ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກມືປືນ ໃນອີຈິບ ບຸກໂຈມຕີ ລົດເມ ທີ່ບັນທຸກ ຊາວຄຣິສຕຽນ ສະແຫວງບຸນ 7 ຄົນ ເສຍຊີວິດ


ຕຳຫຼວດອີຈິບ ຢືນຍາມ ສະຖານທີ່ເກີດເຫດ ຢູ່ທາງໄປໂບດວິຫານ ໃນແຂວງມິນຢາ ຂອງອີຈິບ, ເມື່ອວັນທີ 26 ພຶດສະພາ 2017.
ຕຳຫຼວດອີຈິບ ຢືນຍາມ ສະຖານທີ່ເກີດເຫດ ຢູ່ທາງໄປໂບດວິຫານ ໃນແຂວງມິນຢາ ຂອງອີຈິບ, ເມື່ອວັນທີ 26 ພຶດສະພາ 2017.

ພວກມືປືນຜູ້ຊາຍ ຢູ່ໃນອີຈິບ ໄດ້ບຸກໂຈມຕີ ລົດເມຈຳນວນນຶ່ງ ທີ່ບັນທຸກພວກ ທີ່ນັບຖື
ສາສະໜາ ຄຣິສຕຽນນິ​ກາຍຄອບຕິກ ໃນວັນສຸກວານນີ້ ໂດຍໄດ້ສັງຫານ 7 ຄົນໃນນັ້ນ
ໃນການໂຈມຕີຄັ້ງຫຼ້າສຸດ ຕໍ່ພວກນັບຖືສາສະໜາກຸ່ມນ້ອຍຂອງ ປະເທດ.

​ພວກໂຈມຕີ ໄດ້ເປີດສາກຍິງ​ລະ​ດົມ​ເຂົ້າໃສ່ລົດເມ ຂອງພວກສະແຫວງບຸນ ຢູ່ໃນແຂວງ
ມິນຢາ ໃນພາກກາງຂອງປະເທດ ຫຼັງຈາກທີ່ ພວກຊາວຄຣິສຕຽນ ໄດ້ເດີນທາງໄປຮ່ວມ
ໃນ​ພິ​ທີ​ລ້າງ​ບາບ ຢູ່ທີ່​ໂບດ ເຊັນ ແຊມມິລ (Saint Samuel).

ສາ​ສະ​ໜາຄອບຕິກ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ 6 ຄົນ ທີ່ໄດ້ເສຍຊີວິດນັ້ນ
ແມ່ນມາຈາກຄອບຄົວດຽວກັນ ແລະກ່າວ​ຕື່ມວ່າ ອີກ 18 ຄົນ ໄດ້ຮັບບາດເຈັບ ໃນການ
ໂຈມຕີດັ່ງກ່າວ.

ສ່ວນກຸ່ມລັດອິສລາວ ຫຼື IS ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີ ຫຼາຍໆຄັ້ງ
ຜ່ານມາ ຕໍ່ພວກຊາວຄຣິສຕຽນ ຢູ່ໃນອີຈິບ ລວມທັງ ຄັ້ງນຶ່ງທີ່ໄດ້ສັງຫານ 28 ຄົນ ຢູ່ໃນ
ບໍລິເວນດຽວກັນນີ້ ໃນເດືອນພຶດສະພາ ປີ 2017. ການໂຈມຕີດັ່ງກ່າວນັ້ນ ຍັງໄດ້ແນ
ເປົ້າໝາຍໃສ່ ພວກຊາວຄຣິສຕຽນ ທີ່ເດີນທາງໄປຮ່ວມ ຢູ່ທີ່ ໂບດ ເຊັນ ແຊມມິລ ທີ່
ຕັ້ງຢູ່ຫ່າງຈາກ ນະຄອນຫຼວງໄຄໂຣ ທາງກ້ຳເໜືອ ປະມານ 260 ກິໂລແມັດ.

ລົດເມຄັນນຶ່ງ ທີ່ບັນທຸກ ພວກຊາວຄຣິສຕຽນນິກາຍຄອບຕິກ ເພື່ອເດີນທາງໄປໂບດ ຢູ່ທາງພາກໃຕ້ ຂອງປະເທດ ທີ່ສາມາດແນມເຫັນ ຫຼັງຈາກໄດ້ຖືກໂຈມຕີ ພວກມືປືນຜູ້ຊາຍ ໃນແຂວງ ມິນຢາ, ວັນທີ 26 ພຶດສະພາ 2017.
ລົດເມຄັນນຶ່ງ ທີ່ບັນທຸກ ພວກຊາວຄຣິສຕຽນນິກາຍຄອບຕິກ ເພື່ອເດີນທາງໄປໂບດ ຢູ່ທາງພາກໃຕ້ ຂອງປະເທດ ທີ່ສາມາດແນມເຫັນ ຫຼັງຈາກໄດ້ຖືກໂຈມຕີ ພວກມືປືນຜູ້ຊາຍ ໃນແຂວງ ມິນຢາ, ວັນທີ 26 ພຶດສະພາ 2017.


ເມື່ອປີກາຍນີ້ ທາງການຂອງອີຈິບ ໄດ້ປິດເສັ້ນທາງຫລັກ ໄປສູ່ໂບດດັ່ງກ່າວ ໂດຍ
ບໍ່ໃຫ້ລົດທັງໝົດຜ່ານ ນອກຈາກລົດຂອງພວກສະແຫວງບຸນ ໃນຄວາມພະຍາຍາມ
ທີ່ຈະເຮັດໃຫ້ການເດີນທາງນັ້ນ ປອດໄພຂຶ້ນກວ່າເກົ່າ ສຳລັບຊາວຄຣິສຕຽນ. ບັນດາ
ເຈົ້າໜ້າທີ່ ກ່າວວ່າ ພວກໂຈມຕີ ໃນວັນສຸກວານນີ້ ໄດ້ໃຊ້ເສັ້ນທາງສຳຮອງ ທີ່ເປັນທາງ
ດິນແດງ ເພື່ອຈະໄປຮອດພວກລົດເມ ທີ່ບັນທຸກ ຊາວຄຣິສຕຽນ ນັ້ນ.

ກຸ່ມລັດອິສລາມ ໄດ້ປະຕິຍານຊ້ຳແລ້ວຊ້ຳອີກວ່າ ຈະໂຈມຕີ ພວກຊາວຄຣິສຕຽນ ໃນ
ອີຈິບ ເພື່ອເປັນການລົງໂທດ ​ຕໍ່ການທີ່ພວກເຂົາເຈົ້າ ໃຫ້ການສະໜັບສະໜຸນ ແກ່
ປະທານາທິບໍດີ ອັບແດລ-ຟາຕາ ແອລ-ຊິສຊີ.

ທ່ານ ແອລ-ຊິສຊີ ໄດ້ກ່າວໃນວັນສຸກວານນີ້ ວ່າ ລັດຖະບານຂອງທ່ານ ຈະສືບຕໍ່
ປະຕິບັດການຕໍ່ຕ້ານພວກກໍ່ການຮ້າຍ. ທ່ານ ໄດ້ກ່າວຜ່ານທາງທວີດເຕີວ່າ “ຂ້າພະເຈົ້າ
ຢືນຢັນວ່າ ຄວາມມຸ້ງໝັ້ນຂອງພວກເຮົາ ທີ່ຈະຕໍ່ສູ້ລັດທິກໍ່ການຮ້າຍ ທີ່ມືດມົນ ແລະ ຈະຕາມລ່າພວກທີ່ຮັບຜິດຊອບທັງຫຼາຍ.”

ຊາວຄຣິດຕຽນ ໃນອີຈິບ ປະ​ກອບ​ເປັນປະມານ 10 ເປີເຊັນ ​ຂອງຈຳນວນ ປະຊາກອນ
ທັງ​ໝົດ 100 ລ້ານຄົນ ຂອງປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Gunmen in Egypt attacked several buses carrying Coptic Christians Friday, killing seven of them in the latest assault on the country's religious minority.

The attackers opened fire on buses of pilgrims in central Minya province after the Christians had attended a baptism at the Saint Samuel monastery.

The Coptic Church said in a statement that six of the dead were from the same family and that another 18 people were wounded in the attack. The gunmen fled the scene after the assault.

Islamic State (IS) claimed responsibility for the ambush, according to the militant group's Amaq news agency.

The group has claimed responsibility for a series of attacks on Christians in Egypt, including one that killed 28 people in almost the same spot in May 2017. That attack also targeted Christians attending the Saint Samuel monastery, about 260 kilometers north of Cairo.

Last year, authorities closed the main road to the monastery to all but pilgrims in an attempt to make traveling safer for Christians. Officials say Friday's attackers used secondary dirt roads to reach the buses carrying the Christians.

IS has repeatedly vowed to attack Egypt's Christians as punishment for their support of President Abdel-Fattah el-Sissi.

El-Sissi said Friday his government would continue its campaign against terrorist groups. "I assert our determination to fight dark terrorism and to pursue the perpetrators," he said on Twitter.

Egypt's Christians make up about 10 percent of the country's 100 million people.

XS
SM
MD
LG