ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີ ໃນປະເທດ ເຄັນຢາ ມີພົນລະເຮືອນ ເສຍຊີວິດ 1 ຄົນ ແລະ ຕຳຫຼວດ ຫຼາຍຄົນບາດເຈັບ


ນັກຮົບໃໝ່ຫຼາຍຮ້ອຍຄົນຂອງກຸ່ມຫົວຮຸນແຮງ ອາລ ຊາບັບ ສະແດງການຊ້ອມຮົບໃນຂົງເຂດ ລາໂຟເຟ 18 ກິໂລແມັດ
ໄປທາງພາກໃຕ້ ຂອງນະຄອນຫຼວງ ໂມກາດິຊູ, ປະເທດ ໂຊມາເລຍ. 17 ກຸມພາ, 2017.
ນັກຮົບໃໝ່ຫຼາຍຮ້ອຍຄົນຂອງກຸ່ມຫົວຮຸນແຮງ ອາລ ຊາບັບ ສະແດງການຊ້ອມຮົບໃນຂົງເຂດ ລາໂຟເຟ 18 ກິໂລແມັດ ໄປທາງພາກໃຕ້ ຂອງນະຄອນຫຼວງ ໂມກາດິຊູ, ປະເທດ ໂຊມາເລຍ. 17 ກຸມພາ, 2017.

ມີພົນລະເຮືອນຢ່າງໜ້ອຍນຶ່ງຄົນໄດ້ຖືກຂ້າຕາຍ ແລະ ເຈົ້າໜ້າທີ່ຕຳຫຼວດຫຼາຍຄົນໄດ້
ຮັບບາດເຈັບ ໃນການໂຈມຕີໃສ່ຂະບວນລົດ ໂດຍຜູ້ຖືກສົງໄສເປັນຜູ້ຫົວຮຸນແຮງອິສ
ລາມ ອາລ ຊາບັບ "al-Shabab" ໃນພາກຕາເວັນອອກຂອງປະເທດ ເຄັນຢາ, ອີງ
ຕາມການກ່າວຂອງກະຊວງພາຍໃນ.

ໂຄສົກກະຊວງພາຍໃນທ່ານ ເອັມເວັນດາ ເອັນໂຈກາ "Mwenda Njoka" ໄດ້ກ່າວວ່າ
ການໂຈມຕີໄດ້ເກີດຂຶ້ນເມື່ອຂະບວນລົດບັສ ທີ່ໄດ້ຮັບການປ້ອງກັນຂອງຕຳຫຼວດໄດ້
ເດີນທາງຈາກເມືອງ ລາມູ "Lamu" ໃນເຂດຊາຍຝັ່ງພາກເໜືອຂອງປະເທດ ເຄັນຢາ
ໃກ້ກັບປະເທດ ໂຊມາເລຍ ໄປເມືອງ ມົມບາຊາ "Mombasa" ໃນພາກໃຕ້ຂອງປະ
ເທດ.

ທ່ານ ເອັນໂຈກາ "Njoka" ໄດ້ກ່າວວ່າ “ແກັງຂອງຄົນທີ່ຖືກສົງໄສວ່າເປັນພວກກໍ່ການ
ຮ້າຍ ອາລ-ຊາບັບ ໄດ້ດຳເນີນການໂຈມຕີິ, ເຊິ່ງໄດ້ທຳລາຍລົດຕຳຫຼວດ
ຄຸ້ມກັນສອງຄັນ. ຫົວໜ້າຕຳຫຼວດພາກພື້ນທ່ານ ແລຣີ ຄຽງ "Larry Khieng" ໄດ້ກ່າວ
ວ່າ ພວກນັກໂຈມຕີໄດ້ຍິງປືນໝາກປີໃສ່ລົດຕຳຫຼວດ, ແລະ ຖືກໄຟເຜົາໄໝ້.

ຂົງເຂດທີ່ເກີດການໂຈມຕີນັ້ນ ແມ່ນໄດ້ປະສົບການໂຈມຕີໂດຍພວກຫົວຮຸນແຮງ ອາລ-
ຊາບັບ ຢ່າງເປັນປະຈຳເມື່ອສອງສາມປີທີ່ຜ່ານມານີ້, ເຊິ່ງເປັນກຸ່ມທີ່ມີ
ສາຍພົວພັນກັບພວກ ອາລ-ໄກດາ "al-Quida," ກຸ່ມອິສລາມນິກາຍຊຸນນີ ທີ່ຖືກສ້າງ
ຕັ້ງຂຶ້ນຮ່ວມກັນໃນປີ 1988 ໂດຍທ້າວ ໂອຊາມະ ບິນ ລາເດັນ "Osama bin Laden."

ລັດຖະບານ ເຄັນຢາ ໄດ້ພະຍາຍາມທີ່ຈະຢຸດການໂຈມຕີທັງຫຼາຍຂອງພວກນັກຮົບ
ອາລ-ຊາບັບ ຜູ້ທີ່ກ່າວວ່າ ພວກເຮົາປະຕິບັດການເພື່ອແກ້ແຄ້ນການສົ່ງກອງກຳລັງຂອງ
ເຄັນຢາ ໄປປະເທດ ໂຊມາເລຍ ໃນປີ 2011 ໃນຖານະກອງກຳລັງສະຫະພາບ ອາຟຣິ
ກາ.

ພວກ ອາລ-ຊາບັບ ກໍຍັງໄດ້ຕໍ່ສູ້ເພື່ອຂັບໄລ່ລັດຖະບານ ໂຊມາເລຍ ທີ່ໄດ້ຮັບການສະໜັບສະໜູນຈາກສາກົນ ໃນຂະນະທີ່ເຂົາເຈົ້າດຳເນີນການໂຈມຕີປະເທດ ເຄັນຢາ
ທີ່ຢູ່ໃກ້ຄຽງນັ້ນ.

ການໂຈມຕີທີ່ໂຫດຮ້າຍທີ່ສຸດຂອງພວກ ອາລ-ຊາບັບ ໃນປະເທດ ເຄັນຢາ ໄດ້ເກີດຂຶ້ນ
ໃນເດືອນ ເມສາ 2015, ເມື່ອມືປືນໄດ້ບຸກເຂົ້າມະຫາວິທະຍາໄລແຫ່ງນຶ່ງໃນເມືອງ
ກາຣີສ໌ຊາ "Garissa" ແລະ ຂ້າຄົນປະມານ 148 ຄົນ, ເຊິ່ງສ່ວນໃຫຍ່ແມ່ນນັກຮຽນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG