ້.

ພວກກະບົດຮູຕີ ຄວບຄຸມເມືອງໂຮດີດາ ພ້ອມດ້ວຍ ນະຄອນຫຼວງ ຊານາອາ ຂອງ
ເຢເມນ. ສະຫະລັດອາຣັບເອເມີເຣັສ ຊຶ່ງເປັນພາກສ່ວນນຶ່ງ ຂອງກອງກຳ ລັງປະສົມ
ໄດ້ກ່າວວ່າ ວັນພຸດມື້ນີ້ ເປັນຂີດໝາຍຂອງເສັ້ນຕາຍເພື່ອໃຫ້ພວກກະບົດຮູຕີ ອອກໄປ
ຈາກເມືອງທ່າດັ່ງກ່າວນັ້ນ.

ເມືອງທ່າໂຮດີດາ ມີຄວາມສຳຄັນຍິ່ງ ໃນການນຳເອົາ ອາຫານການກິນ ແລະການຊ່ອຍ
ເຫຼືອ ເຂົ້າໄປໃນເຢເມນ. ແມ່ນແຕ່ກ່ອນເກີດບັນຫາຂັດແຍ້ງ ລະຫວ່າງ ພວກຮູຕີ ແລະ
ລັດຖະບານຂອງທ່ານອັບດູ ຣາບູ ມານຊູຣ ຮາດີ ທີ່ໄດ້ເລີ້ມຂຶ້ນ ເມື່ອ 3 ປີກ່ອນ ປະເທດນີ້
ກໍໄດ້ປະສົບກັບບັນຫາຄວາມໝັ້ນຄົງ ດ້ານອາຫານ ຢູ່ແລ້ວ ແລະ ອົງການສະຫະປະຊາ
ຊາດ ກ່າວວ່າ ຫຼາຍກວ່າ 20 ລ້ານຄົນ ໃນເວລານີ້ ແມ່ນກຳລັງຕ້ອງການການຊ່ອຍເຫຼືອ.

ການສູ້ລົບ ໄດ້ກີດກັນການນຳສົ່ງການຊ່ອຍເຫຼືອຢູ່ເລື້ອຍມາ ແລະ ລັດຖະບານພັດຖິ່ນ
ໄດ້ກ່າວໃນຖະແຫລງການເມື່ອວັນພຸດມື້ນີ້ວ່າ ການຍຶດເອົາເມືອງໂຮດີດາ ຄືນມານັ້ນ
ຈະເປັນຂີດໝາຍທີ່ຍິ່ງໃຫຍ່ ໃນການຕໍ່ສູ້ ເພື່ອເຂົ້າຄວບຄຸມປະ ເທດອີກຄັ້ງນຶ່ງ.

ອົງການສະຫະປະຊາຊາດ ກະປະມານວ່າ ມີຫຼາຍກວ່າ 10,000 ຄົນ ໄດ້ຖືກຂ້າຕາຍ
ສ່ວນໃຫຍ່ຍ້ອນການໂຈມຕີທາງອາກາດ ຂອງກຸ່ມກຳລັງປະສົມ.

ເມື່ອສັບປະດາແລ້ວນີ້ ບັນດາເຈົ້າໜ້າທີ່ຈາກຫ້ອງການປະສານງານດ້ານມະນຸດສະທຳ
ຂອງອົງການສະຫະປະຊາຊາດໄດ້ສະແດງຄວາມຍ້ານກົວວ່າ ການໂຈມຕີທາງທະຫານ
ຫຼື ການປິດລ້ອມເມືອງໂຮດີດາ ຈະສົ່ງຜົນກະທົບ ຕໍ່ພົນລະເຮືອນຜູ້ບໍລິສຸດ ຫຼາຍແສນ
ຄົນ.

ໂຄສົກອົງການສະຫະປະຊາຊາດ ທ່ານເຈັນສ໌ ແລຣຄ໌ ໄດ້ກ່າວວ່າ ອົງການສະຫະປະ
ຊາຊາດ ແລະ ບັນດາອົງການພາຄີຂອງຕົນ ໄດ້ກະປະມານວ່າ ມີພົນລະເຮືອນຫຼາຍເຖິງ
6 ແສນຄົນ ດຳລົງຊີວິດຢູ່ໃນເມືອງດັ່ງກ່າວ ແລະເຂດອ້ອມແອ້ມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG