ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໘ ກຸມພາ ໒໐໒໕

ປະກົດການແມ່ນໍ້າຊັ້ນບັນຍາກາດ-ບອມໄຊໂຄລນ ຖະຫລົ່ມ​ພາກຕາເວນອອກຂອງ ສະຫະລັດ


ລົດຍົນຄັນນຶ່ງຍັງຄົງຢູ່ໃນຊາກຫັກພັງຫຼັງຈາກບ້ານແລະໂຮງຈອດລົດຖືກທຳລາຍໂດຍດິນຖະລົ່ມເນື່ອງຈາກພະຍຸ ແມ່ນໍ້າຊັ້ນບັນຍາກາດ ຫຼື Asmospheric River ໄດ້ຖ້ວມເຂດ ຮໍລີວຸດຮີວ ໃນລອສແອງເຈີລິສ ລັດຄາລິບຟໍເນຍ 06 ກຸມພາ 2024
ລົດຍົນຄັນນຶ່ງຍັງຄົງຢູ່ໃນຊາກຫັກພັງຫຼັງຈາກບ້ານແລະໂຮງຈອດລົດຖືກທຳລາຍໂດຍດິນຖະລົ່ມເນື່ອງຈາກພະຍຸ ແມ່ນໍ້າຊັ້ນບັນຍາກາດ ຫຼື Asmospheric River ໄດ້ຖ້ວມເຂດ ຮໍລີວຸດຮີວ ໃນລອສແອງເຈີລິສ ລັດຄາລິບຟໍເນຍ 06 ກຸມພາ 2024

ປະຊາຊົນພາກຕາເວນອອກຂອງສະຫະລັດ ກຽມຕົວປະເຊີນກັບປະກົດການທຳມະຊາດ ຮຸນແຮງສອງແບບຕິດຕໍ່ກັນຊຶ່ງຈະເຮັດໃຫ້ເກີດຝົນຕົກໜັກ, ລົມແຮງ ແລະ ອັນຕະລາຍ ຕ່າງໆ.

ປະກົດການແມ່ນໍ້າໃນຊັ້ນບັນຍາກາດ ( Atmospheric river ) ແລະ ບອມໄຊໂຄລນ ( bomb cyclone) ຈະເຮັດໃຫ້ລັດເມນ ທີ່ຢູ່ທາງເໜືອຕິດກັບການາດາ ຕ້ອງພົບກັບຝົນນໍ້າ ກ້ອນ, ຝົນຕົກໜັກ, ພາຍຸຮຸນແຮງ ແລະ ອຸນຫະພູມສູງຜິດປົກກະຕິພາຍໃນວັນດຽວກັນ ຈາກການເປີດເຜີຍຂອງເຈົ້າໜ້າທີ່ສຳນັກງານສະພາບອາກາດແຫ່ງຊາດສະຫະລັດ.

ຫຼາຍລັດທາງພາກຕາເວນອອກຈະປະເຊີນກັບຝົນຕົກແລະລົມແຮງຕໍ່ເນື່ອງແລະອາດຈະ ເກີດນໍ້າຖ້ວມໃນບາງເຂດ ລວມທັງອາດຈະເກີດໄຟຟ້າດັບເນື່ອງຈາກລົມພັດແຮງນໍາດ້ວຍ.

ປະກົດການແມ່ນໍ້າໃນຊັ້ນບັນຍາກາດ ຫຼື ກະແສຂອງອາຍນໍ້າທີ່ໄຫຼວຽນ ແລະພັດເອົາມວນ ນໍ້າໄປກັບພາຍຸຈະເຮັດໃຫ້ເກີດພະຍຸຝົນໃນສ່ວນຕ່າງໆຂອງໂລກຢ່າງວ່ອງໄວ.

ຂະນະດຽວກັນເຈົ້າໜ້າທີ່ກົມອຸຕຸນິຍົມວິທະຍາຄາດການວ່າ ພະຍຸຝົນທີ່ພັດເຂົ້າພາກຕາເວັນ ອອກສຽງເໜືອຂອງ ສະຫະລັດ ອາດເຮັດໃຫ້ເກີດປະກົດການ ບອມໄຊໂຄລນ ຊຶ່ງເປັນ ພາວະຄວາມກົດດັນອາກາດຫຼຸດຕໍ່າລົງຢ່າງວ່ອງໄວໃນຊ່ວງເວລາສັ້ນໆ ເຮັດໃຫ້ເກີດພະຍຸ ໄຊໂຄລນ ທີ່ຮຸນແຮງ.

ທາງການພາກສ່ວນທ້ອງຖິ່ນຫຼາຍລັດຕ່າງກໍ່ກະກຽມຮັບມືກັບສະພາບອາກາດຮຸນແຮງດັ່ງ ກ່າວເຊັ່ນມີການເປີດໂຮງຮຽນຊ້າກ່ວາກຳນົດທີ່ລັດເມນ ແລະ ເຕືອນໄພນໍ້າຖ້ວມ ທີ່ລັດ ເວີມອນ ໃນຊ່ວງອາທິດນີ້. ໃນຂະນະທີ່ ສກີ ຣີສອດ ຕ່າງໆ ກໍ​ໄດ້ເຕືອນຜູ້ທີ່ຈະມາເຂົ້າພັກ ໃຫ້ລະວັງຝົນຕົກໜັກແລະຫິມະ ລວມທັງສະພາບອາກາດບໍ່ດີອື່ນໆ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG