ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກມືປືນ ສັງຫານແມ່ຍິງ ອັຟການິສຖານ 5 ຄົນ ທີເປັນລັດຖະກອນ ພ້ອມດ້ວຍຄົນຂັບລົດ


ແຜນທີປະເທດອັຟການິສຖານ ຮວມທັງເມືອງ Kandahar.
ແຜນທີປະເທດອັຟການິສຖານ ຮວມທັງເມືອງ Kandahar.

lບັນດາເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ 6 ຄົນ ທີ່ປະກອບດ້ວຍ ແມ່ຍິງ 5 ຄົນ ຜູ້ທີ່ເຮັດ ວຽກໃຫ້ແກ່ລັດຖະບານ ໄດ້ຖືກຍິງຕາຍ ຢູ່ໃນແຂວງ Kandahar ທາງພາກໃຕ້ຂອງ ປະເທດ.

ເຈົ້າໜ້າທີ່ດັ່ງກ່າວ ກ່າວຕື່ມວ່າ ພວກແມ່ຍິງ ແມ່ນກຳລັງເດີນທາງໄປເຮັດວຽກ ຢູ່ທີ່ສະ ໜາມບິນ Kandahar ໃນເວລານັ້ນ ພວກເຂົ້າໄດ້ຖືກໂຈມຕີພວກມືປືນ ທີ່ບໍ່ຮູ້ຝ່າຍ.

ຄົນຂັບລົດຕູ້ຂະໜາດນ້ອຍ ໃຫ້ແກ່ພວກແມ່ຍິງ ກໍໄດ້ຖືກຂ້າຕາຍເຊັ່ນກັນ.

ບໍ່ໄດ້ມີການກ່າວອ້າງເອົາຄວາມຮັບຜິດຊອບ ໃນທັນທີທັນໃດເທື່ອ ແລະ ບໍ່ມີຜູ້ໃດໄດ້ຖືກ ຄວບຄຸມຕົວ.

ເຫດການຮຸນແຮງເຖິງແກ່ຊີວິດ ໃນວັນເສົາມື້ນີ້ເປັນໜຶ່ງໃນການໂຈມຕີຄັ້ງຫຼ້າສຸດຕໍ່
ພວກແມ່ຍິງ ໃນອັຟການິສຖານ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG