ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ພວກມືປືນ ກຸ່ມ Al-Shabab ໂຈມຕີ ມະຫາວິທະຍາໄລ ທີ່ເຄັນຢາ


ພວກນັກສຶກສາ ທີ່ມະຫາວິທະຍາໄລ Garissa ພາກັນລີ້ຊ່ອນ ໃນລົດຄັນໜຶ່ງ ຈາກມືປືນ ວັນທີ 2 ເມສາ 2015.
ພວກນັກສຶກສາ ທີ່ມະຫາວິທະຍາໄລ Garissa ພາກັນລີ້ຊ່ອນ ໃນລົດຄັນໜຶ່ງ ຈາກມືປືນ ວັນທີ 2 ເມສາ 2015.

ພວກ​ມື​ປືນ​ al-Shabab ກຸ່ມ​ໜຶ່ງ​ໄດ້​ທຳ​ການ​ໂຈມ​ຕີ​ມະຫາວິທະ
ຍາ​ໄລ Garissa ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ເຄັນ​ຢາ
​ໃກ້​ກັບ​ຊາຍ​ແດນ​ຂອງ​ໂຊ​ມາລີ ​ໂດຍ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​
ໜ້ອຍ 14 ຄົນ ແລະ​ໄດ້​ຮັບ​ບາດ​ເຈັບ​ຕື່ມ​ອີກຢ່າງ​ໜ້ອຍ 60 ຄົນ.

ກຸ່ມ​ຫົວ​ຮຸນ​ແຮງ al-Shabab ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ
​ໃນ​ການ​ໂຈມ​ຕີ​ດັ່ງກ່າວ ໃນເວລາ​ພຽງບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ
​ການ​ໂຈມ​ຕີ​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້. ຢູ່​ໃນ​ຖະ​ແຫຼ​ງການ​
ສະ​ບັບໜຶ່ງ ກຸ່ມ al-Shabab ກ່າວ​ວ່າ ການ​ໂຈມ​ຕີ​ຄັ້ງ​ນີ້ ​ເປັນ​
ການ​ແກ້​ແຄ້ນ​ສຳລັບ​ການ​ສູ້​ລົບ​ຂອງ​ພວກ​ທະຫານ​ເຄັນ​ຢາ ​ໃນ
​ໂຊ​ມາລີ​.

​ໂຄສົກຂອງ​ກຸ່ມ​ຫົວ​ຮຸນ​ແຮງກ່າວ​ຕໍ່ພະ​ແນ​ກຂ່າວ​ອົງການ​ຂ່າວ Reuters ວ່າ​ ພວກ​ນັກ​
ຕໍ່ສູ້​ຂອງ​ຕົນ​ກຳລັງ​ຈັບ​ພວກ​ຊາວ​ຄຣິສຕຽນ​ຈຸ​ໜຶ່ງ​ໄວ້​ເປັນ​ໂຕ​ປະກັນ ​ຢູ່​ທີ່​ບ້ານ​ພັກ​ຂອງ​ມະ
ຫາວິທະຍາ​ໄລ ​ແຕ່​ໄດ້​ປ່ອຍ​ໂຕ​ພວກ​ຊາວ​ມຸສລິ​ມ​ໄປ​ໝົດ​ແລ້ວ. ​ໂຄສົກ​ອີກ​ຄົນ​ໜຶ່ງ ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງວ່າ ພາລະກິດ​ຂອງ​ກຸ່ມ​ດັ່ງກ່າວ ​ແມ່ນ “ສັງຫານ​ພວກ​ທີ່​ຕໍ່ຕ້ານ​ກັບ​ກຸ່ມ Shabab ນັ້ນ.”

ລາຍ​ງານ​ເວົ້າ​ວ່າ ການ​ໂຈມ​ຕີ​ມະຫາວິທະຍາ​ໄລ ​ເລີ້ມ​ຂຶ້ນ​ຫຼັງ​ຈາກ 5:00 ​ໂມງ​ເຊົ້າ ດ້ວຍ​ການວາງລະ​ເບີດ​ ​ທີ່​ທາງ​ເຂົ້າ​ຫາ​ບໍລິ​ເວນ ມະຫາວິທະຍາ​ໄລ ​ແລະ​ມີ​ລາຍ​ງານ​ວ່າ ພວກ
ນາຍ​ຍາມ​ປະຕູ 2 ຄົນ​ເສຍ​ຊີວິດ.

ມະຫາວິທະຍາໄລ Garissa ທີ່ເຄັນຢາ.
ມະຫາວິທະຍາໄລ Garissa ທີ່ເຄັນຢາ.

ສະພາກາ​ແດງ​ເຄັນ​ຢາ ກ່າວ​ວ່າ ພວກ​ທີ່​ໄດ້​ຮັບ​ບາດ​ເຈັບຈາກ​ລູກປືນ​ສ່ວນ​ຫຼາຍ​ຖືກ​ນຳ​ໄປ​ປິ່ນປົວຢູ່​ທີ່​ໂຮງໝໍ​ທ້ອງ​ຖິ່ນ​ແຫ່ງ​ໜຶ່ງແລະ​ 4 ຄົນ​ມີ​ອາການ​ສາຫັດ. ສະພາກາ​ແດງ​ເວົ້າ​ຕື່ມ​ວ່າ ທະຫານ 2 ຄົນ ​ແລະ​ພົນລະ​ເຮືອນ​ຄົນ​ໜຶ່ງ ​ໄດ້​ຖືກ​ສົ່ງ​ທາງ​ເຮືອ
ບິນ​ໄປ​ຍັງ​ນະຄອນຫຼວງ Nairobi.

ພວກ​ທີ່​ເຫັນ​ເຫດການ​ເກີດ​ຂຶ້ນ ກ່າວ​ວ່າ ພວກ​ນັກ​ສຶກສາ​ທີ່​ພັກ​ຢູ່​
ໃນ​ຫ້ອງ​ພັກ​ໃນບໍລິ​ເວນມະຫາວິທະຍາ​ໄລ ​ໄດ້​ພາກັນ​ຕື່ນ​ຫຼັງຈາກ​ໄດ້​ຍິນ​ສຽງ​ປືນ​ຍິງ​ກັນ​ດັງ​ຂຶ້ນ. ນາງ Marcy Chebet ນັກ​ສຶກສາໃນ​ມະຫາວິທະຍາ​ໄລ ກ່າວ​ຕໍ່​ວີ​ໂອ​ເອວ່າ ນາງ​ແລະ​ພວກ​ນັກ​ສຶກສາອື່ນໆ ໄດ້​ພາກັນ​ຫລົບ ໜີ​ຈາກ​ຫໍ​ພັກ ຂະນະ​ທີ່​ພວກ​ມື​ປືນ​ຫຍັບ​ໃກ້​ເຂົ້າມາ. ນາງ​ກ່າວ​ວ່າ “ການ​ໂຈມ​ຕີ​ໄດ້​ເລີ້ມ​ຂຶ້ນໃນ​ຫ້ອງ​ຮຽນ ​ແລະ​ພວກ​ເຮົາ​ກຳລັງ​ນອນ​ຫຼັບ​ຝັນ​ຢູ່​ໃນ​ຫໍ​ພັກ ​ເວລາ​ພວກ​ເຮົາ​ໄດ້​ສຽງ​ປືນ ພວກ​ເຮົາ​ກໍ​ຟ້າວ​ພາກັນ​ອອກ​ຈາກ​ຫໍ​ພັກ ​ແລະ​ແລ່ນ​ໄປ​ກາງ​ເດີ່ນ. ​ເວລາ​ພວກ​ເຮົາ​ຢູ່​ໃນ​ເດີ່ນ ພວກ​ມື​ປືນ​ໄດ້​ເຂົ້າ​ໄປ​ໃນພວກ​ຫໍ​ພັກ ​ແລະ​ພວກ​ເຂົາ​ໄດ້​ຍິງ​ປືນໄປໃສ່ ​ບ່ອນທີ່​ພວກ ນອນ​ຢູ່​ຫັ້ນ.”

ທ່ານ Joseph Boinnet ຜູ້​ກວດກາ​ທົ່ວ​ໄປ​ຂອງ​ຕຳຫຼວດ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພວກ​ໂຈມ​ຕີ “​ໄດ້​ຍິງ​ປືນ​ສາດອອກ​ໄປ​ຢ່າງ​ບໍ່​ເລືອກ​ໜ້າ” ຢູ່​ໃນ​ບໍລິ​ເວນ​ມະຫາວິທະຍາ​ໄລ​ນັ້ນ.

Kenya Attack
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG