ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ໂຈມຕີ ສະຖານທີ່ ຂອງອົງການສືບລັບ ອັຟການິສຖານ


ກອງກຳລັງພິເສດ ອັຟການິສຖານ ລາດຕະເວນສະຖານທີ່ຂອງ "ມານດາແຫ່ງລະເບີດທຸກສະນິດ" ຫຼື "MOAB" ທີ່ໄດ້ແຕກ
ຢູ່ໃນແຂວງ ນັນກາຮາ, ປະເທດ ອັຟການິສຖານ. 23 ເມສາ, 2017.
ກອງກຳລັງພິເສດ ອັຟການິສຖານ ລາດຕະເວນສະຖານທີ່ຂອງ "ມານດາແຫ່ງລະເບີດທຸກສະນິດ" ຫຼື "MOAB" ທີ່ໄດ້ແຕກ ຢູ່ໃນແຂວງ ນັນກາຮາ, ປະເທດ ອັຟການິສຖານ. 23 ເມສາ, 2017.

ກຸ່ມຫົວຮຸນແຮງຕິດອາວຸດຢ່າງຫຼວງຫຼາຍ ໄດ້ໂຈມຕີສະຖານທີ່ ຂອງອົງການສືບລັບ
ອັຟການິສຖານ ທີ່ນະຄອນຫຼວງ ກາບູລ ໃນວັນຈັນມື້ນີ້, ກໍ່ໃຫ້ເກີດການປະທະກັນຢ່າງ
ດຸເດືອດ ກັບກອງກຳລັງຮັກສາຄວາມປອດໄພ.

ບັນດາເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ຄົນຮ້າຍຫຼາຍຄົນ ທີ່ໃສ່ຊຸດຕຳຫຼວດ ໄດ້
ບຸກເຂົ້າ ແລະ ຍຶດເອົາສ່ວນນຶ່ງຂອງຕຶກ ກ່ອນຍິງຈະຫຼວດໃສ່ສູນຝຶກຊ້ອມຂອງ ຄະ
ນະກຳມະການຮັກສາຄວາມປອດໄພແຫ່ງຊາດ ຫຼື NDS.

ກອງກຳລັງພິເສດ ອັຟການິສຖານ ໄດ້ເດີນທາງໄປຮອດໃນທັນທີ ແລະ ໄດ້ປິດລ້ອມ
ອາຄານ ເພື່ອພະຍາຍາມຈະກຳຈັດພວກໂຈມຕີ, ອີງຕາມການກ່າວຂອງໂຄສົກກະ
ຊວງພາຍໃນ ທ່ານ ນຸສ໌ຣັດ ຣາຮີມີ ຕໍ່ວີໂອເອ. ທ່ານບໍ່ມີຂໍ້ມູນໃນທັນທີທັນໃດ
ກ່ຽວກັບວ່າ ມີຜູ້ເສຍຊີວິດ ແລະ ບາດເຈັບຫຼືບໍ່.

ປະຊາຊົນທີ່ອາໄສຢູ່ໃນບໍລິເວນໃກ້ຄຽງ ລາຍງານວ່າ ເຂົາເຈົ້າໄດ້ຍິນສຽງລະເບີດ
ຢ່າງຕໍ່ເນື່ອງ ຈາກບໍລິເວນທີ່ກຳລັງຖືກຍຶດຢູ່ ໃນນະຄອນ ຫຼວງ ກາບູລ.

ເຖິງປັດຈຸບັນນີ້, ຍັງບໍ່ມີກຸ່ມກະບົດ ຕາລີບານ ຫຼື ກຸ່ມຫົວຮຸນແຮງໃດໆ ອ້າງເອົາຄວາມ
ຮັບຜິດຊອບສຳລັບການໂຈມຕີນັ້ນ.

ໃນຂະນະດຽວກັນ, ບັນດາເຈົ້າໜ້າທີ່ ອັຟການິສຖານ ໃນແຂວງ ບາດກິສ໌ ທີ່ຕັ້ງຢູ່
ພາກຕາເວັນຕົກຂອງປະເທດ ໄດ້ຢືນຢັນວ່າ ພວກກະບົດຕາລີບານ ໄດ້ດັກໂຈມຕີຂະ
ບວນລົດເຈົ້າໜ້າທີ່ຮັກສາຄວາມປອດໄພ ໃນຕອນເຊົ້າຂອງວັນຈັນມື້ນີ້ ແລະ ໄດ້ສັງ
ຫານຜູ້ບັນຊາການຕຳຫຼວດຂອງເມືອງ ອາບ ກາມາຣີ ທີ່ຕັ້ງຢູ່ໃນເຂດຊົນນະບົດ.

ທ່ານ ອັບດຸລ ຣາໂຊລ ທີ່ເສຍຊີວິດ ແລະ ລູກນ້ອງຂອງເພິ່ນ ໄດ້ຖືກດັກໂຈມຕີ ໃນ
ຂະນະທີ່ເຂົາເຈົ້າກຳລັງເດີນທາງໄປຊ່ວຍກອງກຳລັງຮັກສາຄວາມປອດໄພ ຢູ່ຄ້າຍທະ
ຫານທີ່ຖືກໂຈມຕີໂດຍພວກ ຕາລີບານ.

ຄວາມຮຸນແຮງໃນວັນຈັນມື້ນີ້ ໄດ້ມີຂຶ້ນມື້ນຶ່ງ ຫຼັງຈາກພວກກະບົດໄດ້ໂຈມຕີຄ້າຍທະ
ຫານຮັກສາຄວາມປອດໄພໃນແຂວງ ແຮລມານ ທີ່ຕັ້ງຢູ່ພາກໃຕ້ຂອງປະເທດ, ສັງ
ຫານເຈົ້າໜ້າທີ່ຢ່າງໜ້ອຍ 14 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG