ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໐ ເມສາ ໒໐໒໕

11 ຄົນ ຖືກສັງຫານ ໃນການໂຈມຕີ ໂບດ ກາໂທລິກ ຢູ່ປະເທດ ໄນຈີເຣຍ


ແຜນທີ່ປະເທດ ໄນຈີເຣຍ ໃນທະວີບອາຟຣິກາ.
ແຜນທີ່ປະເທດ ໄນຈີເຣຍ ໃນທະວີບອາຟຣິກາ.

ບັນດາເຈົ້າໜ້າທີ່ ຢູ່ໃນປະເທດ ໄນຈີເຣຍ ກ່າວວ່າ 11 ຄົນ ໄດ້ຖືກສັງຫານ ແລະ ອີກ
18 ຄົນ ໄດ້ຮັບບາດເຈັບສາຫັດ ໃນການໂຈມຕີ ຢູ່ໂບດແຫ່ງນຶ່ງ ທາງພາກຕາເວັນອອກ
ສຽງໃຕ້ ຂອງປະເທດ.

ໃນເບື້ອງຕົ້ນ ບັນດາຜູ້ເຫັນເຫດການກ່າວວ່າ ການໂຈມຕີນັ້ນ ໄດ້ປະຕິບັດການໂດຍ
ມືປືນຢ່າງໜ້ອຍສອງຄົນ ແຕ່ທ່ານ Garba Umar ຜູ້ບັນຊາການຕຳຫຼວດ ຂອງລັດ
Anambra ກ່າວວ່າ ມືປືນຄົນນຶ່ງ ໂຈມຕີໂບດກາໂທລິກ St. Philip ເມື່ອຕອນເຊົ້າ
ວັນອາທິດ ວານນີ້.

ຜູ້ປົກຄອງລັດ Anambra ທ່ານ Willie Obiano ກ່າວວ່າ ການໂຈມນັ້ນ ເກີດມາ
ຈາກ ການອາຄາດບາດໝາງ ລະຫວ່າງ ບັນດາສະມາຊິກ ຂອງຊຸມຊົນ ໃນທ້ອງຖິນ
ຜູ້ທີ່ອາໄສຢູ່ນອກ ໄນຈີເຣຍ.

ທ່ານ Obiano ກ່າວວ່າ “ພວກເຮົາຈະບໍ່ລົດລະ ຈົນກວ່າ ພວກເຮົາຈະໄດ້ນຳເອົາ
ພວກຮັບຜິດຊອບ ຕໍ່ອາຊະຍາກຳ ທີ່ໂຫດຫ້ຽມນີ້ ມາຮັບໂທດ.”

ຢູ່ທາງພາກຕາເວັນອອກສຽງໃຕ້ ຂອງໄນຈີເຣຍ ແມ່ນຊາວຄຣິສຕຽນ ອາໄສຢູ່ເປັນ
ສ່ວນຫຼາຍ ແລະ ການໂຈມຕີກໍ່ຄວາມຮຸນແຮງ ຢູ່ໂບດ ແມ່ນບໍ່ຄ່ອຍມີ.

ບໍ່ມີກຸ່ມໃດ ອອກມາອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີດັ່ງກ່າວ ແຕ່ທາງ
ຕຳຫຼວດ ໄດ້ກ່າວວ່າ ພວກເພິ່ນ ບໍ່ເຊື່ອວ່າ ພວກຫົວຮຸນແຮງ Boko Haram ຢູ່ເບື້ອງ
ຫລັງການໂຈມຕີນີ້.

ປະເທດໄນຈີເຣຍ ພັງພິນາດຍ້ອນຄວາມບໍ່ໝັ້ນຄົງ. ພວກກະບົດ ອິສລາມ Boko
Haram ໄດ້ສັງຫານປະຊາຊົນ ຫຼາຍກວ່າ 20,000 ຄົນ ນັບຕັ້ງແຕ່ປີ 2009 ເປັນ
ຕົ້ນມາ ຊຶ່ງໄດ້ກໍ່ໃຫ້ເກີດວິກິດການດ້ານມະນຸດສະທຳ ທີ່ໃຫຍ່ທີ່ສຸດ ອັນນຶ່ງຂອງໂລກ.

Nigeria Sshooting
please wait
Embed

No media source currently available

0:00 0:00:54 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG