ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີຢ່າງນ້ອຍ 60 ຄົນ ຖືກສັງຫານ ໃນການໂຈມຕີ ສະຫຼະຊີບ ທີ່ມາລີ


Mali
please wait
Embed

No media source currently available

0:00 0:01:29 0:00

ກຸ່ມ​ຫົວ​ຮຸນ​ແຮງ​ທີ່ເປັນ​ເຄືອ​ຂ່າຍ​ກັບ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໄດ້​ອອກ​ມາ​ອ້າງ​ເອົາ​
ຄວາມ​ຮັບຜິດຊອບ ​ໃນ​ໂຈມ​ຕີ​ສະຫລະ​ຊີ​ບ​ໃນວັນ​ພຸດ​ວານ​ນີ້ ​ທີ່​ຄ້າຍ​ທະຫານ​ແຫ່ງ​ນຶ່ງ ​
ໃນ​ພາກ​ເໜືອ​ຂອງ​ມາລີທີ່​ໄດ້​ສັງຫານພວກທະຫານແລະ​ອະດີດພວກກະບົດຢ່າງ​ນ້ອຍ
60 ຄົນ ​ແລະ​ບາດ​ເຈັບອີກ 115 ຄົນ.

ລົດຍົນ​ທີ່​ບັນຈຸລະ​ເບີດເຕັມ​ອັດຕາ ​ໄດ້ແລ່ນ​ເຂົ້າ​ໄປໃນ​ຄ້າຍ​ທະຫານ ​ທີ່​ເມືອງ Gao
ບ່ອນ​ທີ່​ພວກ​ທະຫານ​ຫຼາຍ​ຮ້ອຍ​ຄົນ​ພາກັນ​ໂຮມ​ຊຸມນຸມ​ກັນ​ໃນ​ຕອນ​ເຊົ້າ.

ທະຫານ​ພວກ​ນີ້​ແມ່ນ​ກອງ​ກຳລັງ​ກົນ​ໄກ​ການ​ປະຕິບັດ​ງານ​ຮ່ວມ ທີ່ໄດ້​ນຳເອົາ​ກອງ​ກຳລັງ​ລັດຖະບານ​ແລະ​ອະດີດ​ກະບົດ Tuareg ຊຶ່ງ​ໄດ້​ມາ​ກໍ່​ຕັ້ງ​ເປັນ​ກຳລັງ​ລາດຕະ ​ເວນ ​
ໃນ​ການຈັດຕັ້ງປະຕິບັດຂໍ້​ຕົກລົງສັນຍາ​ສັນຕິພາບມາລີ ​ປີ 2015.

ກຸ່ມ Al Mourabitoune ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມກໍ່​ການ​ຮ້າຍ al-Qaida ​ໃນ​ເຂດ
​ພາກ​ເໜືອ​ຂອງ​ອາ​ຟຣິກາ ​ໄດ້​ກ່າວ​ວ່າ ​ຕົນ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ​ຂອງ​ການ​ໂຈມ​ຕີ​ນີ້.

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດມາລີ ທ່ານ Abdoulaye Diop ​ເອີ້ນ​ການ​ໂຈມ​ຕີ​ນີ້​ວ່າ ​ເປັນ “ການ​ກໍ່ອາດ​ຊະ​ຍາ​ກຳ ທີ່​ຂີ້ຂາດ​ຕາຂາວ ​ແລະ ປ່າ​ເຖື່ອນ.”

“ການ​ໂຈມ​ຕີ​ນີ້ ບໍ່​ຄວນ​ຈະ​ຫັນ​ເຫ​ພວກ​ເຮົາ ໃນ​ການ​ເດີນ​ເຄື່ອນ​ໄຫວ​ໄປ​ໜ້າ​ ເພື່ອຊຸກຍູ້
ສັນຕິພາບ ​ແລະ​ການ​ເອົາ​ບາ​ດກ້າວ​ຕໍ່ຕ້ານ​ພວກ​ທີ່​ພະຍາຍາມ​ທຳລາຍ​ຂັ້ນ​ຕອນສັນຕິ​ພາບ”
​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງທ່ານ Diop ​ທີ່ໄດ້​ກ່າວ​ໃນ​ກອງ​ປະຊຸມ ກ່ຽວ​ກັບ​ມາລີ ​ທີ່ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ.

ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ມາລີ ຈະ​ໄວ້ທຸກ​ເປັນ​ເວລາ 3 ມື້ ​ເພື່ອ​ເປັນ​ການອາ​ໄລ ​ສະ​ແດງຄວາມ​ເສົ້າ​ສະ​ຫລົດ​ໃຈ​ຕໍ່​ພວກເຄາະ​ຮ້າຍ​ ​ແລະ​ປະຕິຍານ​ວ່າ ພວກ​ທີ່​ກະທຳ​ການ​ຊົ່ວ​ຮ້າຍ​ດັ່ງກ່າວ​ນີ້ ຈະ​ຕ້ອງຖືກ​ຄົ້ນ​ພົບ ​ແລະນຳໂຕມາ​ລົງ​ໂທດ.

ຫົວໜ້າຮັກສາ​ສັນຕິພາບ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Herve Ladsous ຂໍ​ຮ້ອງໃຫ້ທຸກ​ພັກຝ່າຍ ກະທຳ​ຈົນ​ສຸດ​ຄວາມ​ສາມາດ​ ​ເພື່ອ​ຮັກສາຂໍ້​ຕົກລົງສັນຕິພາບ​ໃນ​ມາລີ
ໂດຍ​ເຕືອນ​ວ່າ “ຖ້າ​ຫາກ​ວ່າ ​ສະຖານະ​ການ​ດ້ານ​ຄວາມ​ປອດ​ໄພ​ຍັງ​ສືບ​ຕໍ່ໍຊຸດ ​ໂຊມ​ລົງ​ ​
ໃນ​ອີກ​ບໍ່​ຊ້ານີ້ ກໍ​ຈະ​ບໍ່​ມີສັນຕິພາບ ​ໃຫ້ຮັກສາ​ແລ້ວ ຢູ່​ໃນ​ມາລີ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG