ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສຍຊີວິດຢ່າງໜ້ອຍ 30 ໃນເຫດລະເບີດ ສະຫຼະຊີບ ຢູ່ອີຣັກ


ທາງ​ການ​ອີຣັກ​ເວົ້າ​ວ່າ ຄົນ​ຮ້າຍສະຫຼະຊີບ​ທີ່​ໃຊ້​ລະ​ເບີດ​ລົດຄັນ​ນຶ່ງ ​ແລະ​ພວກ​ມື​ປືນ​ ທີ່​ປອມ​ ຕົວ​ເປັນ​ຕໍາຫຼວດ​ ໄດ້​ທໍາ​ການ​ໂຈມ​ຕີຕຶກ​ກອງ​ບັນຊາ ການ​ຕໍາຫຼວດຢູ່​ທີ່ ​ເມືອງ Kirkuk ​ທາງ​ພາກ​ເໜືອ​ຂອງ​ອີຣັກ ​ໂດຍ​ໄດ້​ສັງຫານ​ຢ່າງ​ໜ້ອຍ 30 ຄົນ ​ແລະ​ບາດ​ເຈັບ​ອີກ 70 ຄົນ.

ທາງ​ການ​ອີຣັກກ່າວ​ວ່າ ​ ເຫດ​ລະ​ເບີດ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້​ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ຕຶກອາຄານ​ແລະ​ຮ້ານ​ຄ້າ​ທີ່ຢູ່​ໃກ້​ຄຽງ​ນັ້ນ​ນໍາ.

​ຍັງ​ບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ສໍາລັບ​ການ​ໂຈມ​ຕີ ​ໃນ​ທັນທີນີ້​ເທື່ອ.

​ແຕ່​ແນວ​ໃດ​ກໍ​ດີ ກຸ່ມ​ຫົວ​ຮຸນ​ແຮງ​ອີສລາມ​ນິກາຍ​ຊຸນ​ນີ ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ ອາ​ລຄາ​ອີ​ດາ ມັກ​ຈະທໍາການ​ໂຈມ​ຕີ​ກໍາລັງ​ຮັກສາ​ຄວາມ​ປອດໄພຢູ່​ເລື້ອຍໆ ໃນ​ຄວາມ​ພະຍາຍາມ​ເພື່ອ ບ່ອນ​ທໍາລາຍລັດຖະບານ​ຂອງທ່ານ ນົວ​ຣີ ອາລ ມາລີ​ກີ ທີ່​ເປັນ​ມຸສລິ​ມນິກາຍ Shi’ite ​ແລະ​ສ້າງ​ຄວາ​ມ​ປັ່ນ​ປ່ວນລະຫວ່າງ ກຸ່ມ​ສາສະໜາ.

ເມືອງ Kirkuk ​ທີ່ຢູ່ຫ່າງ​ຈາກນະຄອນຫຼວງ​ແບກ​ແດດ​ໄປ​ທາງ​ທິດ​ເໜືອ​ປະມານ 250 ກິໂລ
ແມັດນັ້ນ ​ເປັນ​ບ່ອນຢູ່​ອາ​ໄສ​ຂອງ​ຫຼາຍຊົນ​ເຜົ່າ ​ຊຶ່ງ​ມີ​ທັງ ຊາວ​ອາຫຣັບ ​ຊາວເຄິດ ​ແລະ Turkomen ຊຶ່ງ​ທັງ​ໝົດ​ທີ່​ກ່າວ​ມາ​ນີ້ຕ່າງ​ກໍຍາດ​ກັນ ​ອ້າງ​ເອົາ​ເຂດທີ່ອຸດົມສົມບູນ​ດ້ວຍ​ນໍ້າ​ມັນແຫ່ງນີ້.
XS
SM
MD
LG